ປາກຊ່ອງ ລວມຍອດຜະລິດຕະພັນພາຍໃນບັນລຸ 1,6 ພັນຕື້ກີບ

  ເມື່ອບໍ່ດົນມານີ້ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກພ້ອມດ້ວຍຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ຕິດພັນກັບວຽກງານການຕ້ານສະກັດກັ້ນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄ ວິດ-19 ຢູ່ເມືອງປາກຊ່ອງ ໂດຍໃຫ້ການຕ້ອນຮັບຂອງທ່ານ ພິມພອນ ພັນດານຸວົງ ເຈົ້າເມືອງປາກຊ່ອງພ້ອມຄະນະນຳເມືອງ.

  ທ່ານ ພິມພອນ ພັນດານຸວົງ ໄດ້ລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງກໍ່ຄືການປະຕິບັດມະຕິ VIII ຂອງອົງຄະນະພັກເມືອງປາກຊ່ອງໄດ້ວາງ 9 ຄາດໝາຍໜ້າວຽກຈຸດສຸມ ໂດຍ ອີງໃສ່ສະພາບທີ່ຕັ້ງຈຸດພິເສດ, ທ່າແຮງ, ຄວາມອຸດົມສົມບູນທາງດ້ານຊັບພະຍາກອນທຳມະຊາດ, ມູນເຊື້ອອົງອາດກ້າຫານຂອງບັນພະບູລຸດຄວາມດຸໝັ່ນຂອງປະຊາຊົນໃນເມືອງເຮັດໃຫ້ເສດຖະກິດຂອງເມືອງໄດ້ມີການຂະຫຍາຍຕົວ ແລະມີຈັ່ງຫວະທີ່ໝັ້ນທ່ຽງ ຊຶ່ງລວມຍອດລາຍຮັບຜະລິດຕະພັນຂອງເມືອງປະຕິບັດໄດ້ 1.691,55 ຕື້ກີບ (ແຜນ 2.428,96 ຕື້ກີບ) ທຽບໃສ່ແຜນປີປະຕິບັດໄດ້ 69,64%, ຊຶ່ງເຮັດໃຫ້ອັດຕາການຂະຫຍາຍຕົວທາງດ້ານເສດຖະກິດຢູ່ໃນລະດັບ 5,57%, ສະເລ່ຍຕໍ່ຫົວຄົນເທົ່າກັບ 19,12 ລ້ານກີບຕໍ່ຄົນ ຫຼືປະ ມານ2.162 ໂດລາຕໍ່ຄົນ, ເຮັດໃຫ້ໂຄງປະກອບເສດຖະກິດຂະແໜງກະສິກໍາກວມ 88,95%, ຂະແໜງອຸດສາຫະກຳກວມ 4,59% ແລະຂະແໜງບໍລິການກວມ 6, 46% ຂອງລວມຍອດລາຍຮັບຜະລິດຕະພັນຂອງເມືອງ.

  ໂອກາດນີ້ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກໄດ້ມີຄຳເຫັນ ແລະຕີລາຄາສູງຕໍ່ຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກງານການເຄື່ອນໄຫວຂອງເມືອງຜ່ານມາເຫັນໄດ້ວ່າມີຫຼາຍດ້ານກໍ່ປະຕິບັດໄດ້ຕາມແຜນການທີ່ວາງໄວ້ ແລະບາງດ້ານກໍ່ຍັງບໍ່ທັນປະຕິບັດໄດ້ຕາມແຜນການອັນເນື່ອງມາຈາກຫຼາຍສາເຫດເປັນຕົ້ນແມ່ນສະພາບການລະບາດຂອງພະຍາດໂຄວິດ-19 ແລະຕໍ່ວຽກງານພັດທະນາເສດຖະກິດ-ສັງຄົມແມ່ນໃຫ້ອົງການປົກຄອງເມືອງຮີບຮ້ອນສ້າງແຜນປະຕິບັດໃຫ້ສໍາເລັດທັງກຳນົດບັນດາແຜນວຽກຈຸດສຸມໃຫ້ມີຄວາມຊັດເຈນເຂົ້າໃນຮ່າງແຜນປະຕິບັດ 5 ປີ ຂອງເມືອງ ແລະເປັນເຈົ້າການໃນການຈັດຕັ້ງຜັນຂະຫຍາຍມາດຕະການຕ່າງໆ, ໃນວາລະແຫ່ງຊາດ, ວາລະຂອງແຂວງເປັນວາລະຂອງເມືອງເພື່ອແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ (2021-2023), ໂດຍສະເພາະບັນດາສາເຫດຕົ້ນຕໍຂອງຄວາມຫຍຸ້ງຍາກດ້ານເສດຖະກິດໃນຊຸມປີຜ່ານມາ ແລະບັນດາທິດທາງວຽກງານຈຸດສຸມ, ມາດຕະການແກ້ໄຂ, ການແບ່ງຄວາມຮັບຜິດຊອບ ແລະກົນໄກໃນການຈັດຕັ້ງປະຕິບັດ, ພ້ອມດຽວກັນນັ້ນພວກເຮົາຕ້ອງສືບຕໍ່ຄົ້ນຫາທ່າແຮງບົ່ມຊ້ອນທີ່ມີຢູ່ໃນເມືອງຂອງພວກເຮົາເພື່ອສຸມໃສ່ພັດທະນາເສດຖະກິດຕາມເງື່ອນໄຂ ແລະຄວາມສາມາດ,ດ້ານວຽກງານສາທາລະນະສຸກກໍ່ໃຫ້ເອົາໃຈໃສ່ເພີ່ມທະວີໃນການປ້ອງກັນ, ສະກັດກັ້ນ ແລະຕອບໂຕ້ການລະບາດຂອງພະຍາດໂຄ ວິດ-19 ຢ່າງເຂັ້ມງວດບໍ່ໃຫ້ຖືເບົາ.

----

ໜັງສືພິມ ເສດຖະກິດ-ສັງຄົມ