ແຮງງານລັກອອກຈາກສູນສາລະວັນແມ່ນຂ່າວລື

ຂ່າວ: ກິນດາວັນ ອ້ວນນາຄູ

    ທ່ານ ດຣ ອາຄົມ ລໍ່າວິຈິດ ຫົວໜ້າພະແນກສາທາລະນະສຸກແຂວງຮອງຫົວໜ້າຄະນະສະເພາະກິດໂຄວິດ-19 ແຂວງສາລະວັນໄດ້ຊີ້ແຈງໃນຄັ້ງວັນທີ 2 ສິງຫານີ້ວ່າ: ກໍລະນີ ທີ່ມີຜູ້ໃຊ້ເຟສບຸກສ່ວນຕົວເຜີຍແຜ່ຂ່າວລົງໃນສື່ສັງຄົມອອນລາຍໃນຄັ້ງວັນທີ 30 ກໍລະກົດ 2021 ກ່ຽວກັບວ່າມີແຮງງານທີ່ຈຳກັດບໍລິເວນລັກອອກຈາກສູນ (ວິທະຍາໄລຄູສາລະວັນ), ແລ້ວໄປສ້າງສັນຢາຮ້ານບັນເທີງແຫ່ງໜຶ່ງພາຍໃນເທສະບານເມືອງສາລະວັນ. 

   ພາຍຫຼັງທີ່ໄດ້ຮັບຂໍ້ມູນດັ່ງກ່າວກໍ່ໄດ້ແຈ້ງເຈົ້າໜ້າທີ່ປະຈໍາສູນເຄື່ອນໄຫວລາດຕະເວນ, ຕິດຕາມກວດກາສະຖິຕິຈໍານວນພົນຈຶ່ງເຫັນໄດ້ສະພາບຍັງເປັນປົກກະຕິ ແລະບັນດາແຮງງານທີ່ກັບມາກໍ່ໃຫ້ການຮ່ວມມືເປັນຢ່າງດີສຳລັບການຄຸ້ມຄອງສູນແມ່ນໄດ້ມີການແຕ່ງຕັ້ງຄະນະຊີ້ນໍາສູນ, ຫົວໜ້າສູນ, ກອງເລຂາປະຈໍາສູນ (ມີຫຼາຍຂະແໜງການປະກອບໃນສູນ) ແລະ ເຮັດວຽກຢ່າງເປັນລະບົບ, ທັງໄດ້ເຄື່ອນໄຫວເວນຍາມ, ກວດກາເຂົ້າ-ອອກ, ແຕ່ລະພາກສ່ວນເຮັດພາລະໜ້າທີ່ດ້ວຍຄວາມຮັບຜິດຊອບ.

 ຫົວໜ້າພະແນກສາທາລະນະສຸກ ແຂວງສາລະວັນ ຢັ້ງຢືນວ່າ: ກໍລະນີຂ່າວລືດັ່ງກ່າວບໍ່ມີມູນຄວາມຈິງ ແລະເພື່ອບໍ່ໃຫ້ສັງຄົມແຕກຕື່ນທ່ານກໍ່ໄດ້ຮຽກຮ້ອງ ແລະຂໍການຮ່ວມມືມາຍັງທຸກຄົນສັງຄົມບໍລິໂພກຂ່າວສານທີ່ຖືກຕ້ອງ ແລະ ຕິດຕາມຂ່າວສານຈາກສື່ທາງການຂອງສູນກາງ ແລະຂອງແຂວງ, ຄວນພິຈາລະນາຢ່າງຖີ່ຖ້ວນກ່ອນຈະໂພສ, ແຊຣ, ກົດໄລ ຫຼື ສະແດງຄວາມຄິດເຫັນຕ່າງໆໃນສື່ສັງຄົມອອນລາຍຫຼີກເວັ້ນການສ້າງຄວາມແຕກຕື່ນ, ຄວາມບໍ່ສະຫງົບ ແລະ ເຮັດໃຫ້ສັງຄົມເຂົ້າໃຈຜິດຊຶ່ງບັນດາເຈົ້າໜ້າທີ່ໆກ່ຽວຂ້ອງໄດ້ປະຕິບັດໜ້າທີ່ຢ່າງເຂັ້ມງວດ ແລະເອົາໃຈໃສ່ຢ່າງຈິງຈັງເພື່ອເຮັດໃຫ້ສັງຄົມກໍ່ຄືແຂວງສາລະວັນປອດໄພຈາກພະຍາດໂຄວິດ-19.