ລຸ້ນໃຫ້ມາຈິງຊຳຊຸງກາແລັກຊີ Z Flip 3 Gucci ແຟຊັນຊັ້ນດີ

  ໃກ້ເຂົ້າມາແລ້ວສຳລັບງານ Galaxy UNPACKED 2021 ທີ່ຈະມີຂຶ້ນໃນເດືອນນີ້ມັນຄືງານໃຫຍ່ປະຈຳປີອີກງານໜຶ່ງທີ່ຫຼາຍໆຄົນກຳລັງລໍຖ້າ

  ທັງນີ້ ແນ່ນອນແລ້ວວ່າໃນງານຊຳຊຸງຈະມີການເປີດໂຕຜະລິດຕະພັນໃໝ່ໃນຕະກຸນກາແລັກຊີດັ່ງ Samsung Galaxy Z Fod 3, Galaxy Z Flip 3, Galaxy Watch4, Galaxy Watch 4 Classic ແລະຫູຟັງໄຮ້ສາຍລຸ້ນໃໝ່ Galaxy Buds2 ໂດຍໜຶ່ງໃນຜະລິດຕະພັນໄຮໄລຂອງງານໃນວັນນັ້ນທີ່ຫຼາຍຄົນເຝົ້າຈັບຕາຄົງຈະແມ່ນການມາຂອງ Galaxy Z Flip 3 ສະມາດໂຟນມືຖືຈໍພັບໄດ້ນັ້ນເອງ

  ຫຼ້າສຸດມີການແຜ່ພາບຈາກ LetsGoDigital ທີ່ອອກແບບມາໃຫ້ Galaxy Z Flip 3 ລຸ້ນພິເສດ Limited Edition ທີ່ເຮັດວຽກຮ່ວມກັບຄູ່ຮ່ວມງານໃໝ່ຄື Gucci ຫາກຍັງຈື່ໄດ້ Galaxy Z Flip 2 ເຮັດວຽກຮ່ວມກັບຄູ່ຮ່ວມງານຄື Thom Browne ແລະໃນເວັບໄຊnL let godigital.org ຍັງມີແພລດຟອມຂອງ Samsung Galaxy Z Flip 3 Louis Vuitton Limited Edition ສະແດງໄວ້ອີກ 1 ຊຸດ.

-----

ໜັງສືພິມ ເສດຖະກິດ-ສັງຄົມ