ຊາວໜຸ່ມດ້ອຍໂອກາດເມືອງຕຸ້ມລານສໍາລັດ ຝຶກອົບຮົມຕັດ-ຫຍິບ

  ພິທີປິດຊຸດອົບຮົມວິຊາຕັດຫຍິບໄລຍະສັ້ນໃຫ້ຊາວໜຸ່ມຜູ້ດ້ອຍໂອກາດຂອງເມືອງຕຸ້ມລານແຂວງສາລະວັນໄດ້ຈັດຂຶ້ນໃນທ້າຍອາທິດຜ່ານມາ, ທີ່ສູນອົບ ຮົມວິຊາຊີບສະຫະພັນແມ່ຍິງເມືອງຕຸ້ມລານ ໂດຍການເຂົ້າຮ່ວມຂອງທ່ານ ຈັນທະວອນ ສີຫາຈັກ ເລຂາຄະນະບໍລິຫານງານຊາວໜຸ່ມ ແຂວງສາລະວັນ, ມີວິທະຍາກອນ, ສໍາມະນາກອນພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.

  ທ່ານ ນາງ ສໍາລັງ ບຸດຕະລາດ ບົວສີ ເລຂາຄະນະບໍລິຫານງານຊາວໜຸ່ມ ເມືອງຕຸ້ມລານໄດ້ລາຍງານຄືນການຈັດຕັ້ງປະຕິບັດການຮຽນ-ການສອນໃນໄລຍະ 15 ວັນຜ່ານມາເລີ່ມແຕ່ວັນທີ 2-20 ສິງຫາ 2021, ຊຶ່ງມີຊາວໜຸ່ມ-ໄວໜຸ່ມເຂົ້າຮ່ວມຝຶກທັງໝົດ 11 ຄົນ, ຍິງ 10 ຄົນ ໃນນັ້ນໄດ້ຮຽນຮູ້ທັງພາກທິດ ສະດີ ແລະພາກປະຕິບັດຕົວຈິງ, ຮຽນຮູ້ພື້ນຖານວິທີການນຳໃຊ້ຈັກຫຍິບ, ການວັດແທກຂະໜາດໂຕ, ວິທີການຄິດໄລ່ຂັ້ນຕອນການສ້າງແບບເສື້ອ ແລະຂັ້ນຕອນການຢຽບຈັກ, ແປງຈັກດ້ວຍຕົນເອງ, ຜ່ານການຈັດຕັ້ງ ແລະປະຕິບັດຕົວຈິງໃນການຕັດຫຍິບເຫັນວ່າສຳມະນາກອນສາມາດຕັດ ແລະຫຍິບສິ້ນໄດ້ຈຳນວນ 28 ຜືນ, ເສື້ອ 11 ໂຕ, ແປງເສື້ອ 7 ໂຕ ແລະໂສ້ງ 1 ໂຕ, ແປງເສື້ອເຊີດຜູ້ຊາຍ ໄດ້ 2 ໂຕ, ທັງນີ້ກໍ່ເພື່ອເປັນການຍົກລະດັບຄວາມຮູ້, ຄວາມສາມາດໃນການພັດທະນາຕົນເອງ ແລະທັງເປັນການສົ່ງເສີມໃຫ້ຊາວໜຸ່ມ-ໄວໜຸ່ມໃຫ້ມີວຽກເຮັດງານທໍາເພື່ອນຳໄປປະກອບເປັນອາຊີບເສີມໃນການສ້າງລາຍຮັບໃຫ້ກັບຕົນເອງ, ຄອບຄົວເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ເທື່ອລະກ້າວ.

  ຈາກນັ້ນໃນພິທີໄດ້ມີການມອບໃບຢັ້ງຢືນໃຫ້ນັກສຳມານາກອນ ແລະມອບໃບຍ້ອງຍໍໃຫ້ນັກວິທະຍາກອນ ໂດຍເປັນກຽດມອບຂອງທ່ານ ຈັນທະວອນ ສີຫາຈັກເລຂາຄະນະບໍລິຫານງານຊາວໜຸ່ມແຂວງຕື່ມອີກ.

-----

ຂ່າວ: ສຸຂາວພອນ