ບໍ່ຄໍາຜາປົ່ນມອບພັນທະໃຫ້ລັດ 15,2 ລ້ານໂດລາ

ຂ່າວ: ສີສຸວັນ 

    ບໍ່ຄໍາຜາປົ່ນ ແຂວງຫຼວງພະບາງ ແມ່ນບໍລິສັດທຽນຫົວຄານບໍ່ແຮ່ (ລາວ) ຈໍາກັດ ເປັນຜູ້ສໍາປະທານ ແລະຂຸດຄົ້ນທີ່ຖືກຕ້ອງຕາມກົດໝາຍຂອງ ສປປ ລາວ ໄດ້ເປັນທ່າແຮງໜຶ່ງໃນການຊ່ວຍພັດທະນາເສດຖະກິດ-ສັງຄົມຂອງແຂວງຫຼວງພະບາງກໍ່ຄືປະເທດ,ມາມາດສ້າງວຽກເຮັດງານທໍາໃຫ້ປະຊາຊົນບັນດາເຜົ່າເວົ້າສະເພາະກໍແມ່ນປະຊາຊົນບ້ານໃກ້ຄຽງພາຍໃນແຂວງຫຼວງພະບາງໄດ້ມີວຽກເຮັດງານທໍາ ແລະນັບແຕ່ປີ 2017- ເດືອນມິຖຸນາ 2021 ນີ້ ບໍລິສັດສາມາດຜະລິດໂລຫະຄໍາໄດ້ 2,6 ໂຕນ, ຈ່າຍພັດທະອາກອນໃຫ້ແກ່ລັດຖະບານລາວ 15,2 ລ້ານໂດລາສະຫະລັດ ແລະຄ່າພັດທະການເງິນໃຫ້ແກ່ລັດ 1,2 ລ້ານໂດລາສະຫະລັດ.

   ໃນໂອກາດ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງແຜນການ ແລະການລົງທຶນນໍາພາໂດຍທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງໆຫຼວງພະບາງພ້ອມດ້ວຍຄະນະນໍາຈາກກະຊວງທີ່ກ່ຽວຂ້ອງໄດ້ລົງຢ້ຽມຢາມຊີ້ນໍາວຽກງານຢູ່ບໍລິສັດໃນວັນທີ 2 ສິງຫາ 2021 ນີ້ໂດຍໃຫ້ກຽດຕ້ອນຮັບຈາກບໍລິສັດທຽນຈິນຫົວຄານບໍ່ແຮ່ (ລາວ) ຈຳກັດພ້ອມລາຍງານສະພາບລວມຂອງການຈັດຕັ້ງປະຕິບັດວຽກງານການຂຸດຄົ້ນແຮ່ຄໍາໃຫ້ທ່ານນາຍົກພ້ອມຄະນະຮັບຊາບ.

   ບໍ່ຄໍາຜາປົ່ນຕັ້ງຢູ່ເຂດບ້ານຜາປົ່ນ ເມືອງປາກອູ ແຂວງຫຼວງພະບາງ ໃນເດືອນພະຈິກ 2008 ໄດ້ເຊັນສັນຍາສໍາຫຼວດຊອກຄົ້ນ-ສໍາຫຼວດແຮ່ຄໍາເຂດຜາປົ່ນ, ມາຮອດວັນທີ 26 ເດືອນມັງກອນ 2015 ບໍລິສັດໄດ້ເຊັນສັນຍາຂຸດຄົ້ນ ແລະປຸງແຕ່ງແຮ່ຄໍາ ແລະມາຮອດເດືອນພະຈິກ ປີ 2016 ການກໍສ້າງໄດ້ສໍາເລັດສົມບູນ ແລະໄດ້ເລີ່ມຕົ້ນເຂົ້າສູ່ຂັ້ນຕອນທົດລອງການຜະລິດ, ມາຮອດທ້າຍປີ 2020 ບໍລິສັດໄດ້ລົງທຶນເຂົ້າລວມທັງໝົດ 72 ລ້ານໂດລາສະຫະລັດ, ມີພະນັກງານທັງໝົດ 434 ຄົນ, ໃນນັ້ນພະນັກງານຈີນມີ 180 ຄົນ, ລາວ 254 ຄົນ. ສໍາລັບ 6 ເດືອນ ຕົ້ນປີ 2021 ນີ້ ໄດ້ຂຸດຄົ້ນ ແລະປຸງແຕ່ງແຮ່ໄດ້ທັງໝົດ 92.300 ໂຕນ, ເຈາະອຸມົງເຂົ້າໄປໄດ້ 5.202 ແມັດ, ຜະລິດໂລຫະຄຳໄດ້ 358 ກິໂລ,ເທົ່າກັບ 60% ຂອງແຜນການຜະລິດປະຈຳປີ,ເນື່ອງຈາກໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19 ທາງບໍລິສັດບໍ່ສາມາດຈຳໜ່າຍຜະລິດຕະພັນອອກໄດ້, ສ່ວນການຍົກຍ້າຍປະຊາຊົນທີ່ຖືກຜົນກະທົບການຂຸດຄົ້ນຂອງບໍລິສັດປະຈຸບັນໄດ້ສຳເລັດການກໍ່ສ້າງເຮືອນໃຫ້ປະຊາຊົນແລ້ວຈຳນວນ 83 ຄອບຄົວ, ສໍາເລັດການສ້າງນໍ້າລິນໃຫ້ບ້ານຈັດສັນໃໝ່ ແລະໄດ້ຍົກຍ້າຍໄປຢູ່ແລ້ວຈຳນວນໜຶ່ງ, ຄຽງຄູ່ກັນນັ້ນກໍ່ຍັງມີປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນໄລຍະຜ່ານມາເປັນຕົ້ນມີປະຊາຊົນລັກລອບຂຸດຄົ້ນແຮ່ຄຳ ແລະ ຕໍ່ກັບບັນຫາທີ່ເກີດຂຶ້ນນັ້ນພາກສ່ວນທີ່ກ່ຽວຂ້ອງໄດ້ສຸມໃສ່ແກ້ໄຂສຶກສາອົບຮົມໃຫ້ປະຊາຊົນຮັບຮູ້ ແລະເຂົ້າໃຈຕໍ່ກົດໝາຍ.

   ພ້ອມນີ້ທ່ານຮອງນາຍົກລັດຖະມົນຕີກໍ່ໄດ້ສະແດງຄວາມຊົມເຊີຍທີ່ທາງບໍລິສັດໄດ້ປະກອບສ່ວນມອບພັນທະໃຫ້ລັດ ແລະປະຊາຊົນໄດ້ມີວຽກເຮັດງານທໍາ ແລະໄດ້ເນັ້ນ ໜັກໃຫ້ບໍລິສັດ ແລະພາກສ່ວນກ່ຽວຂ້ອງຮ່ວມປຶກສາຫາລືກັນຮີບຮ້ອນແກ້ໄຂບັນຫາທີ່ຄົງຄ້າງໃຫ້ໄວເພື່ອເຮັດໃຫ້ໂຄງການໄດ້ດຳເນີນວຽກງານຕາມແຜນທັງຮັບປະກັນບໍ່ໃຫ້ມີຜົນກະທົບຕໍ່ປະຊາຊົນ, ສີ່ງສຳຄັນແມ່ນໃຫ້ປະຊາຊົນທີ່ຢູ່ອ້ອມຮອບເຂດຂຸດຄົ້ນ, ເບິ່ງຄືນນະໂຍບາຍຂອງບໍລິສັດຕໍ່ບ້ານ, ເອົາໃຈໃສ່ຈັດຕັ້ງຂະບວນການຜະລິດ-ຈັດຫາແຫຼ່ງທຶນໃຫ້ປະຊາຊົນ, ຄຸ້ມຄອງແຮງງານຕ່າງປະເທດ ແລະ ສິ່ງສໍາຄັນແມ່ນເລັ່ງຈັດສັນບ້ານໃຫ້ປະຊາຊົນໂດຍໄວເພື່ອໃຫ້ຊີວິດການເປັນຢູ່ພໍ່ແມ່ປະຊາຊົນທີ່ດີຂຶ້ນ, ໂອກາດນີ້ທ່ານເຈົ້າແຂວງຫຼວງພະບາງກໍ່ໄດ້ຮັບເອົາຄໍາຊີ້ນໍາຈາກທ່ານຮອງນາຍົກລັດຖະມົນຕີເພື່ອໄປຈັດຕັ້ງປະຕິບັດຜັນຂະຫຍາຍຮ່ວມກັບພາກສ່ວນທີ່ກ່ຽວຂ້ອງແນໃສ່ແກ້ໄຂໃຫ້ສໍາເລັດໂດຍໄວຕາມທິດຊີ້ນໍາຂອງທ່ານຮອງນາຍົກທີ່ລົງເຮັດວຽກຄັ້ງນີ້.

    ຫຼັງຈາກຢ້ຽມຢາມບໍ່ຄໍາຜາປົ່ນແລ້ວໃນຕອນບ່າຍຂອງວັນດຽວກັນທ່ານຮອງນາຍົກລັດຖະມົນຕີກະຊວງແຜນການ ແລະການລົງທຶນພ້ອມດ້ວຍຄະນະຍັງໄດ້ໄປຢ້ຽມຢາມສູນດາຕາເຊັນເຕີຊຶ່ງຕັ້ງຢູ່ບ້ານປາກແວດ ເມືອງຊຽງເງິນຕື່ມອີກ.