ເຄິ່ງປີດ່ານສາກົນວັງເຕົ່າລາຍຮັບໄດ້ 378 ຕື້ກວ່າກີບ

ຂ່າວ: ໂພທິລາດ 

 ເປັນການຈັດຕັ້ງປະຕິບັດໜ້າທີ່ຢ່າງມີປະສິດທິພາບສູງພໍສົມຄວນສໍາລັບດ່ານສາກົນວັງເຕົ່າ ເມືອງໂພນທອງ ແຂວງຈໍາປາສັກ ພາຍໃນ 6 ເດືອນຕົ້ນປີສາມາດເກັບລາຍຮັບເຂົ້າງົບປະມານລັດໄດ້ 378 ຕື້ກວ່າກີບ ພ້ອມຈະສູ້ຊົນເຮັດໃຫ້ທິດທາງແຜນການເຄິ່ງປີບັນລຸຄາດໝາຍທີ່ກໍານົດໄວ້.

ທ່ານ ພັນເອກ ສຸກັນ ໄຕໃຊຍະວົງ ຫົວໜ້າຄະນະຄຸ້ມຄອງດ່ານສາກົນວັງເຕົ່າ ເມືອງໂພນທອງ ແຂວງຈໍາປາສັກ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມເສດຖະກິດ-ສັງຄົມເມື່ອບໍ່ດົນມານີ້ວ່າ: ຄະນະຄຸ້ມຄອງດ່ານຊາຍແດນສາກົນວັງເຕົ່າແມ່ນກົງຈັກໜຶ່ງຂອງອົງການປົກຄອງ ແຂວງຈໍາປາສັກ ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະ ນະພັກ, ອໍານາດການປົກຄອງແຂວງກ່ຽວກັບການຈັດຕັ້ງປະຕິບັດວຽກງານໄປຕາມທິດທາງນະໂຍບາຍຂອງພັກ-ລັດກໍຄືນິຕິກໍາຕ່າງໆ ຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ ແລະມີໜ້າທີ່ຄຸ້ມຄອງເຂດຊາຍແດນລາວໄທ, ອໍານວຍຄວາມສະດວກໃຫ້ແກ່ຜູ້ໂດຍສານ, ຍານພາຫະນະ ແລະສິນຄ້າເຄື່ອງ ຂອງທີ່ເຂົ້າ ແລະອອກຜ່ານດ່ານຊາຍ ແດນສາກົນວັງເຕົ່າໃຫ້ຖືກຕ້ອງຕາມບັນດານິຕິກໍາຕ່າງໆ ຂອງແຕ່ລະກະຊວງທີ່ໄດ້ກໍານົດໄວ້ ແລະ ມີໜ້າທີ່ປະສານສົມທົບກັບອໍານາດການປົກຄອງທ້ອງຖິ່ນ, ທຸກພາກ ສ່ວນທີ່ກ່ຽວຂ້ອງເພື່ອຮ່ວມກັນແກ້ໄຂບັນຫາຕ່າງໆ ທີ່ເກີດຂຶ້ນພາຍໃນຂອບເຂດຄວາມຮັບຜິດຊອບຂອງດ້ານຊາຍແດນສາກົນວັງເຕົ່າ.

   ສໍາລັບການຈັດຕັ້ງວຽກງານວິຊາສະເພາະໃນການຈັດເກັບລາຍຮັບເຂົ້າງົບປະມານລັດໃນໄລຍະ 6 ເດືອນຕົ້ນປີ 2021 ຜ່ານມາ, ແມ່ນພວກເຮົາໄດ້ສຸມໃສ່ຕໍ່ໜ້າທີ່ຢ່າງຈິງຈັງ ແລະເຂັ້ມງວດຕໍ່ລະບຽບກົດໝາຍປະຕິບັດໜ້າທີ່ຢ່າງໂປ່ງໃສ ແລະມີຄວາມວ່ອງໄວທັນສະໄໝ, ເຮັດໃຫ້ພາຍໃນດ່ານມີຄວາມສະຫງົບສຸກ ແລະມີຄວາມເປັນລະບຽບຮຽບຮ້ອຍດີເຖິງວ່າຜ່ານມາທາງດ່ານຈະມີຄວາມຫຍຸ້ງຍາກໃນການປະຕິບັດໜ້າທີ່ຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ແຕ່ພວກເຮົາກໍ່ມີຄວາມສາມັກຄີສູ້ຊົນເຮັດໃຫ້ວຽກງານການຈັດເກັບລາຍຮັບໃນ 6 ເດືອນຜ່ານມາໄດ້ທັງໝົດ 378 ຕື້ກວ່າກີບ, ທຽບໃສ່ແຜນການປະຕິບັດໄດ້ກວ່າ 100 % ແລະທຽບໃສ່ແຜນປີປະຕິບັດໄດ້ກວ່າ 51%, ໃນນັ້ນລາຍຮັບໄດ້ຈາກຄ່າຊັກພິເສດ, ຈາກນໍ້າມັນເຊື້ອໄຟ, ພາຫະນະ, ຊິ້ນສ່ວນອາໄຫຼ່, ເຄື່ອງວັດສະ ດຸກໍ່ສ້າງ ແລະອື່ນໆ.

   ທ່ານ ພັນເອກ ສຸກັນ ໄຕໃຊຍະວົງ ໃຫ້ຮູ້ຕື່ມວ່າ: ສໍາລັບໃນໄລຍະ 5-6 ເດືອນ ທ້າຍປີດ່ານສາກົນວັງເຕົ່າ ເມືອງໂພນທອງ ແຂວງຈໍາປາສັກ ແມ່ນຈະໄດ້ສຶບຕໍ່ເອົາໃຈໃສ່ເຜີຍແຜ່ແນວທາງນະໂຍບາຍ, ລະບຽບກົດໝາຍຂອງລັດກໍຄືມະຕິຄໍາ ສັ່ງ, ຂໍ້ກໍານົດຕ່າງໆ ແລະທິດທາງໜ້າທີ່ຂອງຂັ້ນເທິງ, ສຶບຕໍ່ສືກສາອົບຮົມການເມືອງ, ແນວຄິດໃຫ້ສະມາຊິກພັກ, ພະນັກງານ, ລັດຖະກອນໃຫ້ກໍາແໜ້ນມູນເຊື້ອອັນດີງານຂອງພັກ, ສືບຕໍ່ຊຸກຍູ້ບັນດາໜ່ວຍງານ, ຂະແໜງການເຄື່ອນໄຫວຕາມພາລະບົດບາດໜ້າທີ່ວິຊາສະເພາະ ແລະໃຫ້ສອດຄ່ອງກັບລະບົດຫຼັກການສູ້ຊົນເຮັດໃຫ້ບັດດາໜ້າວຽກຕ່າງໆ ສາມາດເຄື່ອນໄຫວ ແລະປະຕິບັດສໍາເລັດຕາມລະດັບຄາດໝາຍທີ່ກໍານົດໄວ້.