ເມືອງກາສີ ທຳລາຍ ແລະຍຶດໄມ້ຜິດກົດໝາຍ

   ໂດຍປະຕິບັດຕາມຄຳສັ່ງ ເລກທີ 15/ນຍ ລົງວັນທີ ວ່າດ້ວຍການເພີ່ມທະວີເຂັ້ມງວດໃນການຄຸ້ມຄອງ ແລະກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະທຸລະກິດໄມ້ເວົ້າລວມເວົ້າສະເພາະກໍ່ແມ່ນປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າເມືອງໆກາສີ ສະບັບເລກທີ 167/ຈມ.ກສ, ລົງວັນທີ 26 ກໍລະກົດ 2021 ວ່າດ້ວຍການຍຶດໄມ້ເປັນຂອງລັດ ແລະທຳລາຍໄມ້ທີ່ອາຍັດໄວ້ຢູ່ປ່າ.

   ມາໃນວັນທີ 27 ສິງຫາ 2021ນີ້ ຫ້ອງການກະສິກຳ ແລະປ່າໄມ້ເມືອງກາສີ ແຂວງວຽງຈັນ ໄດ້ສົມທົບກັບຄະນະສະເພາະກິດເມືອງພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງພາຍໃນມືອງກາສີໄດ້ລົງຈູດທຳລາຍໄມ້ທີ່ອາຍັດໄວ້ຢູ່ປ່າເຂດປ້ອມຍາມພູບວກຊ້າງ ບ້ານໜອງສານ. ສຳລັບໄມ້ທີ່ຍຶດໃນຄັ້ງນີ້ແມ່ນເປັນປະເພດໄມ້ຂຽງ ( ໄມ້ກະດອມ) ຊຶ່ງມີທັງໝົດ 170 ບ້ອມ ໃນນີ້ໄດ້ຍຶດໄວ້ຢູ່ຫ້ອງວ່າການເມືອງ ຈຳນວນ 94 ບ້ອມ ແມ່ນທາງເມືອງເຫັນດີໃຫ້ມີການປະມູນຂາຍເພື່ອນຳເງິນເຂົ້າງົບປະມານຂອງລັດ; ສ່ວນວ່າໄມ້ທີ່ອາຍັດຢູ່ປ່າ ຈຳນວນ 76 ບ້ອມ ແມ່ນເຫັນດີໃຫ້ທຳລາຍຖິ້ມຢູ່ກັບທີ່ເພື່ອບໍ່ໃຫ້ບຸກຄົນ ຫຼືກຸ່ມຄົນບໍ່ດີສວຍໂອກາດລັກລອບຕັດໄມ້ ແລະເຄື່ອນຍ້າຍໄມ້ໃນຕໍ່ໜ້າ.


    ເຂົ້າຮ່ວມຈູດທຳລາຍໄມ້ໃນຄັ້ງນີ້ມີທ່ານ ແພງຄຳ ຈັນທະມຸງຄຸນ ປະທານກວດກາພັກ-ລັດເມືອງ, ທ່ານ ບຸນທ່ຽງ ວິລະພົນ ຫົວໜ້າຫ້ອງການກະສິກຳ ແລະປ່າໄມ້ເມືອງກາສີ, ມີເຈົ້າໜ້າທີ່ປ່າໄມ້ພ້ອມດ້ວຍພະນັກງານຫ້ອງການທີ່ກ່ຽວຂ້ອງພາຍໃນເມືອງ.

ນັກຂ່າວ: ອຳພອນ