ຫຼວງນໍ້າທາ ຕິດຕາມນໍ້າຖ້ວມ

ຂ່າວ: ກິ່ນນາລົມ

    ໃນວັນທີ 21 ກໍລກົດ 2021 ການນໍາຂັ້ນແຂວງ ແລະເມືອງໄດ້ລົງກວດກາສະຖານະການໄພນໍ້າຖ້ວມຢູ່ເຂດເມືອງຫຼວງນໍ້າທາໂດຍການນໍາພາຂອງ ທ່ານ ຄໍາໄຫຼ ສີປະເສີດ ເຈົ້າແຂວງໆ ຫຼວງນໍ້າທາ ທ່ານ ຫຼ້າປະເສີດ ສີປະເສີດ ເຈົ້າເມືອງໆຫຼວງນໍ້າທາ, ມີຫົວໜ້າຫ້ອງວ່າການແຂວງ, ເມືອງ, ພະແນກແຮງງານ ແລະສະຫວັດດີການສັງຄົມແຂວງ, ເມືອງ, ທະຫານ, ຕໍາຫຼວດ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ຫຼ້າປະເສີດ ສີປະເສີດ ເຈົ້າເມືອງໆຫຼວງນໍ້າທາໄດ້ລາຍງານໂດຍຫຍໍ້ກ່ຽວກັບການລົງກວດກາໄພພິບັດນໍ້າຖ້ວມ ແລະຊ່ວຍເຫຼືອປະຊາຊົນໃນຕອນເຊົ້າຂອງວັນທີ່ 21 ກໍລະກົດ 2021 ປະລິມານແມ່ນໍ້າທຸກສາຍແມ່ນເພີ້ມຂື້ນຫຼາຍໂດຍສະເພາະແມ່ນໍ້າທາແທກໄດ້ 7 ແມັດ 48 ຊັງຕີແມັດ, ບ້ານທີ່ຖືກນໍ້າຖ້ວມມີບ້ານຂອນ, ດອນຄູນ, ທ່າອໍ້, ປ່າສັກ, ນໍ້າແງ້ນ, ນາລື, ພຽງງາມ ແລະບ້ານໃໝ່ສະນັ້ນຄະນະນໍາຂອງແຂວງ, ເມືອງ, ຄະນະຮັບຜິດຊອບຕ້ານໄພພິບັດລົງຕິດຕາມກວດກາແຕ່ລະບ້ານທີ່ມີຄວາມສ່ຽງ ແລະຊີ້ນໍາສອງກໍາລັງ, ທະຫານ, ຕໍາຫຼວດທັງໝົດ 65 ຄົນ ໄດ້ນໍາໃຊ້ລົດເຊອາ 3 ຄັນ, ເຮືອຈັກ 1 ເຫຼັ້ມ,ເຮືອຢາງ 2 ເຫຼັ້ມ ລົງຊ່ວຍປະຊາຊົນເຄື່ອນຍ້າຍເຄື່ອງຂອງຕ່າງໆ ອອກຈາກຟື້ນທີ່ຖືກນໍ້າຖ້ວມ ແລະຟື້ນທີ່ມີຄວາມສ່ຽງສູງໄປໄວ້ບ່ອນປອດໄພ, ໄດ້ມ້າງເຮືອນທີ່ຈະລົ້ມລົງໃສ່ນໍ້າໜື່ງຫຼັງ, ຂົນເຄື່ອງອອກຈາກເຮືອນທີ່ຖືກນໍ້າຖ້ວມໄດ້ 15 ຫຼັງຄາເຮືອນພ້ອມນັ້ນຍັງໄດ້ລົງປືກສາຫາລືກັບອົງການປົກຄອງບ້ານໃໝ່ໃນການເຄື່ອນຍ້າຍຄົນເຖົ້າ, ເດັກນ້ອຍ ແລະ ເຄື່ອງຂອງທີ່ສໍາຄັນຢູ່ໃນ

ບ້ານອອກໄວ້ທີ່ປອດໄພໂອກາດດຽວກັນທ່ານເຈົ້າແຂວງ ແລະທ່ານເຈົ້າເມືອງກໍ່ໄດ້ໃຫ້ທິດຊີ້ນໍາກ່ຽວກັບການເຝົ້າລະວັງນໍ້າຖ້ວມວ່າ: ຕ້ອງໃຫ້ມີການຍົກຍ້າຍເດັກ ແລະຜູ້ເຖົ້າອອກຈາກເຂດທີ່ມີຄວາມສ່ຽງໄປຢູ່ບ່ອນທີ່ມີຄວາມປອດໄຟ ຫຼືໃຫ້ໄປຢູ່ນຳພີ່ນ້ອງໃນໄລຍະສອງສາມມື້ເມືອເວລາສະພາບການມີຄວາມເປັນປົກກະຕິແລ້ວຈິ່ງຄ່ອຍຍ້າຍ ກັບມາ ແລະທາງແຂວງ-ເມືອງກໍ່ໄດ້ຈັດເຮືອເພື່ອໄວ້ແກ້ໄຂສຸກເສີນ ແລະກຳລັງ ປກຊ ເພື່ອຊ່ວຍເຫຼືອເວລາທີ່ມີນໍ້າຂື້ນຍາມຕອນກາງຄືນ,ຈັດລົດໄວ້ກຽມຮັບສົ່ງຈາກການທີ່ຈະຍ້າຍຄົນ ແລະສິ່ງຂອງ.