ໄລຍະນີ້ໂຮງແຮມຫຼາງເຢ້ວັງວຽງມີສ່ວນຫຼຸດທີ່ພັກ 40%

    ໂຮງແຮມຫຼາງເຢ້ວັງວຽງ ເປັນອີກໜຶ່ງທີ່ພັກທີ່ມີສະຖານທີ່ຮອງຮັບລູກຄ້າກວ້າງຂວາງພ້ອມເນັ້ນບໍລິການຄວາມສະອາດປອດໄພ ແລະປະຕິບັດທຸກຂັ້ນຕອນຕາມໜ່ວຍງານຄະນະສະເພາະກິດຕ້ານ ແລະສະກັດກັ້ນທີ່ວາງອອກຢ່າງເຂັ້ມງວດການແຜ່ລະບາດຂອງພະຍາດໂຄວິດຊຶ່ງປະຈຸບັນທາງໂຮງແຮມມີສວນຫຼຸດໃຫ້ລູກຄ້າທົ່ວໄປທີ່ເຂົ້າໄປໃຊ້ບໍລິການ 25%, ສຳລູກຄ້າທີ່ເປັນທ່ານໝໍ, ຕຳຫຼວດ ແລະທະຫານ, ພວກເຮົາຈະມີສ່ວນຫຼຸດ 40℅.


     ທ່ານ ສຸກ ຣາຊາວົງ ຫົວໜ້າພະແນກຕ້ອນຮັບໂຮງແຮມຫຼາງເຢ້ວັງວຽງໃຫ້ຂໍ້ມູນວ່າ: ໂຮງແຮມເປີດບໍລິການເດືອນທ້າຍປີ 2020, ມີທັງໝົດ 30 ຫ້ອງນອກ ຈາກຫ້ອງພັກແລ້ວຍັງມີຮ້ານອາຫານ, ສະຖານທີ່ຈັດປິກນິກ, ສ່ວນຈຸດເດັ່ນຂອງໂຮງແຮມແມ່ນໃກ້ກັບແຄມຊອງ, ບໍ່ຫາງຈາກໃນເມືອງຫຼາຍ ແລະທີ່ສຳຄັນແຕ່ລະຫ້ອງ

ສາມາດເປີດຫຼັງຄາໄດ້ປະຈຸບັນລູກຄ້າທ່ານໃດທີ່ເຂົາໄປພັກເຊົາຊ້ວງວັນຈັນ ຫາ ວັນພະຫັດ,ທາງໂຮງແຮມຈະມີສ່ວນຫຼຸດ 25℅ ສຳລູກຄ້າທີ່ເປັນທ່ານໝໍ, ພະຍາບານ, ຕຳຫຼວດແລະທະຫານ, ຈະມີສ່ວນຫຼຸດເຖິງ 40℅ ສຳລັບຄ່າຫ້ອງແມ່ນມີຫຼາຍລາຄາໃນນີ້ເລີ່ມແຕ່ 4 ແສນກີບ ຫາ 7 ແສນກີບຕໍ່ຄືນ.


   ໂຮງແຮມຫຼາງເຢ້ວັງວຽງ ຕັ້ງຢູ່ບ້ານຫ້ວຍສະເຫງົ້າ ເມືອງວັງວຽງ ແຂວງວຽງຈັນ ຮອມ 16, ໃກ້ກັບຕະຫຼາດໃຫຍ່ວັງວຽງ, ຫ່າງຈາກຕົວເມືອງປະມານ 10 ນາທີ ລູກຄາສາມາດຕິດຕໍ່ພົວພັນເບີ 02093221354.