ຂະແໜງທະນາຄານ ສຳເລັດກອງປະຊຸມປີ 2021 ນາຍົກຊີ້ນຳຫຼາຍບັນຫາສຳຄັນ

ຂ່າວ: ຣັດສະໝີ ດວງສັດຈະ

    ກອງປະຊຸມຂະແໜງການທະນາຄານປີ 2021 ໄດ້ສໍາເລັດລົງໃນຕອນແລງຂອງວັນທີ 3 ສິງຫາ 2021 ຊຶ່ງ ດໍາເນີນມາເປັນເວລາໜຶ່ງວັນທີ່ຫໍປະຊຸມແຫ່ງຊາດນະຄອນຫຼວງວຽງຈັນ ພາຍ ໃຕ້ການເປັນປະທານຂອງທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ) ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ; ພ້ອມນັ້ນ,ກໍ່ມີບັນດາຄະນະຜູ້ວ່າການ ທຫລ, ຄະນະກົມ-ຄະນະອໍານວຍການທະນາຄານທຸລະກິດ-ທະນາຄານສະເພາະ ກິດ ແລະບັນດາຄະນະນໍາຈາກກະຊວງ-ສະຖຽນລະພາບສະຖາບັນການເງິນ; ການພັດທະນາລະບົບການຊໍາລະ ແລະການຫັນເປັນທັນສະໄໝ ແລະດ້ານນະ ໂຍບາຍສິນເຊື່ອກະຕຸ້ນເສດຖະກິດ. 

    ບັນດາຫົວຂໍ້ຕົ້ນຕໍທີ່ນໍາມາສະເໜີໂດຍບັນດາຜູ້ແທນກອງປະຊຸມສຸມໃສ່ຄົ້ນຄວ້າ, ປະກອບຄໍາເຫັນ ແລະຊອກໃຫ້ເຫັນດ້ານດີທີ່ຕັ້ງໜ້າຄວນສົ່ງເສີມ ແລະຂໍ້ຂາດຕົກ ບົກຜ່ອງທີ່ຮັບການແກ້ໄຂຢ່າງມີຈຸດສຸມ ແລະຮອບດ້ານໃນຕໍ່ໜ້າເພື່ອໃຫ້ຂະແໜງການທະນາຄານມີການພັດທະນາ, ເຕີບໃຫຍ່, ເຂັ້ມແຂງ ແລະໝັ້ນຄົງຊຶ່ງໃນຊຸມປີມໍ່ໆນີ້ມີການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງຮຸນແຮງໄດ້ສົ່ງຜົນກະ ທົບວົງກວ້າງຕໍ່ສະພາບເສດຖະກິດການເງິນຂອງພາກພື້ນ ແລະສາກົນ, ສໍາລັບປະເທດເຮົາກໍ່ໄດ້ຮັບຜົນກະທົບຈາກພະຍາດດັ່ງກ່າວຢ່າງໜັກໜ່ວງ ແລະທັງປະເຊີນກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຍ້ອນສະພາບໜີ້ສິນສູງບວກກັບພື້ນຖານເສດຖະກິດຍັງບໍ່ທັນໜັກແໜ້ນໄດ້ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດສັງຄົມຢ່າງຫຼີກລ່ຽງບໍ່ໄດ້.

   ໂດຍພາຍໃຕ້ການນໍາພາຊີ້ນໍາຢ່າງໃກ້ຊິດຂອງພັກ ແລະລັດຖະບານ; ສະພາບການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຍັງມີທ່ວງທ່າ ແລະປັດໄຈທີ່ຕັ້ງໜ້າ, ການຂະຫຍາຍຕົວເສດຖະກິດ ຍັງສືບຕໍ່ຮັກສາໄດ້ໃນອັດຕາ 3,3% ໃນ ປີ 2020; ລາຍຮັບສະເລ່ຍຕໍ່ຫົວຄົນໄດ້ ເພີ່ມຂຶ້ນ, ບັນດາໂຄງການພັດທະນາຂະໜາດໃຫຍ່ເຊັ່ນ: ໂຄງການທາງລົດໄຟລາວ-ຈີນ,ໂຄງການກໍ່ສ້າງທາງດ່ວນ,ພາກການບໍລິການຂະແໜງທະນາຄານ ແລະອື່ນໆຍັງສືບຕໍ່ດໍາເນີນຢ່າງຕັ້ງໜ້າ,ຂະແໜງການທະນາ ຄານໄດ້ເອົາໃຈໃສ່ ໃນການຮັກສາສະຖຽນລະພາບເງິນຕາແຫ່ງຊາດໃຫ້ໝັ້ນທ່ຽງ; ສະເພາະ 6 ເດືອນຕົ້ນປີ 2021, ອັດຕາເງິນເຟີ້ສະເລ່ຍ 2,83%, ປະລິມານເງິນ (M2) ເພີ່ມ ຂຶ້ນ 14,32%, ຍອດເຫຼືອເງິນຝາກຂອງທະນາຄານທຸລະກິດເພີ່ມຂຶ້ນ 27,45% ແລະຍອດເຫຼືອສິນເຊື່ອຂະແໜງທະນາຄານເພີ່ມຂຶ້ນ 4,81% ເມື່ອທຽບໃສ່ປີຜ່ານມາ; ລະບົບທະນາຄານທຸລະກິດ ແລະສະຖາບັນການເງິນມີການພັດທະນາ ແລະຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ; ລະບົບການຊໍາລະ ແລະການບໍລິການທະນາຄານຫັນໄປສູ່ທັນສະໄໝ, ລວມສູນ ແລະປອດໄພ.

   ໃນຜ່ານມາ; ທຫລ ໄດ້ອອກນະໂຍບາຍ ແລະມາດຕະການກະຕຸ້ນເສດຖະກິດຂອງດ້ວຍການສະໜັບສະໜູນແຫຼ່ງທຶນໃຫ້ທະນາຄານທຸລະກິດເພື່ອປ່ອຍກູ້ໃຫ້ແກ່ຈຸນລະວິສາຫະກິດ, ທຸລະກິດຂະ ໜາດນ້ອຍ ແລະກາງ (SME) ລວມທັງບໍລິສັດທີ່ມີທ່າແຮງດ້ານການສົ່ງອອກ ແລະມີຕະຫຼາດຮອງຮັບທີ່ແນ່ນອນດ້ວຍນະໂຍບາຍ ແລະໂຄງການພົ້ນເດັ່ນແມ່ນ: 1) ນະໂຍບາຍຊຸກຍູ້ທະນາຄານທຸລະກິດສະໜອງສິນເຊື່ອເພື່ອສົ່ງເສີມ SMEຕໍ່ທະນາຄານທຸລະກິດທີ່ສະໜອງສິນເຊື່ອເພື່ອສົ່ງເສີມ SMEs ໂດຍມີນະໂຍບາຍຫຼຸດການສໍາຮອງເງິນແຮລວມທົ່ວໄປ, ມີສິດເຂົ້າຫາແຫຼ່ງທຶນ ທຫລ ເພື່ອແກ້ໄຂສະພາບຄ່ອງເມື່ອເຫັນວ່າມີຄວາມຈໍາເປັນ, ປະຕິບັດການຍ້ອງຍໍເປັນຕົ້ນທະນາຄານຕົວແບບໃນການສົ່ງເສີມ SMEs ຈາກລັດຖະບານ ແລະ ທຫລ ແລະນະໂຍບາຍອື່ນໆຕາມການກໍານົດຂອງ ທຫລ ໃນແຕ່ລະໄລຍະ. 2) ນະໂຍບາຍສິນເຊື່ອເພື່ອແກ້ໄຂຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ເພື່ອຊ່ວຍລູກຄ້າຂອງທະນາຄານທຸລະກິດ ແລະສະຖາບັນການເງິນທີ່ໄດ້ຮັບຜົນກະທົບໃຫ້ສາມາດ ສືບຕໍ່ດໍາເນີນທຸລະກິດດ້ວຍການປັບປຸງ ໂຄງສ້າງໜີ້ຄືນໃໝ່ໃຫ້ແກ່ລູກຄ້າ (ເລື່ອນ ການຊໍາລະໜີ້ຕົ້ນທຶນ ແລະດອກເບ້ຍ), ສະໜອງເງິນກູ້ບ້ວງໃໝ່, ນະໂຍບາຍຜ່ອນ ຜັນຍົກເວັ້ນການປະຕິບັດການຈັດຊັ້ນໜີ້ ແລະການຫັກເງິນແຮໜີ້ ທີ່ຖືກຈັດຊັ້ນ ແລະລະບຽບການອື່ນທີ່ກ່ຽວຂ້ອງຈາກ ທຫລ; ສໍາລັບໂຄງການສິນເຊື່ອເພື່ອຊຸກຍູ້ການຜະລິດ ແລະແກ້ໄຂຜົນກະທົບຈາກພະຍາດ COVID-19 ເພື່ອກະຕຸ້ນເສດຖະກິດ ແລະແກ້ໄຂຜູ້ທີ່ໄດ້ຮັບຜົນກະທົບຈາກພະຍາດດັ່ງກ່າວດ້ວຍແຫຼ່ງທຶນຂອງ ທຫລ ປ່ອຍຜ່ານທະນາຄານທຸລະກິດໃນອັດຕາດອກເບ້ຍຕໍ່າໃຫ້ແກ່ລູກຄ້າຂອງຕົນ 5,5% ຕໍ່ປີໄລຍະເວລາກູ້ຢືມສູງສຸດ 6 ປີ ແນໃສ່ສ້າງເງື່ອນໄຂໃຫ້ບຸກຄົນ, ຈຸນລະວິສາຫະ ກິດ ແລະ SMEs ທີ່ທໍາການຜະລິດ, ປູກຝັງ, ລ້ຽງສັດ ແລະປຸງແຕ່ງຜະລິດຕະພັນກະສິກໍາ ແລະອຸດສາຫະກໍາ, ຜະລິດສິນຄ້າອຸປະໂພກ-ບໍລິໂພກ, ຂະແໜງທ່ອງ ທ່ຽວ ແລະການບໍລິການປິ່ນອ້ອມ, ຫັດຖະກໍາ ແລະທຸລະກິດອື່ນທີ່ສົ່ງເສີມການຜະລິດ ແລະການສົ່ງອອກ, ທຫລ ໄດ້ສະໜອງທຶນເງິນກູ້ໃຫ້ແກ່ຫົວໜ່ວຍວິສາຫະກິດໂດຍຜ່ານ 11 ທະນາຄານທຸລະກິດທີ່ເຂົ້າຮ່ວມໂຄງການທັງໝົດ 1.800 ຕື້ກີບ (ລູກຄ້າ 503 ລາຍ), ຖອນນໍາໃຊ້ແລ້ວ 1.519 ຕື້ກີບ ໃນນີ້ປ່ອຍໃຫ້ສະເພາະຂະ ແໜງກະສິກໍາ-ປູກຝັງ ແລະລ້ຽງສັດກວມຫຼາຍກວ່າ 58% ຂອງຍອດປ່ອຍກູ້ທັງໝົດ, ສ່ວນເຫຼືອກໍ່ຂະແໜງຫັດຖະກໍາ, ອຸດສາຫະກໍາຜະລິດສິນຄ້າອຸປະໂພກ-ບໍລິ ໂພກ, ຂະແໜງການທ່ອງທ່ຽວ, ການບໍລິການປິ່ນອ້ອມ ແລະທຸລະກິດອື່ນທີ່ສົ່ງເສີມການຜະລິດ ແລະການສົ່ງອອກ, ສິນເຊື່ອດັ່ງກ່າວໄດ້ກະຈາຍອອກໄປບັນດາແຂວງທົ່ວປະເທດ ແລະບັນຫາສໍາຄັນອື່ນໆຕິດພັນກັບຂະແໜງການທະນາຄານ.

    ທ່ານຜູ້ວ່າການ ທຫລ ໄດ້ຮຽກຮ້ອງໃຫ້ສະມາຊິກພັກ-ພະນັກງານຈົ່ງເສີມຂະຫຍາຍຜົນງານທີ່ຕັ້ງໜ້າໃນຜ່ານມາ; ເອົາໃຈໃສ່ປັບປຸງວຽກງານກວດກາໃຫ້ມີຄຸນນະ ພາບສູງຕີຖອຍປາກົດການຫຍໍ້ທໍ້ຕ່າງໆກໍ່ຄືຫາງສຽງສັງຄົມພ້ອມທັງມີມາດຕະການແກ້ໄຂເຂັ້ມງວດ, ເດັດຂາດ ແລະທັນການຕໍ່ຜູ້ລະເມີດລະບຽບການກໍ່ຄືການຈັດຕັ້ງຕ່າງໆ; ຊຸກຍູ້ການພັດທະນາລະບົບສະຖາບັນການເງິນ-ເງິນຕາໃຫ້ເຂັ້ມແຂງ-ໝັ້ນຄົງສາມາດແຂ່ງຂັນໃນເງື່ອນໄຂການເຊື່ອມໂຍງກັບສາກົນຕາມແຜນຍຸດທະສາດການພັດທະນາລະບົບສະຖາບັນການເງິນ-ເງິນຕາໄລຍະ 5 ປີໃນຕໍ່ໜ້າທີ່ລັດຖະບານໄດ້ຮັບຮອງໂດຍສະເພາະຄຸ້ມຄອງການເຄື່ອນໄຫວຂອງບັນດາທະນາຄານທຸລະກິດ ແລະສະຖາບັນການເງິນປະເພດຕ່າງໆໃຫ້ມີຄວາມໝັ້ນຄົງ, ເຂັ້ມແຂງຢ່າງບໍ່ຢຸດຢັ້ງ ແລະມີປະສິດທິຜົນສາມາດປະຕິບັດບົດບາດເປັນສາຍເລືອດຫຼໍ່ລ້ຽງເສດຖະກິດຂອງປະ ເທດ; ສົ່ງເສີມນະໂຍບາຍສິນເຊື່ອກະຕຸ້ນເສດຖະກິດຕາມທິດຫຼຸດຜ່ອນການນໍາເຂົ້າ ແລະສົ່ງເສີມການສົ່ງອອກຢ່າງແທ້ຈິງເຮັດໃຫ້ການຂາດດຸນການຄ້າກັບຕ່າງປະເທດຫຼຸດຜ່ອນລົງເທື່ອລະກ້າວ; ເອົາໃຈໃສ່ຮັກສາສະຖຽນລະພາບເງິນຕາແຫ່ງຊາດດ້ວຍການໝູນໃຊ້ກົນໄກເສດຖະກິດຕະຫຼາດເພື່ອຮັບປະກັນໃຫ້ສະຖຽນລະພາບເງິນຕາແຫ່ງຊາດມີຄວາມໝັ້ນທ່ຽງ, ສູ້ຊົນຄວບຄຸມອັດຕາແລກປ່ຽນ, ອັດຕາເງິນເຟີ້ ແລະປະລິມານເງິນ M2 ໃຫ້ຢູ່ໃນຂອບທີ່ກໍານົດໄວ້ ແລະບັນຫາອື່ນທີ່ຕິດພັນ; ໃນໂອກາດທີ່ສໍາຄັນນີ້; ທ່ານ ພັນຄໍາ ວິພາວັນ ໄດ້ໃຫ້ກຽດຕີລາຄາສູງຕໍ່ ທຫລ ທີ່ເປັນເສນາທິການໃຫ້ ແກ່ພັກ-ລັດຖະບານທີ່ມີຈຸດພິເສດສະເພາະໃນຖານະທະນາຄານກາງຂອງປະເທດຖືວ່າເປັນເສົາຫຼັກໃນປະຕິບັດໜ້າທີ່ໃນການຮັກສາສະຖຽນລະພາບເງິນຕາແຫ່ງຊາດໃຫ້ມີຄວາມໝັ້ນທ່ຽງ, ຄຸ້ມຄອງອັດຕາແລກປ່ຽນ, ຄວບຄຸມປະລິມານເງິນ M2 ໃຫ້ຢູ່ໃນລະດັບເໝາະສົມ,ບໍ່ສ້າງແຮງກົດດັນໃຫ້ເກີດເງິນເຟີ້ເພີ່ມຂຶ້ນ, ຄຸ້ມຄອງສິນເຊື່ອຂອງທະນາຄານໃຫ້ສອດຄ່ອງກັບຈັງຫວະການຂະຫຍາຍຕົວຂອງເສດຖະ ກິດ, ທຫລ ຍັງມີບົດບາດສໍາຄັນໃນການຄຸ້ມຄອງຄວາມໝັ້ນຄົງຂອງລະບົບສະຖາບັນການເງິນ-ເງິນຕາ ຄືທະນາຄານທຸລະກິດ ແລະ ສະຖາບັນການເງິນທີ່ບໍ່ແມ່ນທະນາຄານປະເພດຕ່າງໆໃຫ້ຮັບປະກັນການເຄື່ອນໄຫວມີປະສິດທິຜົນ, ເຂັ້ມແຂງ ແລະໝັ້ນຄົງ; ແລະ ຄຸ້ມຄອງລະບົບຊໍາລະສະສາງພາຍໃນປະເທດ, ກັບສາກົນໃຫ້ທັນສະໄໝ, ວ່ອງໄວປອດໄພ ທຫລ ຍັງໄດ້ຮັບມອບໝາຍຈາກລັດຖະບານໃນການຊີ້ນໍາວຽກງານປິ່ນອ້ອມອື່ນໆ ເປັນຕົ້ນວຽກງານຄຸ້ມຄອງຫຼັກຊັບ, ວຽກງານຕ້ານການ ຟອກເງິນ ແລະອື່ນໆ.

   ພ້ອມນີ້ທ່ານນາຍົກລັດຖະມົນຕີຍັງໃຫ້ກຽດຊີ້ນໍາຫຼາຍບັນຫາສຳຄັນວ່າ: ທຫລ ຕ້ອງເປັນເຈົ້າການນໍາທາງຮັກສາສະຖຽນລະພາບທາງດ້ານເງິນຕາໃຫ້ໝັ້ນທ່ຽງ, ໃນນີ້ຕ້ອງເຮັດໃຫ້ອັດຕາແລກປ່ຽນ ມີຄວາມສະຫງົບ, ຫຼຸດຜ່ອນສ່ວນຕ່າງລະຫວ່າງອັດຕາແລກປ່ຽນທະນາຄານ ແລະອັດຕາຄູ່ຂະໜານຂອງຕະຫຼາດ, ຫຼຸດຜ່ອນຄວາມກົດດັນຕໍ່ເງິນເຟີ້ໄປຄຽງຄູ່ກັບການສ້າງພື້ນຖານການຜະລິດ ແລະການສົ່ງອອກຢ່າງແຂງແຮງຈາກທົ່ວສັງຄົມ; ຄົ້ນຄວ້າກົນໄກວິທີການກໍານົດອັດຕາແລກປ່ຽນທີ່ສ່ອງແສງສະພາບຄວາມຕ້ອງການ ແລະການສະໜອງຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດເພື່ອເຮັດໃຫ້ພາກທຸລະກິດການຜະລິດສາມາດຄາດຕວງຕົ້ນທຶນການຜະລິດ, ລາຄາຂາຍສິນຄ້າ, ການຊໍາລະພັນທະອາກອນຕ່າງໆໄດ້ຊັດເຈນຂຶ້ນ; ສໍາລັບບັນດາທະນາຄານທຸລະກິດກໍ່ຕ້ອງເອົາໃຈໃສ່ປະຕິບັດຂອບອັດຕາແລກປ່ຽນຕາມລະບຽບການທີ່ ທຫລ ກໍານົດອອກແຕ່ລະໄລຍະຢ່າງເຂັ້ມງວດ, ຫຼີກລ່ຽງການສົ່ງສັນຍານ ຫຼືຊັກຈູງບັນດາຮ້ານແລກປ່ຽນກໍ່ຄືສັງຄົມສະເໜີອັດຕາຊື້ຂາຍເງິນຕາຕ່າງປະ ເທດສູງເກີນຄວາມເປັນຈິງອັນພາໃຫ້ບໍ່ມີຄວາມສະຫງົບໃນລະບົບເສດຖະກິດ, ປະກອບສ່ວນເຂົ້າໃນການຮັບເອົາບັນດາຮ້ານແລກປ່ຽນມາເປັນຮ້ານແລກປ່ຽນຕົວແທນຂອງທະນາຄານ, ເອົາໃຈ ໃສ່ແນະນໍານັກລົງທຶນກໍ່ຄືຜູ້ສົ່ງອອກ, ແຮງງານຕ່າງດ້າວດໍາເນີນການຊໍາລະ ສະສາງຜ່ານລະບົບທະນາຄານ, ແລກ ປ່ຽນຊື້-ຂາຍເງິນຕາກັບທະນາຄານເປັນ ກົກ; ສ້າງທຸກເງື່ອນໄຂໃຫ້ກະແສເງິນຕາທີ່ໄຫຼວຽນຢູ່ໃນເສດຖະກິດຂອງພວກເຮົາເຂົ້າຜ່ານລະບົບທະນາຄານ, ທັງ ທຫລ ແລະທະນາຄານທຸລະກິດຕ້ອງຮ່ວມມືກັນເປັນທີມງານອັນດຽວກັນ ເພື່ອແກ້ໄຂບັນຫາດັ່ງກ່າວໃຫ້ໄດ້, ຈັດສັນຂຶ້ນເຮັດໃຫ້ສໍາເລັດລະບົບຮ້ານແລກປ່ຽນເງິນຕາເພື່ອສ້າງຄວາມເຂັ້ມແຂງໃຫ້ລະບົບທະນາຄານອີງໃສ່ສະພາບເສດຖະກິດຂອງພວກເຮົາໃນໄລຍະຜ່ານມາບໍ່ທັນແຂງແຮງ, ການສົ່ງອອກຍັງອ່ອນນ້ອຍສົ່ງຜົນໃຫ້ມີການຂາດດຸນທາງດ້ານການຄ້າ, ການບໍລິການ ແລະການໂອນເງິນກັບຕ່າງປະເທດຢ່າງຕໍ່ເນື່ອງນອກນັ້ນ, ໜີ້ຕ່າງປະເທດທຽບກັບປະເທດທີ່ກໍາລັງພັດທະນາອື່ນກໍ່ຖືວ່າຢູ່ໃນລະດັບສູງພໍສົມຄວນ.

   ເພື່ອແກ້ໄຂສະພາບດັ່ງກ່າວ; ລັດຖະບານໄດ້ຊີ້ນໍາໃຫ້ສຸມໃສ່ເພີ່ມທະວີການຜະລິດເພື່ອທົດແທນການນໍາເຂົ້າ ແລະເປັນສິນຄ້າສົ່ງອອກເພື່ອສ້າງລາຍຮັບໃຫ້ເຂັ້ມແຂງສະນັ້ນ, ຂະແໜງການທະນາຄານຕ້ອງຮູ້ຈັກໝູນໃຊ້ນະໂຍບາຍດັ່ງກ່າວເປັນໂອກາດໃຫ້ແກ່ຂະແໜງການທະນາຄານໃນການປັບປຸງບັນດາລະບຽບກົດໝາຍ ແລະກົນໄກການຄຸ້ມຄອງເງິນຕາຕ່າງປະເທດແນໃສ່ສ້າງລະບົບການຈັດການຊັບສິນເງິນຕາຕ່າງປະເທດທີ່ມີຈໍາກັດນີ້ໃຫ້ເຂົ້າໄປສູ່ການນໍາໃຊ້ທີ່ເປັນບູລິມະສິດສໍາຄັນຂອງປະ ເທດຫຼີກເວັ້ນການນໍາໃຊ້ເງິນຕາຕ່າງປະເທດແບບຊະຊາຍ, ຟຸ່ມເຟືອຍທີ່ບໍ່ກໍ່ປະໂຫຍດໃຫ້ແກ່ການຜະລິດ ແລະສ້າງມູນຄ່າເພີ່ມ; ຕ້ອງຮ່ວມມືກັນຄຸ້ມຄອງກະແສເງິນຕາຕ່າງປະເທດຕິດພັນກັບການລົງທຶນ, ການສົ່ງອອກນໍາເຂົ້າ, ເງິນແຮງງານລາຍຢູ່ຕ່າງປະເທດກໍ່ຄືແຮງງານຕ່າງດ້າວຢູ່ ສປປ ລາວ ໃຫ້ມີການເຄື່ອນໄຫວຜ່ານລະບົບທະນາຄານ,ຂາຍເງິນຕາດັ່ງກ່າວໃຫ້ທະນາຄານ ແລະທະນາຄານກໍ່ຕ້ອງສະໜອງໃຫ້ຕາມ ແຕ່ລະເງື່ອນໄຂຢ່າງເໝາະສົມ, ເຖິງວ່າປະເທດພວກເຮົາເປັນປະເທດທີ່ມີການນໍາໃຊ້ຫຼາຍສະກຸນເງິນຕາຢ່າງແຜ່ຫຼາຍແຕ່ໃນໄລຍະກາງ ແລະໄລຍະຍາວແລ້ວສະພາບດັ່ງກ່າວຄວນໄດ້ຮັບການແກ້ໄຂເພື່ອສ້າງຄວາມເຂັ້ມແຂງທາງດ້ານເສດຖະ ກິດ-ເງິນຕາຂອງປະເທດ.

   ສະນັ້ນ, ໃນໄລຍະສະເພາະໜ້ານີ້ພວກສະຫາຍຈົ່ງຄົ້ນຄວ້າຫັນວິກິດນີ້ເປັນໂອກາດເພື່ອສະສົມເງິນຕາຕ່າງປະເທດໃຫ້ເພີ່ມຂຶ້ນ; ຕັ້ງໜ້າແກ້ໄຂບັນຫາການບໍລິຫານຄວາມສ່ຽງຂອງສະຖາບັນການເງິນໃຫ້ຢູ່ໃນສະພາບທີ່ດີກວ່າຜ່ານມາ; ໃຫ້ເບິ່ງ ຄືນນິຕິກໍາ, ກົນໄກ,ເຄື່ອງມືຕ່າງໆ; ຕ້ອງຕັດສິນປັບປຸງປ່ຽນແປງອີຫຼີ, ທະນາຄານຕ້ອງມີກໍາໄລ, ຕ້ອງບໍ່ໃຫ້ຫຼຸບທຶນ ແລະຕ້ອງແກ້ໄຂບັນຫາຕ່າງໆໃຫ້ຫຼຸດລົງ.