ລັດຖະມົນຕີພະລັງງານ ຢ້ຽມຢາມໂຄງການຢູ່ຄຳມ່ວນ

  ໃນວັນທີ 20 ກໍລະກົດ 2021 ທ່ານ ປອ. ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຕິດຕາມ, ຊຸກຍູ້ ແລະຢ້ຽມຢາມໂຄງການສຳຫຼວດ, ຊອກຄົ້ນ ແລະປຸງແຕ່ງແຮ່ເຫຼັກຂອງບໍລິສັດ ພົງຊັບທະວີ ທຣີບີ ຈຳກັດ ແລະ ບໍລິສັດ ໄຟຟ້າພະລັງງານຄວາມຮ້ອນຖ່ານຫີນຂອງບໍລິສັດ ບົວລະພາ ພາວເວີ ຈຳກັດ ຢູ່ເມືອງບົວລະພາ ແຂວງຄຳມ່ວນ, ໂດຍມີ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ ແລະຂັ້ນເມືອງຮ່ວມຕິດຕາມ.

   ໂອກາດນີ້, ຕາງໜ້າບໍລິສັດ ພົງຊັບ ທະວີທຣີບີ ຈຳກັດ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂອງບໍລິສັດໃຫ້ຄະນະທີ່ລົງຕິດຕາມໄດ້ຮັບຊາບ. ບໍລິສັດດັ່ງກ່າວ, ຕັ້ງຢູ່ບ້ານປ່າກ້ວຍ ເມືອງບົວລະພາ ແຂວງຄຳມ່ວນ ປັດຈຸບັນແມ່ນກຳລັງປັບປຸງບັນດາພື້ນຖານໂຄງລ່າງຂອງໂຮງງານເພື່ອກະກຽມສຳຫຼວດ, ຊອກຄົ້ນ ແລະປຸງແຕ່ງແຮ່ເຫຼັກ (ແບບທົດລອງ) ໃນເນື້ອທີ່ 5,3 ກິໂລຕາແມັດ, ເຊິ່ງມີແຜນໃນການຂຸດເຈາະທັງໝົດ ຈໍານວນ 20 ຮູ. ໃນນີ້, ເຈາະສໍາເລັດ 16 ຮູ ແລະຄາດວ່າຈະສາມາດຂຸດຄົ້ນແຮ່ເຫຼັກໄດ້ປະມານ 2-3 ລ້ານໂຕນຕໍ່ປີ, ຄຸນນະພາບແຮ່ປະມານ 60%, ເຊິ່ງໃນໄລຍະນີ້ແມ່ນຍັງຢູ່ໃນຂັ້ນຕອນການກໍ່ສ້າງໂຮງງານ ແລະການປະກອບເອກະສານເພື່ອສະເໜີຕໍ່ຂັ້ນເທິງອະນຸມັດເປີດການຜະລິດຄາດວ່າຈະເປີດດຳເນີນການຜະລິດພາຍໃນເດືອນສິງຫາ 2021 ນີ້.

   ໂອກາດດຽວກັນນີ້, ຄະນະດັ່ງກ່າວຍັງໄດ້ໄປຢ້ຽມຢາມໂຄງການໄຟຟ້າພະລັງງານຄວາມຮ້ອນຖ່ານຫີນຂອງບໍລິສັດ ບົວລະພາພາວເວີ ຈຳກັດ, ເຊິ່ງໂຄງການດັ່ງກ່າວ ຕັ້ງຢູ່ເຂດຫຼັງຄັງ ເມືອງບົວລະພາ ມີເນື້ອທີ່ 90 ເຮັກຕາ,ມີກຳລັງການຕິດຕັ້ງພະລັງງານໄຟຟ້າ 2.000 KW ໂດຍນຳໃຊ້ເຕັກນິກທີ່ທັນສະໄໝທີ່ສຸດ ແລະມີປະລິມານອອກແບບເຜົາໄໝ້ຖ່ານຫີນ 6,5 ລ້ານໂຕນຕໍ່ປີ, ອອກແບບການຜະລິດຂອງໂຮງງານຕໍ່າສຸດ 30 ປີ. ກະແສໄຟຟ້າແມ່ນສົ່ງອອກຂາຍໃຫ້ປະເທດຫວຽດນາມ ແລະປະ ເທດໄທກວມເອົາ 90% ແລະອີກ 10% ແມ່ນສົ່ງຂາຍພາຍໃນ.