ຄຳມ່ວນ ຈັດກິດຈະກຳຂີ່ລົດຖີບເພື່ອສະຫຼອງວັນສ້າງຕັ້ງກິລາອາຊຽນຄົບຮອບ 54 ປີ.

    ໃນຕອນເຊົ້າວັນທີ12 ສິງຫານີ້ ພະແນກສຶກສາທິການ ແລະກິລາ ແຂວງຄໍາມ່ວນ ໄດ້ຈັດກິດຈະກໍາກິລາຖີບລົດຖີບເພື່ອເປັນການສະເຫລີມສະຫລອງວັນສ້າງຕັ້ງກິລາອາຊຽນຄົບຮອບ 54 ປີ (8 ສິງຫາ 1967–8 ສິງຫາ 2021 ) ເປັນກຽດເຂົ້າຮ່ວມໂດຍ ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ.


    ທ່ານ ນັນຕະໄຊ ອິນທະສອນ ຫົວໜ້າພະແນກສຶກສາທິການ ແລະກິລາແຂວງຄໍາມ່ວນ ໄດ້ເລົ່າຄືນຄວາມເປັນມາຂອງວັນສ້າງຕັ້ງກິລາອາຊຽນ, ຊຶ່ງສະມາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້ ຫຼືອາຊຽນແມ່ນອົງການຈັດຕັ້ງພາກພຶ້ນລະຫວ່າງລັດຖະບານໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 8 ສິງຫາ 1967 ໂດຍມີສະມາຊິກກໍ່ຕັ້ງຄື : ອິນໂດເນເຊຍ, ມາເລເຊຍ, ຟິລິບປິນ, ສິງກະໂປ ແລະໄທ, ສ່ວນ ສປປ ລາວ ໄດ້ເຂົ້າເປັນສະມາຊິກອາຊຽນໃນວັນທີ 23 ກໍລະກົດ 1997.


  ສຳລັບຂະບວນຂີ່ລົດຖີບແມ່ນໄດ້ເຕົ້າໂຮມຢູ່ພະແນກສຶກສາທິການ ແລະກິລາແຂວງໄປຫາວົງວຽນອານຸສາວະລີຫລັກ 4, ລ້ຽວກັບມາຕາມເສັ້ນທາງຫ້ອງວ່າການແຂວງຮອດ 4 ແຍກໄຟແດງທ່າດ່ານໄປຫາແຍກນໍ້າພຸ (ຫໍທີ່ລະນຶກ 21 ມີນາ) ລ້ຽວກັບເຂົ້າສູ່ຈຸດເສັ້ນໄຊ (ພະແນກສຶກສາທິການ ແລະກິລາແຂວງ), ທັງນີ້ກໍ່ເພື່ອເປັນການສະເຫຼີມສະຫຼອງວັນດັ່ງກ່າວໃຫ້ມີບັນຍາກາດຄຶກຄຶ້ນ,ທັງເປັນການປຸກລະດົມມວນຊົນທັງຫຼາຍໃຫ້ຫັນມາຫຼິ້ນກິລາລົດຖີບເພື່ອອອກກຳລັງກາຍໃຫ້ມີສຸຂະພາບແຂງແຮງ ແລະທັງສ້າງຄວາມສາມັກຄີໃຫ້ບັນດາມວນຊົນທົ່ວໄປທີ່ເຂົ້າຮ່ວມ.

-----