ຂັ້ມງວດ 6 ຈຸດຈອດເຮືອ ເຝົ້າລະວັງການລັກລອບນຳເຂົ້າສິນຄ້າ

    ກຳນົດ 6 ຈຸດຈອດເຮືອ ເຂັ້ມງວດເຝົ້າລະວັງການລັກລອບນຳເຂົ້າສິນຄ້າທີ່ສ່ຽງຕໍ່ພະຍາດໂຄວິດ-19.
    ຕາມການລາຍງານຂອງສະຫວັນພັດທະນາ ຂ່າວ: ວັນທີ 29 ກໍລະກົດນີ້, ຢູ່ທີ່ ສະໂມສອນຫ້ອງການບ້ານແກ້ງ ກະເບົາໃຕ້ ເມືອງໄຊບູລີ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການກໍານົດຈຸດຈອດເຮືອປະເພດຕ່າງໆຕາມລໍາແມ່ນໍ້າຂອງໂດຍການໃຫ້ກຽດເປັນປະທານຂອງທ່ານ ອ່ອນລໍາພັນ ບົວສີແກ້ວ ເຈົ້າເມືອງໄຊບູລີ, ທ່ານ ສີວິໄລ ອິນທະລືໄຊ ຮອງເຈົ້າເມືອງພ້ອມຄະນະການນຳຂອງເມືອງ, ກອງຮ້ອຍ 323 ທະຫານຊາຍແດນ, ຫົວໜ້າ ປກຊ-ປກສ ກຸ່ມ, ອໍານາດການປົກຄອງບ້ານທີ່ຕິດກັບຊາຍແດນເຂົ້າຮ່ວມ.
      ທ່ານ ວັນໄຊ ສີປັດໃຈ ຫົວໜ້າຫ້ອງການ ຍທຂ ເມືອງ ໄດ້ຜ່ານແຈ້ງການຂອງຫ້ອງວ່າການປົກຄອງແຂວງສະຫວັນນະເຂດເລື່ອງທິດຊີ້ນໍາກ່ຽວກັບການສືບຕໍ່ຈັດຕັ້ງຜັນຂະຫຍາຍຄໍາສັ່ງຂອງທ່ານເຈົ້າແຂວງສະຫວັນນະເຂດ ເລກທີ 1060/ຈຂ.ສຂ ວ່າດ້ວຍ ການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງການນໍາໃຊ້ເຮືອປະເພດຕ່າງໆຕາມລໍາແມ່ນໍ້າຂອງໃນນັ້ນໃຫ້ລົບລ້າງທ່າເຮືອຂອງບຸກຄົນທີ່ສ້າງຂຶ້ນເອງໂດຍບໍ່ໄດ້ຮັບອະນຸຍາດຈາກທາງການໂດຍໃຫ້ນໍາໃຊ້ທ່າເຮືອທີ່ທາງການກໍານົດໃຫ້, ສະເພາະເມືອງໄຊບູລີ ໄດ້ກໍານົດທ່າຈອດເຮືອຄໍ 323 ລວມທັງໝົດຈຳນວນ 6 ຈຸດຄື:
– ຈຸດທີ 1 ບ້ານສະຫວ່າງ-ຫີນນໍ້າອ້ອຍ ຊຶ່ງຈຸດເຕົ້າໂຮມແມ່ນຢູ່ບ້ານສະຫວ່າງໄລຍະ 300 ແມັດ, ຈໍານວນເຮືອ 60 ລໍາ.
– ຈຸດທີ 2 ບ້ານແກ້ງກະເບົາໃຕ້ຈຸດເຕົ້າໂຮມແມ່ນແຕ່ຈຸດປ້ອມທະຫານຊາຍແດນແກ່ຍາວຂຶ້ນຮອດໂຮງງານປຸ໋ຍສະຫວັນ ໃນໄລຍະ 300 ແມັດ, ຈໍານວນເຮືອ 58 ລໍາ.
– ຈຸດທີ 3 ບ້ານສີວິໄລ-ສົມສະໜຸກຈຸດເຕົ້າໂຮມແມ່ນຂອບເຂດທ່າວັດແກ່ຍາວລົງຫາສວນຢາງໄລຍະ 300 ແມັດ, ຈໍານວນເຮືອ 47 ລໍາ.
-ຈຸດທີ 4 ບ້ານທ່າຄໍ້ຈຸດເຕົ້າໂຮມແມ່ນທ່າວັດໄລຍະ 300 ແມັດ, ຈໍານວນເຮືອ 46 ລໍາ.
-ຈຸດທີ 5 ບ້ານບົວໄຂ-ນາສັງໄລຍະ 300 ແມັດ, ຈໍານວນເຮືອ 30 ລໍາ
-ຈຸດທີ 6 ບ້ານປາກເຊບັ້ງໄຟຈຸດເຕົ້າໂຮມແມ່ນແຕ່ຈຸດປ້ອມທະຫານຊາຍແດນແກ່ຍາວຂຶ້ນເທິງໄລຍະ 300 ແມັດ, ຈໍານວນເຮືອ 57 ລໍາ.
     ຄຽງຄູ່ກັບການໂຄສະນາເຜີຍແຜ່ຄໍາສັ່ງຂອງທ່ານເຈົ້າແຂວງ ເລກທີ 1060/ຈຂ.ສຂ ແລ້ວ, ເຮືອແຕ່ລະລໍາແມ່ນໄດ້ອອກທະບຽນ ແລະຕິດປ້າຍໃຫ້ລະອຽດພ້ອມທັງຈະຕ້ອງມີການຈົດເຂົ້າ-ຈົດອອກເວລານໍາໃຊ້ເຮືອແຕ່ລະຄັ້ງຢູ່ໃນລະແຕ່ລະຈຸດທັງນີ້ກໍ່ເພື່ອໃຫ້ຜູ້ນໍາໃຊ້ເຮືອປະເພດຕ່າງໆ ຕາມຊາຍແດນລຽບແມ່ນໍ້າຂອງໃຫ້ຮັບຮູ້ເຂົ້າໃຈເລິກເຊິ່ງ ແລະພ້ອມກັນຈັດຕັ້ງປະຕິບັດ, ຖ້າຫາກມີກໍລະນີ້ຝ່າຝືນ ຫຼືລະເມີດຄໍາສັ່ງໂດຍສະເພາະໃນກໍລະນີ້ນໍາໃຊ້ເຮືອບັນທຸກສິນຄ້າທີ່ມີການລັກລອບນຳເຂົ້າສິນຄ້າທີ່ຜິດກົດໜາຍຈະປະຕິບັດລະບຽບດັ່ງນີ້:
– ຄັ້ງທີ 1 ຈະຖືກສຶກສາອົບຮົມກ່າວເຕືອນ ແລະເຮັດບົດບັນທຶກ,
– ຄັ້ງທີ 2 ປັບໃໝ 5 ລ້ານກີບ ພ້ອມທັງຢຶດສິນຄ້າ ແລະເຮືອ.
– ສ່ວນຄັ້ງທີ 3 ຈະປັບໃໝ 10 ລ້ານກີບ, ຢຶດສິນຄ້າ ແລະເຮືອພ້ອມທັງຖືກດໍາເນີນຄະດີຕາມລະບຽບກົດໝາຍ.

   ໂອກາດນີ້, ທ່ານເຈົ້າເມືອງກໍ່ໄດ້ຮຽກຮ້ອງມາຍັງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະກ້ອນກຳລັງທະຫານຊາຍແດນ, ອໍານາດການປົກຄອງບ້ານຕ້ອງນໍາເອົາກົດລະບຽບດັ່ງກ່າວໄປເຜີຍແຜ່ໃຫ້ກັບພໍ່ແມ່ປະຊາຊົນ ແລະຜູ້ປະກອບການກໍ່ຄືຜູ້ທີ່ນໍາ ໃຊ້ເຮືອ-ບັກປະເພດຕ່າງໆຕາມແມ່ນໍ້າຂອງໃຫ້ເຂົ້າໃຈ ແລະຮ່ວມແຮງຮ່ວມໃຈກັນປະຕິບັດໃຫ້ເຂັ້ມງວດ, ເປັນຫູເປັນຕາຊ່ວຍກັນ, ເປັນເຈົ້າການໃນວຽກງານການເຝົ້າລະວັງ, ສະກັດກັ້ນ ແລະຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນແມ່ນຫ້າມບໍ່ໃຫ້ມີການລັກລອບນໍາເຂົ້າອາຫານທະເລທີ່ແຊ່ແຂງ, ຊີ້ນສັດ ແລະອື່ນໆທີ່ສ່ຽງຕໍ່ການຕິດພະຍາດ Covid-19.

    ຫຼັງຈາກນັ້ນ, ທ່ານເຈົ້າເມືອງພ້ອມຄະນະກໍ່ໄດ້ລົງຕິດຕາມເບິ່ງແຕ່ລະຈຸດຈອດເຮືອພ້ອມທັງເນັ້ນໃຫ້ກ້ອນກໍາລັງຜັດປ່ຽນກັນເຝົ້າວຽນຍາມຢ່າງເຂັ້ມງວດ.