ບໍລິສັດໄຟຟ້າຫົງສາຈໍາກັດ ຊ່ວຍໄພນໍ້າຖ້ວມຢູ່ແຂວງ ໄຊຍະບູລີມູນຄ່າ 45 ລ້ານກີບ

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

ນັກຂ່າວຫ້ອງວ່າການແຂວງ ໄຊຍະບູລີ

ໂທ: 22126933 

  ເພື່ອເປັນການປະກອບສ່ວຍຊ່ວຍເຫຼືອສຸກເສີນ ແລະຕອບໂຕ້ໄພພິບັດນໍ້າຖ້ວມແຂວງໄຊຍະບູລີ ໃນກາງເດືອນມິຖຸນາ ທີ່ຜ່ານມາ, ບໍລິສັດ ໄຟຟ້າ ຫົງສາຈໍາກັດ ກໍ່ໄດ້ໃຫ້ການຊ່ວຍເຫຼືອໃນການຕອບໂຕ້ສຸກເສີນ ແລະ ຮັບມືກັບໄພນໍ້າຖ້ວມແຂວງໄຊຍະບູລີໂດຍສະເພາະແມ່ນໄດ້ສົ່ງທີມງານ ແລະ ພາຫະນະເປັນລົດສະແຕັກນໍ້າ, ເຂົ້າສານ, ອາຫານແຫ້ງ, ນໍ້າດື່ມ ແລະເງິດສົດ 30 ລ້ານກີບ ລວມມູນຄ່າທັງໝົດ 45 ລ້ານກີບ, ການຊ່ວຍເຫຼືອມື້ນໍ້າຖ້ວມ ທາງບໍລິສັດແມ່ນໄດ້ແຈກຍາຍນໍ້າດື່ມ ແລະອາຫານແຫ້ງ, ຫຼັງນໍ້າຖ້ວມແມ່ນໄດ້ນໍາລົດສະແຕັກນໍ້າເຂົ້າຊ່ວຍລ້າງທາງ, ລ້າງເຮືອນປະຊາຊົນ ແລະໂຮງຮຽນໃຫ້ມີຄວາມສະອາດ, ພິທີມອບ-ຮັບການຊ່ວຍເຫຼືອໄດ້ຈັດຂຶ້ນໃນວັນທີ 14 ກໍລະກົດ 2021 ທີ່ຫ້ອງຮັບຮອງຫ້ອງວ່າການແຂວງ, ມອບໂດຍແມ່ນທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ບໍລິສັດ ໄຟຟ້າຫົງສາ ຈໍາກັດພ້ອມຄະນະ ແລະຮັບໂດຍ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ໂອກາດດັ່ງກ່າວທ່ານເຈົ້າແຂວງກໍ່ໄດ້ສະແດງຄວາມຂອບໃຈມາຍັງບໍລິສັດ ໄຟຟ້າຫົງສາ ຈໍາກັດ ທີ່ໄດ້ມອບເງິນ, ເຄື່ອງກິນ-ດື່ມ ແລະໃຫ້ການຊ່ວຍເຫຼືອໃນມື້ນໍ້າຖ້ວມ ແລະຫຼັງນໍ້າຖ້ວມເປັນຕົ້ນແມ່ນໄດ້ແຈກຍາຍນໍ້າດື່ມ, ອາຫານ ແລະຊ່ວຍໃນການລ້າງຫົນທາງ, ເຮືອນປະຊາຊົນ ແລະ ໂຮງຮຽນໃຫ້ກັບມາສູ່ສະພາບປົກກະຕິ.