ຂ່າວ: ຮສສ
ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ, ຮອງປະທານຜູ້ປະຈໍາການຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໄດ້ຖະແຫຼງຂ່າວຜ່ານສື່ມວນຊົນກ່ຽວກັບວັນສະເຫຼີມສະຫຼອງວັນມີຜົນບັງຄັບໃຊ້ສົນທິສັນຍາວ່າດ້ວຍການເກື້ອດຫ້າມລະເບີດລູກຫວ່ານຄົບຮອບ 11 ປີ (1 ສິງຫາ 2010-1 ສິງຫາ 2021) ໃຫ້ຮູ້ວ່າ: ປົກກະຕິແລ້ວໃນທຸກໆປີ ແມ່ນໄດ້ຈັດງານໂຮມຊຸມນຸມເພື່ອສະເຫຼີມສະຫຼອງວັນດັ່ງກ່າວຂຶ້ນແຕ່ເນື່ອງຈາກວ່າໃນປີນີ້ ສປປ ລາວ ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ຈຶ່ງບໍ່ສາມາດຈັດງານສະເຫຼີມສະຫຼອງໃນຮູບແບບທີ່ເຄີຍປະຕິບັດຜ່ານມາໄດ້.
ສຳລັບ ສປປ ລາວ ໃນການເຂົ້າຮ່ວມເປັນພາຄີສົນທິສັນຍາວ່າດ້ວຍການເກື້ອດຫ້າມລະເບີດລູກຫວ່ານສະບັບນີ້ຊຶ່ງມີເປົ້າໝາຍຕົ້ນຕໍເພື່ອຮ່ວມມືກັບບັນດາລັດພາຄີໃນການແລກປ່ຽນບົດຮຽນ, ຊ່ວຍເຫຼືອກັນເຊິ່ງກັນ ແລະກັນ, ໂດຍແນໃສ່ເຮັດໃຫ້ການເຄື່ອນໄຫວດໍາລົງຊີວິດ ແລະ ທຳການຜະລິດຂອງປະຊາຊົນໃຫ້ມີຄວາມປອດໄພຈາກລະເບີດຕົກຄ້າງນັບມື້ດີຂຶ້ນສະນັ້ນລັດຖະບານແຫ່ງ ສປປ ລາວ ມີຄວາມຕັ້ງໜ້າ ແລະສະແດງບົດບາດນໍາໜ້າໃນຂະບວນການປະກອບສ່ວນອັນສໍາຄັນໃນການສະໜັບ ສະໜູນສົນທິສັນຍາວ່າດ້ວຍການເກື້ອດຫ້າມລະເບີດລູກຫວ່ານ.
ສປປ ລາວ ໃນຖານະເປັນປະເທດທີ່ໄດ້ຮັບຜົນກະທົບຈາກລະເບີດລູກຫວ່ານຫຼາຍກວ່າປະເທດອື່ນໂດຍໄດ້ສືບຕໍ່ສະແດງຄວາມຮັບຜິດຊອບຂອງຕົນດ້ວຍການລົງນາມໃນສົນທິສັນຍາສະບັບດັ່ງກ່າວໃນວັນທີ 18 ມີນາ 2009 ຊຶ່ງເປັນປະເທດທີ 2 ຖັດຈາກປະເທດນອກແວ ແລະກໍ່ໄດ້ໃຫ້ສັດຕະຍາບັນໃນວັນທີ 16 ກຸມພາ 2010,ຊຶ່ງມີຜົນບັງຄັບໃຊ້ໃນວັນທີ 1 ສິງຫາ 2010 ແລະ ສປປ ລາວ ກໍ່ໄດ້ສະໝັກເປັນເຈົ້າພາບຈັດກອງປະຊຸມແຫ່ງລັດພາຄີສົນທິສັນຍາຄັ້ງທີ I ຂຶ້ນໃນວັນທີ 9- 12 ພະຈິກ ປີ 2010 ທີ່ນະຄອນຫຼວງວຽງຈັນ ແລະໃນກອງປະຊຸມລັດພາຄີສົນທິສັນຍາວ່າດ້ວຍການເກື້ອດຫ້າມລະເບີດລູກຫວ່ານຄັ້ງທີ 9, ປີ 2019 ກໍ່ໄດ້ຮັບຮອງໃຫ້ລັດຖະ ບານແຫ່ງ ສປປ ລາວ ຕໍ່ອະຍຸສັນຍາຂອງ ສປປ ລາວ ໄປຕື່ມ ອີກ 5 ປີ ແຕ່ປີ 2020 ຫາ ປີ 2025.
ເພື່ອປະຕິບັດຕາມພັນທະ ແລະຄໍາໝາຍໝັ້ນຕໍ່ກັບສົນທິສັນຍາສະບັບດັ່ງກ່າວ, ລັດຖະບານແຫ່ງ ສປປ ລາວ ເປັນປະເທດນໍາໜ້າໃນການໂຄສະນາລະດົມຂົນຂວາຍໃນການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານກັບບັນດາປະເທດໃນໂລກ, ລັດຖະບານແຫ່ງ ສປປ ລາວ ໄດ້ຍົກສູງຄວາມສໍາຄັນຂອງວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢ່າງເອົາໃຈໃສ່ ແລະຕໍ່ເນື່ອງ, ບໍ່ພຽງແຕ່ເລັ່ງເຫັນ ຄວາມອັນຕະລາຍຂອງລະເບີດເອງທີ່ທຳລາຍຮ່າງກາຍ, ຈິດໃຈ ແລະຊີວິດຂອງປະຊາຊົນບັນດາເຜົ່າເທົ່ານັ້ນ, ແຕ່ລະເບີດຈຳນວນມະຫາສານທີ່ຕົກຄ້າງ ຢັ່ງຢາຍໃນເນື້ອທີ່ດິນໃນຂອບທົ່ວປະເທດ ລາວ ໄດ້ສ້າງອຸປະສັກອັນໜັກໜ່ວງ, ຖ່ວງດຶງການພັດທະນາເສດຖະກິດ-ສັງຄົມ ແລະເຮັດໃຫ້ເປັນອຸປະສັກໃນການພັດທະນາປະເທດຊາດອີກດ້ວຍ.
ພ້ອມນີ້, ຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໄດ້ປະສານສົມທົບກັບບັນດາຂະແໜງການກ່ຽວຂ້ອງຂັ້ນສູນກາງ ແລະທ້ອງຖິ່ນໂດຍໄດ້ຮັບການສະໜັບສະໜູນຈາກອົງການຈັດຕັ້ງສາກົນສ້າງແຜນຍຸດທະສາດແຫ່ງ ຊາດວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ເປັນອັນສະເພາະຊຶ່ງເອີ້ນວ່າ: ຍຸດທະສາດແຫ່ງຊາດວ່າດ້ວຍ “ເສັ້ນທາງຄວາມປອດໄພ” ແລະມາຮອດປະຈຸບັນກໍາລັງສ້າງຍຸດທະສາດ (ຮ່າງ) ສະບັບທີ 3 ໄລຍະປີ 2021-2030 ໂດຍສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ 9 ແຕ່ປີ 2021-2025 ແລະເປົ້າໝາຍການພັດທະນາແບບຍືນຍົງປີ 2030 ໂດຍສະເພາະແມ່ນເປົ້າໝາຍທີ 18 ຊຶ່ງເປັນເປົ້າໝາຍທີ່ຕິດພັນກັບບັນດາ 17 ເປົ້າໝາຍ.
ສໍາລັບການຈັດຕັ້ງປະຕິບັດວຽກງານການປະຕິບັດງານຂອງບັນດາອົງການປະຕິບັດງານແກ້ໄຂບັນ ລບຕ ຢູ່ ສປປ ລາວ ແຕ່ 1996 ເຖິງ 31 ທັນວາ 2020 ໄດ້ທໍາລາຍລະເບີດບໍ່ທັນແຕກທີ່ຕົກຄ້າງຈໍານວນ 1.636.590 ໜ່ວຍ; ໃນນີ້ລະເບີດລູກຫວ່ານ (ບົມບີ) ຈໍານວນ 923.895 ໜ່ວຍ; ບົມໃຫຍ່ຈໍານວນ 4.209 ໜ່ວຍ; ລະເບີດຝັງດິນ (ມິນ) ຈໍານວນ 2.337 ໜ່ວຍ; ແລະທຳລາຍສໍາພາວຸດອື່ນໆ ຈໍານວນ 706.149 ລູກ.
ກວດກູ້ເນື້ອທີ່ດິນທັງໝົດ 70.348,82 ເຮັກຕາ; ໂຄສະນາສຶກສາຄວາມສ່ຽງໄພຈາກລະເບີດບໍ່ທັນແຕກທີ່ຕົກຄ້າງ ຈໍານວນ 3.865 ບ້ານ; ຊ່ວຍເຫຼືອຜູ້ຖືກ ເຄາະຮ້າຍຈາກລະເບີດບໍ່ທັນແຕກທີ່ຕົກຄ້າງແຕ່ປີ 2015 ຫາ ປີ 2020 ຈໍານວນ 296 ຄົນ; ການສຳຫຼວດບໍ່ແມ່ນວິ ຊາການ ແຕ່ປີ 2011 ຫາ ປີ 2020 ຈໍານວນ 2.264 ບ້ານ; ການສຳຫຼວດທາງດ້ານວິຊາການແຕ່ປີ 2010 ຫາ ປີ 2020 ຈໍານວນ 1.601 ບ້ານ ແລະ ເນື້ອທີ່ຢືນຢັນວ່າມີຜົນກະທົບຈາກລະເບີດລູກຫວ່ານແຕ່ປີ 2010–2020 ຈໍານວນ 129.932,84 ເຮັກຕາ.
ບັນດາຜົນສຳເລັດທີ່ກ່າວມານັ້ນແມ່ນໄດ້ມາຍ້ອນຄວາມເອົາໃຈໃສ່ ແລະການຊ່ວຍເຫຼືອສະໜັບສະໜູນຈາກທຸກພາກສ່ວນທີ່ກ່ຽວຂ້ອງທັງພາກລັດຖະບານ, ອົງການສະຫະປະຊາຊາດເພື່ອການພັດທະນາ, ບັນດາປະເທດເພື່ອນມິດອົງການຈັດຕັ້ງສາກົນ, ອົງການຈັດຕັ້ງສາກົນບໍ່ສັງກັດລັດຖະບານ ແລະອື່ນໆທີ່ໄດ້ລະດົມທຶນ, ປະກອບສ່ວນດ້ານເຕັກນິກວິຊາການຂອງວົງຄະນາຍາດສາກົນ, ການປະກອບເຫື່ອແຮງ ແລະສະຕິປັນຍາຂອງບັນດາອົງການປະຕິບັດງານຂອງລາວ ແລະຕ່າງປະເທດເປັນແຮງຂັບເຄື່ອນໃນການວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ຊຶ່ງເຫັນວ່າສອດຄ່ອງກັບການຜັນຂະຫຍາຍສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ.
ໃນໂອກາດນີ້, ຂ້າພະເຈົ້າຂໍຮຽກຮ້ອງມາຍັງປະຊາຄົມໂລກ ແລະບັນດາປະເທດທີ່ເປັນລັດພາຄີຂອງສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານຈົ່ງສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອປະເທດທີ່ໄດ້ຮັບຜົນກະທົບຄື ສປປ ລາວ ເພື່ອຈັດຕັ້ງປະຕິບັດສົນທິສັນຍາໃຫ້ບັນລຸຜົນຕາມຄາດໝາຍທີ່ວາງໄວ້.