ວົງຟູ ໄຟເຕີ ເລື່ອນຄອນເສີດຫຼັງຈາກມີທີມງານຕິດເຊື້ອໂຄວິດ

  ວົງຟູ ໄຟເຕີ ວົງຣ໊ອກຊື່ ດັງຄົນອາເມລິກາປະກາດເລື່ອນຄອນເສີດທີ່ຂຶ້ນຢູ່ທີ່ນະຄອນລອສ ແອງເຈລິດ ອາເມລິກາໃນວັນ 17 ກໍລະກົດທີ່ຜ່ານມາເນື່ອງຈາກມີຜົນຢືນຢັງວ່າມີການຕິດເຊື້ອໂຄວິດໃນທີມງານ.

  ວົງຣ໊ອກຊື່ດັງປະກາດແຈ້ງຂ່າວເລື່ອນຄອນເສີດຜ່ານທະວິດເຕີ້ເຖິງແມ່ນວ່າພະຍາຍາມເຮັດທຸກຢ່າງຕາມຂໍ້ປະຕິບັດໃນການປ້ອງກັນພະຍາດຂອງອາເມລິ ກາ ແລະຕາມກົດໝາຍທ້ອງຖິ່ນແຕ່ກໍ່ຍັງມີຜູ້ຕິດເຊື້ອພາຍໃນທີມຈັດງານຂອງຟູໄຟເຕີດ້ວຍຄວາມລະມັດລະວັງ ແລະຄຳນຶງເລື່ອງຄວາມປອດໄພຂອງວົງ, ທີມງານ ແລະແຟນເພງຄອນເສີດໃນວັນທີ 17 ກໍລະກົດ ຈຶ່ງຕ້ອງເລື່ອນອອກໄປສຳລັບກຳນົດວັນໃໝ່ຈະປາດໃຫ້ຮູ້ໃນໄວໆນີ້ບັດສຳລັບວັນທີ 17 ກໍລະກົດຈະນໍາໄປໃຊ້ໃນວັນສະແດງໃໝ່ ຊຶ່ງທາງທີມງານບໍ່ເປີດເຜີຍວ່າໃຜທີ່ຕິດເຊື້ອໂຄວິດ.