ສຜກ ຕ້ອນຮັບປະທານຄະນະກວດກາສູນກາງພັກ

ໂດຍ: ໂພທິລາດ

    ສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລະເວນ ( ສຜກ ) ພ້ອມດ້ວຍຄະນະໄດ້ເປັນກຽດຕ້ອນຮັບທ່ານ ຄໍາພັນ ພົມມະທັດ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະຫົວໜ້າອົງການຕ້ານການສໍ້ລາດບັງຫລວງ, ມີທ່ານ ວິໄລວັນ ບຸດດາຄໍາ ເຈົ້າແຂວງໆຈໍາປາສັກ ພ້ອມຄະນະໃນໂອກາດທີ່ລົງເຄື່ອນໄຫວຢ້ຽມພື້ນຖານການຜະລິດກະສີກໍາຢູ່ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ.

   ການລົງເຄື່ອນໄຫວຢ້ຽມຢາມພື້ນຖານການຜະລິດກະສີກໍາຂອງທ່ານປະທານຄະນະກວດກາສູນກາງພັກໄດ້ມີຂື້ນໃນວັນທີ 20 ກໍລະກົດຜ່ານມານີ້ທີ່ເມືອງບາຈຽງຈະ ເລີນສຸກ ແຂວງຈໍາປາສັກ, ຊຶ່ງທ່ານໄດ້ລົງເຄື່ອນໄຫວຢ້ຽມຢາມພື້ນຖານການຜະລິດກະສີກໍາຂອງສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລະເວນ (ສຜກ) ຊຶ່ງໄດ້ຢ້ຽມຢາມໂຮງງານຜະລິດກາເຟຂອງສະຫະກອນ ແລະຮັບຟັງການບັນລະຍາຍຂັ້ນຕອນການຜະລິດກາເຟຄຸນນະພາບເພື່ອສົ່ງອອກ ແລະ ຢ້ຽມຢາມສວນຖົ່ວລຽນຄອບ ຄົວທ່ານ ສົມຮັກ ສີບຸນເຮືອງ ປະຊາຊົນບ້ານດົງໄລ່ເມືອງດັ່ງກ່າວ.

  ໃນໂອກາດດັ່ງກ່າວທ່ານ ໄຊຍະກອນ ອ່ອນນາລີ ຜູ້ຈັດການສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລະເວນໄດ້ກ່າວລາຍງານໃຫ້ຮູ້ວ່າ: ໂຮງງານຫລັກດັ່ງກ່າວໄດ້ສ້າງຕັ້ງຂື້ນໃນປີ 2010 ດ້ວຍການສະໜັບສະໜູນທຶນຈາກອົງການຝຣັ່ງເພື່ອພັດທະນາ ຫລື AFD, ໂຮງງານ ແລະຫ້ອງທົດລອງດັ່ງກ່າວໄດ້ລວບລວມຜົນຜະລິດ ແລະການກະກຽມກາເຟຂອງສະມາຊິກ (ສຜກ) ເພື່ອສົ່ງອອກປະສິດທິພາບ, ຊຶ່ງໂຮງງານມີຄວາມສາມາດຜະລິດໄດ້ 12-15 ໂຕນຕໍ່ມື້, ສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລະເວນມີ 45 ກຸ່ມຜູ້ຜະລິດ, ໃນລະດູການເກັບກ່ຽວປີ 2019-2020 ທີ່ຜ່ານມາສາມາດສົ່ງອອກກາເຟໄດ້ທັງໝົດ 1.355 ໂຕນ ແລະ ໃນລະດູການເກັບ ກ່ຽວສົກປີ 2020-2021 ສາມາດແປຮູບກາເຟໄດ້ 9.506 ໂຕນໝາກແດງ.