5 ສິ່ງທີ່ຄວນລະວັງ ໄພຮ້າຍທີ່ແຊກຊ້ອນໃນໂລກອອນລາຍ

  ໃນຍຸກທີ່ທັນສະໄໝ ແລະມີການພັດທະນາທາງດ້ານເຕັກໂນໂລຢີຕ່າງໆໂລກອອນລາຍໄດ່້ກາຍມາເປັນສ່ວນໜຶ່ງຂອງວ່າ 24 ຊົ່ວໂມງ.

  ໃນໂລກອອນລາຍທີ່ເຮົາຮູ້ກັນມີສິ່ງດີໆຫຼາຍຢ່າງທີ່ໃຫ້ທັງຄວາມຮູ້, ສາລະ, ການຕິດຕໍ່ສື່ສານ, ໃຊ້ເປັນການຄ້າສ້າງເງິນຄໍາໃຫ້ກັບເຮົາໄດ້ໃນປະຈຸບັນແຕ່ໃນຄວາມດີ ແລະຄວາມສະດວກສະບາຍຫຼາກຫຼາຍຢ່າງເຫຼົ່ານັ້ນມັນກໍມີໄພແຊກຊ້ອນມານໍາພ້ອມ ຊຶ່ງຈະມີຫຍັງແນ່ນັ້ນໄປເບິ່ງພ້ອມກັນເລີຍ.

  • ບໍ່ຄວນເຊັກອິນ ຫຼື ໂພສຫຍັງທີ່ເປັນຊ່ອງທາງໃຫ້ຜູ້ທີ່ວັງບໍ່ດີມາທໍາຮ້າຍ ຫຼື ລັກເຄື່ອງຂອງເຮົາ.
  • ກ່ອນຈະໂພສຫຍັງລົງໃນອອນລາຍບໍ່ວ່າຈະເປັນທາງຊ່ອງທາງໃດກໍ່ຕາມທ່ານຄວນຄິດໃຫ້ດີກ່ອນ.
  • ຢ່າໃຫ້ຂໍ້ມູນສໍາຄັນທາງການເງິນໃຫ້ກັບເວັບໄຊທີ່ບໍ່ແນ່ໃຈໃນຄວາມປອດໄພຢ່າງເດັດຂາດ.
  • ບໍ່ຄວນຖ່າຍທອດສົດ Live ທຸກກິດຈະກໍາທີ່ເຮົາເຮັດເພາະອາດເປັນການລະບຸຕໍາແໜ່ງໃຫ້ຄົນບໍ່ຫວັງດີໄປຫາທ່ານໄດ້ງ່າຍຂຶ້ນ.
  • ຢ່າອວດວ່າຕົນເອງຮັ່ງມີ ມີເງິນຄໍາຫຼາຍໆມັນອາດຈະບໍ່ຜິດທີ່ເຈົ້າຈະໂຊຫຼືອວດແຕ່ນັ້ນມັນອາດເປັນອັນຕະລາຍແກ່ເຈົ້າ.

----

ຮຽບຮຽງໂດຍ: ຟ້າ