ນໍ້າປ່າຖ້ວມເຮືອນ 3 ບ້ານ

ຂ່າວ: ນະຄອນ ຫຼວງພະບາງ

  ວັນທີ 20 ກໍລະກົດ 2021 ນີ້ ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງໄດ້ນຳພາຄະນະກຳມະການຄວບຄຸມ ແລະແກ້ໄຂໄພພິບັດລົງກວດກາພື້ນທີ່ນໍ້າປ່າໄຫຼລົ້ນເຂົ້າຖ້ວມເຮືອນປະຊາຊົນຈຳນວນໜຶ່ງຢູ່ບ້ານພິກໃຫຍ່, ບ້ານກົກງິ້ວ ແລະ ບ້ານຊຽງລ້ອມໃນກຸ່ມພູຊວງເຮັດໃຫ້ປະຊາຊົນພົບຄວາມຫຍຸ້ງຍາກໃນການດຳລົງຊີວິດ, ໃນນັ້ນທີ່ສະໂມສອນບ້ານພິກໃຫຍ່ປະຊາຊົນບັນດາເຜົ່າໄດ້ເຕົ້າໂຮມກັນເພື່ອຮັບຟັງການໂອ້ລົມຂອງເຈົ້ານະຄອນ-ຫຼວງພະບາງ ທ່ານໄດ້ຮຽກຮ້ອງໃຫ້ອົງການປົກ ຄອງ ແລະປະຊາຊົນເຝົ້າລະວັງກ່ຽວກັບຄວາມສ່ຽງດ້ານໄພພິບັດທີອາດຈະເກີດຂຶ້ນ ແລະມີຄວາມຈຳເປັນຢ່າງຍິ່ງທີຈະຕ້ອງໄດ້ຊ່ວຍກັນົກປັກຮັກສາເນື້ອທີ່ທຳການຜະລິດບໍ່ໃຫ້ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ, ເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີຈັດຕັ້ງຂະບວນການອອກແຮງງານອະນາໄມຮ່ອງລະບາຍນໍ້າເພື່ອປົກປັກຮັກສານບັນດາເສັ້ນທາງບໍ່ໃຫ້ເກີດຄວາມເສຍ-ຫາຍເປ່ເພເທົ່າທີຈະເຮັດໄດ້ຕາມຄວາມສາມາດ, ຈາກນັ້ນທ່ານເຈົ້ານະຄອນ-ຫຼວງພະບາງພ້ອມດ້ວຍຄະນະ ແລະປະຊາຊົນໄດ້ໄປສຳລວດພື້ນທີ່ໆມີຄວາມເສຍຫາຍເພື່ອນຳມາວາງແຜນການແກ້ໄຂໃຫ້ຖືກເປົ້າໝາຍຢ່າງມີປະສິດທິພາບ ແລະທັນກັບສະພາບການ,ໂອກາດກຽວກັນທ່ານໄດ້ເນັ້ນໃຫ້ປະ ຊາຊົນເອົາໃຈໃສ່ຕໍ່ກັບການດຳລົງຊີວິດແບບໃໝ່ ແລະເຝົ້າລະວັງການເດີນທາງເຂົ້າມາທ້ອງຖິ່ນຂອງແຮງງານລາວເພື່ອຮັບປະກັນບໍ່ໃຫ້ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເດີນທາງເຂົ້າມາໂດຍບໍ່ແຈ້ງຜ່ານການຈັດຕັ້ງ ແລະ ເອົາໃຈໃສ່ໃນການປ້ອງກັນການລະບາດພະຍາດໂຄວິດ-19 ດ້ວຍການປະຕິບັດບັນດາມາດຕະການຂອງຄະນະສະ ເພາະກິດວາງໄວ້ຢ່າງເຂັ້ມງວດ,