ເລຂາທິການໃຫຍ່ ເນັ້ນກະຊວງປ້ອງກັນປະເທດ ເອົາໃຈໃສ່ 8 ບັນຫາສຳຄັນ

ຂ່າວ: ຈັນະສອນ ສີຫານາດ, ພາບ: ຄໍາກອງ ກິດຕິຄຸນ

  ໃນໂອກາດໃຫ້ກຽດໂອ້ລົມຕໍ່ພະນັກງານຫຼັກແຫຼ່ງກະຊວງປ້ອງກັນປະເທດໃນວັນທີ 4 ສິງຫາ 2021, ທີ່ກະຊວງປ້ອງກັນປະເທດ ສະຫາຍ ທອງລຸນ ສີສຸລິດ, ເລຂາ ທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດໄດ້ເນັ້ນໜັກ 8 ບັນຫາຕົ້ນຕໍເພື່ອເສີມຂະຫຍາຍມູນເຊື້ອຂອງກຳລັງປ້ອງກັນຊາດໃຫ້ນັບມື້ເຕີບໃຫ່ຍເຂັ້ມແຂງ ແລະໄດ້ຮັບການພັດທະນາຢ່າງຮອບດ້ານ.

  ອັນທຳອິດແມ່ນໃຫ້ສືບຕໍ່ຝຶກຝົນທາດແທ້ປະຕິວັດ, ຄວາມຈົ່ງຮັກພັກດີຕໍ່ປະເທດຊາດ, ຍອມເສຍສະຫຼະເພື່ອຊາດເພື່ອປະຊາຊົນຂອງນັກຮົບ, ນາຍ ແລະພົນທະຫານໃນກອງທັບເຮົາໃຫ້ຖືເປັນບັນຫາສຳຄັນໃຈກາງ ແລະບໍ່ສາມາດຖືເບົາໄດ້.

2. ສ້າງຄວາມເປັນເອກະພາບສູງກັບແນວທາງນະໂຍບາຍຂອງພັກ, ຢ່າງໜັກແໜ້ນພາຍໃນຖັນແຖວປະກອບອາວຸດ; ຂໍໃຫ້ກຳລັງປະກອບອາວຸດເປັນກຳລັງແຖວໜ້າໃນການກຳແໜ້ນແນວທາງນະໂຍບາຍຂອງພັກ, ຜັນຂະຫຍາຍອອກມາເປັນອັນລະອຽດຂອງກຳລັງປະກອບອາວຸດເພື່ອຝຶກຝົນປະຊາຊົນ,ອະທິບາຍ ແລະສ້າງຮາກຖານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ເຂັ້ມແຂງຂຶ້ນ.

3. ກອງທັບ, ນັກຮົບ, ນາຍ ແລະພົນທະຫານຕ້ອງສືບຕໍ່ຝຶກຝົນຄວາມມີລະບຽບວິໄນຖືສິ່ງນີ້ທັງເປັນທາດແທ້, ເປັນຊີວິດຈິດໃຈຂອງຕົນ, ທັງເປັນຄຸນລັກສະນະທີ່ຂາດບໍ່ໄດ້ເພື່ອເປັນອາວຸດອັນແຫຼມຄົມຕັດສິນໄຊຊະນະ ຫຼືປະລາໄຊກັບສັດຕູຂອງຊາດ, ລະບຽບວິໄນຕ້ອງຕິດພັນກັບຈັນຍາບັນຂອງກອງທັບປະຕິວັດບໍ່ຄວນອະນຸຍາດໃຫ້ໃຜອອກນອກທາງ, ອອກຈາກກອບຂອງລະບຽບ, ກົດໝາຍ, ກົດຄຳສັ່ງໄດ້ເດັດຂາດຢູ່ໃນຖັນແຖວປະກອບອາວຸດຂອງພວກເຮົາ, ລະບຽບກອງທັບຕ້ອງເຄັ່ງຄັດຕໍ່ການປະຕິ ບັດ, ເດັດຂາດການບັງຄັບບັນຊາເປັນລະບຽບເຫຼັກ, ເຖິງເວລາຕ້ອງຍອມເສຍສະຫຼະແມ້ແຕ່ຊີວິດເພື່ອຊາດ, ເພື່ອປະຊາຊົນ, ກຽມພ້ອມຢູ່ທຸກເວລາໃນການປະຕິບັດໜ້າທີ່ (ຍອມເສຍສະຫຼະດ້ວຍຄວາມພິລະອາດຫານ ແລະດ້ວຍຄວາມພູມໃຈ).

4. ກອງທັບເຮົາ ຕ້ອງຝຶກຝົນຫຼໍ່ຫຼອມດ້ານສິນລະປະຍຸດ, ຍຸດທະວິທີຢ່າງເປັນປະຈໍາ.

5. ພັດທະນາກອງທັບໃຫ້ເຂັ້ມແຂງ, ທັນສະໄໝເທື່ອລະກ້າວ, ຮູ້ຈຸດໃດ, ຂົງເຂດໃດ, ກໍາລັງປະເພດໃດທີ່ຕ້ອງເນັ້ນໜັກການພັດທະນາ, ເນັ້ນໜັກການປັບປຸງ, ເໜັ້ນໜັກການນຳໃຊ້. ກຳລັງໃດ, ປະເພດໃດທີ່ຕ້ອງສ້າງ, ປັບປຸງໂລດໃນສະ ເພາະໜ້າ ແລະກຳລັງປະເພດໃດຕ້ອງພັດທະນາໄລຍະຍາວ, ຊຶ່ງຕ້ອງຮູ້ວ່າມັນຂຶ້ນຢູ່ກັບສະຖານະການຈະຜັນແປນັ້ນໃຫ້ຊັດເຈນ ແລະໜັກແໜ້ນເພື່ອບໍ່ໃຫ້ຜິດພາດໃນການຕົກລົງ ແລະຕັດສິນໃຈ.

6. ກອງທັບເຮົາຕ້ອງສືບຕໍ່ເອົາໃຈໃສ່ຊ່ວຍລັດຖະບານແກ້ໄຂບັນຫາເສດຖະກິດ, ກອງທັບຕ້ອງສ້າງຄວາມເຂັ້ມແຂງທາງດ້ານການສ້າງພາລະທິການກັບທີ່ເພື່ອຊ່ວຍຫຼຸດຜ່ອນການແບກຫາບຂອງລັດຖະບານໄດ້ຫຼາຍເທົ່າໃດກໍ່ຍິ່ງດີເພື່ອໃຫ້ລັດຖະບານມີກຳລັງແຮງຊ່ວຍກອງທັບໃນບັນຫາຍຸດທະສາດໃຫຍ່ໆ. ການປະຢັດ, ການໃຊ້ຈ່າຍ ຢ່າງມີປະສິດທິຜົນຕ້ອງເປັນທາດແທ້ຂອງກອງທັບເຮົາ.

7. ກອງທັບເຮົາ, ກຳລັງປະກອບອາວຸດເຮົາຈະສືບຕໍ່ມູນເຊື້ອອັນດີງາມໃນການຊ່ວຍເຫຼືອປະຊາຊົນ, ຊ່ວຍເຫຼືອດ້ານການລຶບລ້າງຄວາມທຸກຍາກ, ຊ່ວຍບັນເທົາທຸກໃນຍາມມີໄພທີ່ກະທົບເຖິງປະຊາຊົນດັ່ງທີ່ເຄີຍປະຕິບັດມາ, ຊຶ່ງກອງທັບເຮົາໄດ້ເປັນທີ່ໄວ້ວາງໃຈໄດ້ຂອງປະຊາຊົນຢ່າງແທ້ຈິງໃນໄລຍະຜ່ານມາ;

8. ກອງທັບເຮົາຈະຕ້ອງສືບຕໍ່ໃຫ້ຄວາມສໍາຄັນກັບການພົວພັນກັບປະເທດເພື່ອນມິດທັງຢູ່ໃກ້ ແລະຢູ່ໄກ, ໂດຍສະເພາະເອົາໃຈໃສ່ກັບເພື່ອນມິດຍຸດທະສາດຮູ້ຍາດແຍ່ງ, ຮູ້ຮໍ່າຮຽນ ແລະຮູ້ຮັບເອົາການຮ່ວມມືຢ່າງມີການເລືອກເຟັ້ນດ້ວຍສະຕິປັນຍາທີ່ແຫຼມຄົມ.