ສຳເລັດຝືກອົບຮົມວິຊາຊີບທະນາຍຄວາມ

ວັນທີ 7 ມີນາ 2019 ທີ່ກະຊວງຍຸຕິທຳສະພາທະນາຍຄວາມໄດ້ຈັດພິທີປິດການຝຶກອົບຮົມວິຊາຊີບທະນາຍຄວາມຊຸດທີ 14 ແລະຮັບເອົາສະມາຊິກສະພາທະ ນາຍຄວາມຊຸດໃໝ່ ຊຸດທີ 15 ພາຍໃຕ້ເປັນປະທານຂອງທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ,ທ່ານ ຄຳໃສ ສຸລິນທອນ ປະທານສະພາທະນາຍ ຄວາມບັນດາຫົວໜ້າກົມ, ຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງເສດຖະກິດ ແລະຄະນະບໍລິຫານງານສະພາທະນາຍຄວາມເຂົ້າຮ່ວມ.

ການຝຶກອົບຮົມວິຊາຊີບທະນາຍຄວາມຊຸດທີ 14 ນີ້ ຊຶ່ງມີທະນາຍຄວາມຝຶກຫັດທັງໝົດຈຳນວນ 65 ທ່ານ, ຍິງ 17 ທ່ານ ໂດຍເລີ່ມຝຶກແຕ່ວັນທີ 24-27 ກຸມພາ 2019 ເນື່ອງຈາກວ່າຊຸດນີ້ໄດ້ເປີດໂອກາດໃຫ້ແກ່ນັກກົດໝາຍທີ່ບໍ່ມີເງື່ອນໄຂເຂົ້າໄປຮຽນຢູ່ສະຖາບັນຍຸຕິທຳແຫ່ງຊາດນັ້ນໄດ້ເພາະຝຶກອົບຮົມຄັ້ງນີ້ ແມ່ນນັກກົດໝາຍທີ່ີໄດ້ຜ່ານວຽກງານກ່ຽວກັບກົດໝາຍ ແລະຍຸຕິທຳມາກ່ອນແລ້ວເຖິງ 8-9 ປີກໍມີ ຫຼື ນັກກົດໝາຍທີ່ຮຽນຈົບກົດໝາຍປະລິຍາຕີແຕ່ເຂົ້າເຮັດວຽກກ່ຽວກັບກົດໝາຍຢູ່ສຳນັກງານອົງການ,ບໍລິສັດກົດໝາຍມາແລ້ວຢ່າງໜ້ອຍ 2 ປີຂຶ້ນໄປ ແລະຈຳນວນໜຶ່ງແມ່ນນັກ ກົດໝາຍຮຽນຈົບປະລິນຍາໂທ ສຳລັບຄູອາຈານສິນສອນລ້ວນແຕ່ຜູ້ມີວຸດປະສົບການສູງຜ່ານການຕິດຕາມການຮຽນໄລຍະ 17 ມື້ເຫັນວ່າຄະນະຮັບຜິດຊອບໄດ້ຊຸມໃສ່ຄວາມຮູ້,ຄວາມສາມາດ ແລະ ຝຶກອົບຮົມດ້ວຍຄວາມຈິງໃຈທຸກຄົນລ້ວນແຕ່ປະຕິບັດໄດ້ຕາມຄາດໝາຍຂອງຊົ່ວໂມງການຝຶກອົບຮົມໜ້າທີ່ຄວາມຮັບຜິດຊອບ.

 ໃນກອງປະຊຸມຍັງໄດ້ຮັບເອົາສະມາຊິກສະພາທະນາຍຄວາມໃໝ່ຊຸດທີ 15 ຈຳນວນ 32 ທ່ານ, ຍິງ 9 ທ່ານ ເພື່ອໃຫ້ສືບຕໍການຝຶກອົບຮົມເອົາຄວາມຮູ້, ຄວ າມສາມາດເຂົ້າສູ່ວຽກງານໂດຍພາຍໃຕ້ການຊີ້ນຳໆພາຂອງກະຊວງຍຸຕິທຳໂອກາດດັ່ງກ່າວທ່ານ ໄຊສີ ສັນຕິວົງ ໄດ້ໂອລົມໃຫ້ກົມສົ່ງເສີມລະບົບຍຸຕິທຳໃນນາມເສນາທິການຄະນະຊີ້ນຳຂອງກະຊວງຍຸຕິທຳສືບຕໍ່ຕິດຕາມຊຸກຍູ້ສະພາທະນາຍຄວາມໃນການສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອຈິດໃຈຂອງຫຼັກສູດການຝຶກອົບ ຮົມຊຸດນີ້ໄດ້ຮັບຜົນດີອັນແທ້ຈິງ ແລະໃຫ້ຄະນະບໍລິຫານງານ ຫຼື ຄະນະປະຈຳສະພາທະນາຍຄວາມກໍຄືຄະນະຮັບຜິດຊອບຝຶກ ອົບຮົມພົວພັນສົມທົບຄົ້ນຄວ້າຫາ ຫຼື ສ້າງເປັນເອກະພາບກັບກົມສົ່ງເສີມລະບົບຍຸຕິທຳເພື່ອກວດກາຄືນວ່າການຝຶກອົບ ຮົມຄັ້ງນີ້ວ່າມີໃຜແດ່ໄດ້ຝຶກເຕັມປີຫຼືຫຼຸດຜ່ອນໄລຍະເວລາຂອງການຝຶກງານລວມເຖິງມີໃຜບໍ່ພໍທີ່ຈະສາມາດໃຫ້ເປັນທະນາຍຄວາມສຳລັບນັກຝຶກອົບຮົມ ແລະທະນາຍຄວາມໃໝ່ກໍເຊັ່ນດຽວກັນໃຫ້ກຳແໜ້ນແນວທາງນະໂຍບາ ຍຂອງພັກລັດ, ປະຕິບັດໜ້າທີ່ວິຊາຊີບຂອງຕົນບົນພື້ນຖານລັດຖະທຳມະນູນ ແລະກົດໝາຍ.

ຂ່າວ: ແພງຕາ