ຄອບຄົວປະສົບເຄາະຮ້າຍໄຟໄໝ້ເຮືອນ ໄດ້ຮັບເຄື່ອງຊ່ວຍເຫຼືອ

  ໃນວັນທີ 6 ສິງຫາ 2021 ຫ້ອງການແຮງງານ ແລະສະຫວັດດີການສັງຄົມ ເມືອງຫ້ວຍຊາຍ ສົມທົບກັບຄະນະສົງວັດປາກຮາວເໜືອ ແລະບ້ານດ່ານຖິ່ນ, ໄດ້ນໍາເອົາເຄື່ອງອຸປະໂພກບໍລິໂພກໄປຊ່ວຍເຫຼືອໃຫ້ແກ່ຄອບຄົວທີ່ປະສົບເຄາະຮ້າຍຈາກເຫດການໄຟໄໝ້ເຮືອນ (ອັກຄີໄພ) 1 ຫຼັງຄາເຮືອນຢູ່ບ້ານຝາຍເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ນໍາໂດຍທ່ານ ສຸວັດ ເພັງພະຈັນ ຮອງເຈົ້າເມືອງໆຫ້ວຍຊາຍ, ພຣະອາຈານ ດາວວອນ ຄໍາມຸງຄຸນ ເຈົ້າອາທິການວັດປາກຮາວເໜືອ, ພຣະອາຈານ ທອງ ອິນທະພອນ ເຈົ້າອາທິການວັດໂພນໄຊ, ມີບັນດາອໍານາດການປົກຄອງບ້ານ ແລະຄອບຄົວຜູ້ທີ່ຖືກຜົນກະທົບເຂົ້າຮ່ວມ.

  ການຊ່ວຍເຫຼືອໃນຄັ້ງນີ້ເພື່ອເປັນການບັນເທົາຄວາມທຸກໃຫ້ແກ່ຄອບຄົວທີ່ຖືກຜົນກະທົບ, ເຄື່ອງທີ່ນຳມາມອບໃນຄັ້ງນີ້ປະກອບມີ: ສັງກະສີ 50 ແຜ່ນ, ເຫຼັກຕະປູ 10 ກິໂລ, ຜ້າເຊື່ອ, ຜ້າຫົ່ມ, ພັດລົມ, ເຂົ້າສານ ແລະເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ຄົວເຮືອນອື່ນໆ, ລວມມູນຄ່າທັງໝົດ 5 ລ້ານກວ່າກີບ, ມອບ  ໂດຍທ່ານ ສຸວັດ ເພັງພະຈັນ ຮອງເຈົ້າເມືອງໆຫ້ວຍຊາຍ.

  ຈາກນັ້ນພຣະອາຈານ ດາວວອນ ຄໍາມຸງຄຸນ ເຈົ້າອາທິການວັດປາກຮາວເໜືອຍັງໄດ້ມອບເງິນຈໍານວນ 5 ແສນກີບ ໃຫ້ຄອບຄົວທີ່ຖືກອັກຄີໄພໃນຄັ້ງນີ້, ເຖິງແມ່ນວ່າການຊ່ວຍເຫຼືອຄັ້ງນີ້ຈະບໍ່ຫຼາຍແຕ່ກໍ່ແມ່ນຄວາມເປັນຫ່ວງເປັນໄຍຂອງພັກ ແລະລັດກໍ່ຄືອົງການພຸດທະສາສະໜາທີ່ມີຕໍ່ພໍ່ແມ່ປະຊາຊົນ ແລະຄອບຄົວຜູ້ທີ່ປະສົບເຄາະຮ້າຍຈາກເຫດການໄຟໄໝ້ເຮືອນ.

----

ໜັງສືພິມ ເສດຖະກິດ-ສັງຄົມ