ຄຸ້ມຄອງສະຖາບັນການເງິນຕາມທິດໝັ້ນຄົງ

ໂດຍ: ຣັດສະໝີ ດວງສັດຈະ

   ໃນຫວ່າງບໍ່ດົນມານີ້, ທ່ານ ພູຂົງ ຈັນທະຈັກ ຫົວໜ້າກົມຄຸ້ມຄອງສະຖາບັນການເງິນ (ກຄສງ) ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ແຈ້ງຕໍ່ທີ່ປຶກສາຂ່າວສານ ທຫລ ວ່າ: ໃນ 6 ເດືອນຕົ້ນປີ 2021, ກຄສງ ໄດ້ເອົາໃຈໃສ່ປະຕິບັດຕາມພາລະບົດບາດຂອງຕົນໃນການຊຸກຍູ້ສົ່ງເສີມ ແລະຄຸ້ມຄອງສະຖາບັນການເງິນໃຫ້ມີຄວາມໝັ້ນຄົງ ແລະ ຍືນຍົງສາມາດໃນການບໍລິການທາງດ້ານການເງິນໃຫ້ແກ່ປະຊາຊົນຜູ້ທີ່ມີລາຍໄດ້ຕໍ່າໄດ້ຮັບການບໍລິການຢ່າງຖືກຕ້ອງ ແລະ ສອດຄ່ອງຕາມລະບຽບກົດ ໝາຍເປັນການປະກອບສ່ວນຢ່າງເຂັ້ມແຂງເຂົ້າໃນການຈັດຕັ້ງປະຕິບັດຕາມນະໂຍບາຍຂອງລັດຖະບານກ່ຽວກັບການຫຼຸດພົ້ນຄວາມທຸກຍາກເທື່ອລະກ້າວ.ມາຮອດເດືອນ 6 ປີ 2021 ສະຖາບັນການເງິນຈຸລະພາກທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງ ທຫລ ມີທັງໝົດ 200 ແຫ່ງ, ໃນນັ້ນມີສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ (ສກຈຮ) 21 ແຫ່ງ; ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ (ສກຈບ) 88 ແຫ່ງ, ສະຫະກອນສິນເຊື່ອ ແລະເງິນຝາກປະຢັດ (ສສງ) 27 ແຫ່ງ, ບໍລິສັດເຊົ່າສິນເຊື່ອ 29 ແຫ່ງ, ໂຮງຊວດຈໍາ 34 ແຫ່ງ, ໃນນີ້ສູນກາງຄຸ້ມຄອງ 122 ແຫ່ງ ແລະສາຂາຄຸ້ມຄອງ 78 ແຫ່ງ; ອີງຕາມການຕິດຕາມບົດລາຍງານຖານະການເງິນຂອງບັນດາສະຖາບັນການເງິນທີ່ບໍ່ແມ່ນທະນາຄານໃນ 6 ເດືອນຕົ້ນປີ 2021 ສະຖາບັນການເງິນມີຊັບສິນລວມທັງໝົດ 7.280 ຕື້ກີບ ທຽບໃສ່ໄລຍະດຽວກັນຂອງປີ 2020 ຫຼຸດລົງ 4,91%, ໜີ້ສິນທັງໝົດ 5.404 ຕື້ກີບ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020 ຫຼຸດລົງ 10,63%, ທຶນທັງໝົດ 1.875 ຕື້ກີບ ທຽບໃສ່ໄລຍະດຽວກັນຂອງປີ 2019 ເພີ່ມຂຶ້ນ 16,57%, ຍອດເງິນຝາກ 1.659 ຕື້ກີບ ທຽບໃສ່ໄລຍະດຽວກັນຂອງປີ 2020 ເພີ່ມຂຶ້ນ 29,06%, ຍອດສິນເຊື່ອຈໍານວນ 5.232 ຕື້ກີບ ທຽບໃສ່ໄລຍະດຽວກັນຂອງປີ 2020 ຫຼຸດລົງ 16,27%, ອັດຕາສ່ວນໜີ້ຊັກຊ້າປະຕິບັດໄດ້ 3,47% (ຕົວເລກດັ່ງກ່າວແມ່ນຮອດເດືອນ 05/2021).

  ທ່ານ ພູຂົງ ຈັນທະຈັກ ຫົວໜ້າ ກຄສງ ໄດ້ແຈ້ງຕື່ມວ່າ: ເພື່ອເປັນການຮອງຮັບຈາກຜົນກະທົບຂອງການແຜ່ລະບາດພະຍາດ COVID-19; ກຄສງ ໄດ້ອອກແຈ້ງ ການສະບັບເລກທີ 108/ກຄສງ, ລົງວັນທີ 27 ເມສາ 2021 ໂດຍແຈ້ງ ໃຫ້ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ແລະສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກກ່ຽວກັບການຂໍກູ້ຢືມເງິນດອກເບ້ຍຕໍ່າເພື່ອສະໜອງສິນເຊື່ອຊຸກຍູ້ການຜະລິດ ແລະແກ້ໄຂຜົນກະທົບຈາກພະຍາດ COVID-19; ພ້ອມກັນນັ້ນ, ກໍ່ຈັດກອງປະຊຸມປຶກສາຫາລືກ່ຽວກັບການສະເໜີຂໍນະໂຍບາຍຜ່ອນຜັນສິນເຊື່ອໃນໄລຍະທີ່ມີການແຜ່ຂອງພະຍາດດັ່ງກ່າວລະຫວ່າງບໍລິສັດເຊົ່າສິນເຊື່ອກັບລູກຄ້າຈໍານວນ 8 ກໍລະ ນີ; ສໍາເລັດການກວດກາສະຖາບັນການເງິນປະຈໍາປີ 2020 ຈໍານວນ 23 ແຫ່ງ ແລະສໍາເລັດການອະນຸມັດລົງລາຍເຊັນລະຫວ່າງ ທຫລ ຕາງໜ້າໂດຍກົມຄຸ້ມຄອງສະຖາບັນການເງິນ ແລະ ໂຄງການ MRA-AFP ໃນສັນຍາການຈັດຕັ້ງປະຕິບັດການຮ່ວມມືດ້ານວິຊາການໂຄງການການເງິນຈຸລະພາກໃນເຂດຊົນນະບົດ ແລະ ການເຂົ້າເຖິງແຫຼ່ງທຶນຂອງຜູ້ທຸກຍາກ MRA-AFP ໄລຍະທີ V, ສົກປີ 2019-2021; ນອກນີ້, ກໍ່ມີຜົນງານເດັ່ນອື່ນໆຕື່ມອີກຈໍານວນໜຶ່ງ.