ເຄິ່ງປີ ຈໍາປາສັກນໍາເຂົ້າ ແລະສົ່ງອອກສິນຄ້າເກີນແຜນ

ໂດຍ: ໂພທິລາດ 

   ໃນໄລຍະ 6 ເດືອນຕົ້ນປີ ຈໍາປາສັກ ກໍ່ຄືພະແນກອຸດສາຫະກໍາ ແລະ ການຄ້າແຂວງສາມາດປະຕິບັດວຽກງານການນໍາເຂົ້າ ແລະ ສົ່ງອອກສິນຄ້າໄດ້ 312 ລ້ານກວ່າໂດລາສະຫາລັດ ແລະກາເຟຍັງເປັນສິນຄ້າທີ່ມີອັດຕາສູງໃນການສົ່ງອອກ.

    ທ່ານ ບຸນຍະເດດ ທອງສະຫວັນ ຫົວໜ້າພະແນກອຸດສາຫະກໍາ ແລະການຄ້າແຂວງຈໍາປາສັກ, ໄດ້ເປີດເຜີຍຕໍ່ນັກຂ່າວໜັງສືພິມເສດຖະກິດ-ສັງຄົມ ເມື່ອບໍ່ດົນ ມານີ້ໃຫ້ຮູ້ວ່າ: ພະແນກອຸດສາຫະກໍາ ແລະການຄ້າແຂວງຈໍາປາສັກແມ່ນເປັນຂະແໜງເສດຖະກິດໜຶ່ງທີ່ນອນໃນໂຄງປະກອບເສດຖະກິດແຫ່ງຊາດເພື່ອຮັບປະກັນໃຫ້ເສດຖະກິດມະຫາພາກສຶບຕໍ່ຜັນຂະຫຍາຍຢ່າງຕໍ່ເນື່ອງໝັ້ນທ່ຽງ ແລະ ສົມດຸນ, ມີບົດບາດສໍາຄັນໃນການຫັ້ນປ່ຽນໂຄງປະກອບເສດຖະກິດກະສີກໍາໄປສູ່ອຸດສາຫະກໍາ ແລະການຄ້າ, ການບໍລິການທັງຊຸກຍູ້ການຜະລິດເປັນສິນຄ້າເພື່ອຊົມໃຊ້ພາຍໃນ ແລະ ສົ່ງອອກ, ສ້າງວຽກເຮັດງານທໍາ, ສ້າງລາຍໄດ້ ແລະ ແກ້ໄຂຄວາມທຸກຍາກຂອງ ປະຊາຊົນບັນດາເຜົ່າ, ພັດທະນາຕະຫຼາດໃຫ້ມີຄວາມທັນສະໄໝ ແລະຂະຫຍາຍຕາໜ່າງຕະຫຼາດ, ຄວບຄຸມເຂດຫ່າງໄກສອກຫຼີກໃຫ້ທົ່ວເຖິງ, ຍົກສູງຄວາມສາມາດໃນການແຂ່ງຂັນເພື່ອສ້າງຄວາມເຂັ້ມແຂງໃນການເຊື່ອມໂຍງເຂົ້າທຸກຕະຫຼາດໃນພາກພື້ນ ແລະສາກົນ.

   ສໍາລັບການຈັດຕັ້ງປະຕິບັດວຽກງານໃນໄລຍະ 6 ເດືອນຕົ້ນປີ 2021 ແມ່ນໄດ້ເອົາໃຈໃສ່ໃນການຊີ້ນໍາໆພາຢູ່ໃນຂອບເຂດຄວາມຮັບຜິດຊອບຢູ່ໃນບັນດາຂະແໜງການຕ່າງໆ ຊຶ່ງສາມາດປະຕິບັດຕົວເລກນໍາເຂົ້າ ແລະສົ່ງອອກສິນຄ້າໄດ້ທັງໝົດ 312 ລ້ານກວ່າໂດລາສະຫະລັດ,ທຽບໃສ່ໄລຍະດຽວກັນແມ່ນຫຼຸດລົງ 20%, ທຽບໃສ່ແຜນປີປະຕິບັດໄດ້ 57%, ໃນນັ້ນມູນຄ່າການນໍາເຂົ້າບັນລຸໄດ້ 143 ລ້ານກວ່າໂດລາສະຫະລັດ, ທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 28%,ທຽບໃສ່ແຜນປີປະຕິບັດໄດ້ 60%.

   ສໍາລັບມູນຄ່າສົ່ງອອກສິນຄ້າບັນລຸໄດ້ 168 ລ້ານກວ່າໂດລາສະຫະລັດ, ທຽບໃສ່ໄລຍະດຽວແມ່ນເພີ່ມຂຶ້ນ 8%, ທຽບໃສ່ແຜນປີປະຕິບັດໄດ້ 55%, ສິນຄ້າສົ່ງອອກຕົ້ນຕໍແມ່ນສີນຄ້າກະສີກໍາ (ເປັນວັດຖຸດີບ), ຜະລິດຕະພັນອຸດສາຫະກໍາປຸງແຕ່ງສໍາເລັດຮູບ ແລະພຶດຜັກທີ່ນອນໃນໂຄງການຄອນແທັກຟາມມິງ, ໃນນັ້ນກາເຟແມ່ນມີຄ່າສົ່ງອອກ 44 ລ້ານກວ່າໂດລາສະຫະລັດ, ກວມເອົາ 27% ຂອງການສົ່ງອອກສີນຄ້າທັງໝົດ,ສີນຄ້າທີ່ນອນໃນໂຄງການຄອນແທັກຟາມມິງມີມູນຄ່າການສົ່ງອອກທັງໝົດ 79 ລ້ານກວ່າໂດລາສະຫະລັດ ແລະກວມເອົາ 47% ຂອງການສົ່ງອອກສິນຄ້າທັງໝົດ, ຜະລິດຕະພັນອຸດສາຫະກໍາປຸງແຕ່ງມີມູນຄ່າ 35 ລ້ານກວ່າໂດລາສະຫະລັດ, ກວມເອົາ 21% ຂອງການສົ່ງອອກ ແລະສາມາດເຮັດໃຫ້ແຂວງເຫັນຕົວເລກດຸນການຄ້າເກີນດຸນ 24 ລ້ານກວ່າໂດລາສະຫະລັດ.

     ສໍາລັບທິດທາງແຜນການໃນ 6 ເດືອນທ້າຍປີ ແມ່ນຈະສືບຕໍ່ຈັດຕັ້ງປະຕິບັດວຽກງານຂອງຕົນຢ່າງຕໍ່ເນື່ອງ ແລະລຽນຕິດພ້ອມເຂັ້ມງວດມາດຕາການຕ່າງໆ ຕໍ່ຜູ້ປະກອບການໃຫ້ຫັ້ນເຂົ້າສູ່ລະບຽບກົດໝາຍການຄ້າຫຼາຍຂຶ້ນເພື່ອເຮັດໃຫ້ການຈັດຕັ້ງແຜນທ້າຍເດືອນບັນລຸ 135 ລ້ານກວ່າໂດລາສະຫະລັດ.