ຍຸດທະສາດພັດທະນາລະບົບສະຖາບັນການເງິນ-ເງິນຕາ

ໂດຍ: ຣັດສະໝີ ດວງສັດຈະ

     ກອງປະຊຸມຂະແໜງການທະນາຄານ ປີ 2021 (3 ສິງຫາ 2021); ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າຫ້ອງການ ທຫລ ໄດ້ສະເໜີແຜນຍຸດທະສາດການພັດທະນາລະບົບສະຖາບັນການເງິນ-ເງິນຕາໄລຍະ 5 ປີຜ່ານມາ (2016-2020) ຊຶ່ງໄດ້ກໍານົດວິໄສທັດຄື:“ຮັບປະກັນສະຖຽນລະພາບດ້ານເງິນຕາແຫ່ງຊາດໃຫ້ໝັ້ນທ່ຽງ, ພັດທະນາລະບົບສະຖາບັນການເງິນ-ເງິນຕາໃຫ້ເຂັ້ມແຂງ-ໝັ້ນຄົງສາມາດແຂ່ງຂັນໃນເງື່ອນໄຂການເຊື່ອມໂຍງກັບສາກົນ” ໂດຍໄດ້ກໍານົດ 4 ຍຸດທະສາດຄື: ຮັກສາສະຖຽນລະພາບດ້ານເງິນຕາໃຫ້ໝັ້ນທ່ຽງຍາວນານ; ພັດທະນາລະບົບສະຖາບັນການເງິນ-ເງິນຕາ ໃຫ້ເຂັ້ມແຂງ-ໝັ້ນຄົງ; ພັດທະນາລະບົບ ການຊໍາລະແຫ່ງຊາດໃຫ້ເປັນສູນກາງຊໍາລະທີ່ທັນສະໄໝ, ປອດໄພ ແລະພັດທະນາລະບົບພື້ນຖານໂຄງລ່າງຂອງລະບົບສະຖາບັນການເງິນ-ເງິນຕາໃຫ້ສອດຄ່ອງກັບຫຼັກການລວມຂອງສາກົນ ແລະເງື່ອນໄຂຂອງປະເທດ.

   ທຫລ ໄດ້ຜັນຂະຫຍາຍເປັນແຜນເງິນຕາ 5 ປີ (2016-2020) ແລະສ້າງເປັນ 6 ແຜນງານ, 47 ໂຄງການ ແລະ 110 ແຜນວຽກເພື່ອເປັນບ່ອນອີງໃນການ ຈັດຕັ້ງປະຕິບັດຢ່າງເປັນລະບົບ ແລະມີການຕິດຕາມປະເມີນໃນແຕ່ລະໄລຍະ. ຜ່ານການຈັດຕັ້ງປະຕິບັດຍຸດທະສາດດັ່ງກ່າວສາມາດບັນລຸໜ້າວຽກໄດ້ປະມານ 90%. ເຖິງຢ່າງໃດກໍ່ຕາມຜ່ານການຈັດຕັ້ງປະຕິບັດເຫັນວ່າລະບົບສະພາບການເງິນເງິນຕາຂອງ ສປປ ລາວ ໄດ້ຮັບການພັດທະນາ ແລະມີທ່າກ້າວດີຂຶ້ນແຕ່ກໍ່ເຫັນວ່າມີບາງບັນຫາທີ່ຈະຕ້ອງໄດ້ມີການປັບປຸງແກ້ໄຂເປັນຕົ້ນຂະໜາດຂອງຂະແໜງການເງິນ-ເງິນຕາຍັງໜ້ອຍ, ຄວາມເຂັ້ມແຂງທາງດ້ານທຶນຮອນ, ວິຊາການ, ລະດັບການພັດທະນາເຕັກໂນໂລຊີຍັງບໍ່ທັນສູງເທົ່າທີ່ຄວນທຽບ ກັບປະເທດພາກພື້ນແລະສາກົນ, ປະສິດທິພາບເຄື່ອງມືໃນການຄຸ້ມຄອງມະຫາພາກເງິນຕາຍັງຈຳກັດບໍ່ສາມາດຊີ້ນຳບັນຊາຕະຫຼາດໄດ້ດີ, ພື້ນຖານເສດຖະກິດ, ການຜະລິດພາຍໃນບໍ່ທັນເຂັ້ມແຂງພໍ, ບັນຫາການຂາດດູນງົບປະມານ ແລະດູນການຊໍາລະກັບຕ່າງປະເທດຍັງຢູ່ໃນລະດັບສູງ; ການຈໍລະຈອນຂອງເງິນຕາຕ່າງປະເທດຢູ່ນອກລະບົບໃນລະດັບສູງ; ລະບົບສະຖາບັນການເງິນ-ເງິນຕາ ມີຂະໜາດນ້ອຍ ແລະຕົ້ນທຶນບໍລິຫານສູງ;ເຄື່ອງມື ແລະກົນໄກໃນການຄຸ້ມຄອງ ແລະກວດາສະຖາບັນການເງິນບໍ່ທັນພຽງພໍ; ລະບົບປ້ອງກັນຄວາມສ່ຽງຂອງສະຖາບັນການເງິນບໍ່ທັນສະໄໝ, ລະບົບການຄຸ້ມຄອງ ແລະໂຄງລ່າງພື້ນຖານດ້ານວຽກງານຊຳລະບໍ່ທັນຄົບຖ້ວນສົມບູນ ແລະບັນຫາອື່ນໆ; ສະນັ້ນ, ທ່ານຫົວໜ້າຫ້ອງການ ທຫລ ໄດ້ສະເໜີຍຸດທະສາດພັດທະນາລະບົບສະຖາບັນການເງິນເງິນຕາໃນໄລຍະ 5 ປີຕໍ່ໜ້າ 2021-2025 (ສະບັບປັບປຸງ) ໂດຍ ທຫລ ໄດ້ສະເໜີຜ່ານກອງປະຊຸມລັດຖະບານຮັບຮອງເບື້ອງຕົ້ນໂດຍມີວິໄສທັດຮອດປີ 2030 ຄື: “ຮັບປະກັນສະເຖຍລະພາບ ເງິນຕາແຫ່ງຊາດໃຫ້ໝັ້ນທ່ຽງ, ພັດທະນາລະບົບສະຖາບັນການເງິນ-ເງິນຕາ ໃຫ້ເຂັ້ມແຂງ-ໝັ້ນຄົງ ແລະສາມາດແຂ່ງຂັນ ໄດ້ໃນເງື່ອນໄຂການເຊື່ອມໂຍງກັບສາກົນ” ຊຶ່ງປັບຈາກ 4 ຍຸດທະສາດເປັນ 7 ຍຸດທະສາດ ຄື:(1) ພັດທະນາຊັບພະ ຍາກອນມະນຸດທາງດ້ານການເງິນ-ເງິນຕາໃຫ້ເຂັ້ມແຂງ; (2) ພັດທະນາບໍລິຫານລັດໃຫ້ມີຄວາມເຂັ້ມແຂງຮອບດ້ານ; (3) ຮັກສາສະຖຽນລະພາບດ້ານເງິນຕາໃຫ້ໝັ້ນທ່ຽງຍາວນານ; (4) ພັດທະນາລະບົບສະຖາບັນການເງິນໃຫ້ເຂັ້ມແຂງຍືນຍົງ; (5) ພັດທະນາລະບົບການຊຳລະໃຫ້ທັນສະໄໝ ແລະປອດໄພ; (6) ພັດທະນາການບໍລິການທາງການເງິນທະນາຄານຢ່າງທົ່ວເຖິງ; ແລະ (7) ເຊື່ອມໂຍງກັບສາກົນຢ່າງກວ້າງຂວາງ ແລະມີປະສິດທິຜົນສູງ.

   ໃນແຜນ 5 ປີ ຕໍ່ໜ້າແມ່ນຮັບປະກັນສະຖຽນລະພາບເງິນຕາແຫ່ງຊາດໃຫ້ໝັ້ນທ່ຽງປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມໃຫ້ຂະຫຍາຍຕົວຢ່າງມີຄຸນນະພາບ, ສົມດຸນ ແລະ ຍືນຍົງ; ຫຼຸດຜ່ອນການນໍາເຂົ້າ ແລະ ສົ່ງເສີມການສົ່ງອອກເພື່ອຫຼຸດຜ່ອນການຂາດດຸນກັບຕ່າງປະເທດ; ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກລະດັບດີຂຶ້ນ; ຮັບປະກັນການຫັນເປັນທັນສະໄໝ, ມີຄວາມໝັ້ນຄົງ ແລະຍືນຍົງຂອງລະບົບທະນາຄານ-ສະຖາບັນການເງິນ; ສົ່ງເສີມການເຂົ້າເຖິງ ແຫຼ່ງທຶນຂອງສັງຄົມແບບຍືນຍົງໃຫ້ກວ້າງຂວາງຜ່ານຕະຫຼາດເງິນ ແລະຕະຫຼາດທຶນ; ພັດທະນາ ແລະ ຄຸ້ມຄອງລະບົບການຊໍາລະແຫ່ງຊາດໃຫ້ມີຄວາມ ທັນສະໄໝ, ລວມສູນສອດຄ່ອງມາດຕະຖານສາກົນ ແລະແທດເໝາະກັບສະພາບຕົວຈິງຂອງປະເທດ; ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການຄຸ້ມຄອງບໍລິຫານລັດ ແລະອົງກອນປິ່ນອ້ອມທີ່ຈໍາເປັນຢ່າງເປັນລະບົບຄົບຊຸດ (ເປັນຕົ້ນດ້ານນິຕິກໍາ, ລະບົບການບັນຊີ, ລະບົບຂໍ້ມູນຂ່າວສານ ແລະການຮັກສາຄວາມປອດໄພ, ລະບົບສະຖິຕິ, ລະບົບຕິດຕາມກວດກາ); ຖືສໍາຄັນດ້ານແບບແຜນການນໍາພາ-ວິທີເຮັດວຽກທີ່ມີວິທະຍາສາດ ແລະຍົກສູງຄຸນນະພາບດ້ານວິຊາສະເພາະຂອງບຸກຄະລາກອນໃນຂົງເຂດທະນາຄານໃຫ້ສົມຄູ່ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຕົວຈິງ; ຮ່ວມມືເຊື່ອມໂຍງ ແລະເຊື່ອມຈອດພາຍໃນປະເທດ, ພາກພື້ນ ແລະສາກົນດ້ວຍຄວາມເຂັ້ມແຂງທັນສະໄໝ.ເພື່ອບັນລຸຕາມທິດທາງ, ຄາດໝາຍ ແລະໜ້າວຽກທີ່ໄດ້ກໍານົດໃນແຜນຍຸດທະສາດ, ທຫລ ໄດ້ຜັນຂະຫຍາຍເປັນແຜນງານ-ໂຄງການຈຸດສຸມໃນຕໍ່ໜ້າຊຶ່ງປະກອບມີ: 10 ແຜນງານ, 48 ໂຄງການ, 143 ແຜນວຽກໂດຍຜັນຂະຫຍາຍຍຸດທະສາດນີ້ສະໜັບສະໜູນການແກ້ໄຂສະພາບຄວາມຫຍຸ້ງຍາກເສດຖະ ກິດການເງິນ ແລະຄາດວ່າຈະມີຜົນຄືບໜ້າເປັນກ້າວໆ.