ຂ່າວ: ປທ ທະນຸເພັດ ໄຊດວງຕາ
ປະທານ ສຸພານຸວົງ ປະສູດເມື່ອເວລາກາງຄືນ ແຮມ 15 ຄໍ່າ ວັນອັງຄານ ເດືອນ 8 ປີລະກາ (ໄກ່ຜູ້) ກົງກັບວັນທີ 13 ກໍລະກົດ ຄ.ສ 1909 ທີ່ບ້ານໃໝ່, ຕາແສງວິຊຸນ, ເມືອງຫຼວງພະບາງ, ເປັນເຊື້ອເຈົ້າວັງໜ້າໃນເຊື້ອເຈົ້າລາດຊະວົງເປັນພະໂອລົດຂອງເຈົ້າມະຫາອຸປະຣາດ ບຸນຄົງ ແລະໜ່ອມຄຳອ້ວນ, ມີເອື້ອຍຮ່ວມບິດາ, ມານດາ 2 ອົງຄື: ເຈົ້າຍິງທະວີຫວັນ ແລະເຈົ້າຍິງຈິນດາລັດສະໝີນອກນັ້ນຍັງມີອ້າຍເອື້ອຍຮ່ວມບິດາຕ່າງມານດາຫຼາຍອົງໃນນັ້ນມີ 2 ອົງ ຊຶ່ງເປັນຜູ້ມີບົດບາດສຳຄັນໃນປະຫວັດສາດລາວຄື: ເຈົ້າເພັດຊະລາດ ແລະເຈົ້າສຸວັນນະພູມມາ. ໃນສະໄໝເຍົາໄວປະທານ ສຸພານຸວົງ ໄດ້ຮັບການສຶກສາອົບຮົມສັ່ງສອນເປັນຢ່າງດີຈາກພະບິດາມານດາໃຫ້ເປັນຄົນເຂັ້ມແຂງທາງຈິດໃຈ, ມີຄວາມຮັກແພງຄົນທົ່ວໆໄປໂດຍບໍ່ຈຳແນກຄົນຮັ່ງ ຫຼືຄົນທຸກເພິ່ນເປັນເດັກໃນວັງທີ່ມັກໄປຫຼິ້ນກັບເດັກນ້ອຍທົ່ວໄປໂດຍບໍ່ຖືຊົນ ຊັ້ນວັນນະຂອງຕົນແຕ່ປະການໃດຊຶ່ງເຮັດໃຫ້ເພິ່ນໄດ້ສຳພັດກັບຊີວິດປະຈຳວັນອັນສົດໆຂອງປະຊາຊົນພາໃຫ້ເພິ່ນເກີດຄວາມເມດຕາ, ຮັກໄຄ່ປະຊາຊົນທົ່ວໆໄປແຕ່ຄ່າວຍັງນ້ອຍ, ເພິ່ນຍັງເປັນຜູ້ຮັກສັດສາວາສິ່ງນາໆຊະນິດ, ບາງຄັ້ງມັກໄປຫຼິ້ນໝາກລີ້ນຳຊ້າງນ້ອຍໃນວັງ, ເພິ່ນເປັນເດັກທີ່ມັກຫຼິ້ນກີລາ, ມັກເຕາະບານ (ເປັນນາຍປະຕູ), ຈຶ່ງເຮັດໃຫ້ເພິ່ນເປັນຜູ້ມີສຸຂະພາບແຂງແຮງ, ມີນິດໃສເບີກບານມ່ວນຊື່ນ, ວອງໄວ, ມີນຳໃຈມານະອົດທົນ, ດຸໝັ້ນຂະຫຍັນພຽນ, ປະຢັດມັດທະຍັດ, ເປັນຜູ້ມີມະນຸດສຳພັນດີ, ມີນໍ້າໃນໂອບເອື້ອອາລີກວ້າງຂວາງນຳທຸກຄົນ.
ປະທານ ສຸພານຸວົງ ກຳເນີດໃນຄອບຄົວເຊື້ອເຈົ້າ, ແຕ່ໄດ້ເອົາຊີວິດຕົນເອງເຈື່ອຈານເຂົ້າໃນຂະບວນການຕໍ່ສູ້ປະຕິວັດຂອງປະຊາຊົນເຮົາຕັ້ງແຕ່ຫົວທີເພິ່ນແມ່ນໜຶ່ງໃນ ບັນດາຜູ້ນຳຂອງພັກ ແລະລັດເຮົາໄດ້ສ້າງຜົນງານອັນລໍ້າຄ່າ ແລະມີຄຸນງາມຄວາມດີຢ່າງຫຼວງຫຼາຍປະກອບສ່ວນເຂົ້າໃນການນຳພາລວມໝູ່ຂອງພັກ ແລະແນວລາວຮັກ ຊາດເພື່ອໄຊຊະນະຂອງພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນກໍ່ຄືພາລະກິດປົກປັກຮັກສາລະບອບໃໝ່ເພື່ອຄວາມຢູ່ດີກິນດີຂອງປະຊາຊົນລາວເຜົ່າຕ່າງໆໃນໄລຍະຕໍ່ມາ.
ປະທານ ສຸພານຸວົງ ແມ່ນໜຶ່ງໃນບັນດາຜູ້ນຳລຸ້ນອາວຸໂສທີ່ໄດ້ລິເລີ່ມຂະບວນການຕໍ່ສູ້ກູ້ຊາດໂດຍເລີ່ມຈາກການເຕົ້າໂຮມກໍ່ສ້າງກຳລັງ ແລະນຳພາຂະບວນການຕໍ່ສູ້ອັນລືຊື່ທີ່ບັ້ນຮົບປ້ອງກັນເມືອງທ່າແຂກໃນວັນທີ 21 ມີນາ 1946 ຈາກນັ້ນປະທານສຸພານຸວົງກໍ່ໄດ້ນຳພາຈັດຕັ້ງການຂະຫຍາຍກຳລັງປະຕິວັດໃຫ້ນັບມື້ເຕີບໃຫຍ່ ແລະກວ້າງອອກເລື່ອຍໆ,ມີການສົມທົບການຕໍ່ສູ້ດ້ວຍຫຼາຍຮູບຫຼາຍສີຢ່າງຫຼາກຫຼາຍ,ມີທັງການຕໍ່ສູ້ດ້ວຍກຳລັງອາວຸດເພື່ອກົດນີບສັດຕູ,ມີທັງການຕໍ່ສູ້ດ້ານການເມືອງ, ການຕ່າງປະເທດ, ທັງຮູ້ຍາດແຍ່ງເອົາການສະໜັບສະໜູນຈາກພາຍນອກ, ທັງມີອັນນີ້ມນວນຂົນຂວາຍເອົາກຳລັງຂອງຝ່າຍຕົງກັນຂ້າມເຂົ້າມາຮ່ວມຂະບວນການປະຕິວັດເຮົາ, ເພິ່ນໄດ້ຕັ້ງໜ້າເຄື່ອນໄຫວນຳພາການຕໍ່ສູ້ຂອງປະຊາຊົນເຮົາດ້ວຍຄວາມທໍລະຫົດອົດທົນ, ບໍ່ໄດ້ທໍ້ຖ້ອຍດ້ວຍຄວາມທຸກຢາກລຳບາກ ແລະຕໍ່ການທົດສອບທີ່ສ່ຽງເປັນສ່ຽງຕາຍແຕ່ປະການໃດໃນຕະຫຼອດໄລຍະການດຳເນີນການປະຕິວັດຊາດປະຊາທິປະໄຕ. ຕະຫຼອດໄລຍະແຫ່ງການເຄື່ອນໄຫວປະຕິວັດຂອງເພິ່ນຈະແມ່ນຄວາມຮັບ ຜິດຊອບອັນໃດ,ຈະແມ່ນຖານະຕຳແໜ່ງໃດ ແລະໃນສະຖານະການໃດໆປະທານສຸພານຸວົງກໍ່ຍັງມີຄວາມທຸ່ນທ່ຽງເດັດດ່ຽວເພິ່ນມີຄວາມເຊື່ອໝັ້ນອັນໜັກແໜ້ນຕໍ່ອຸດົມ ການປະຕິວັດ. ໃນເວລາຖືກສັດຕູຈັບໄປຂັງໄວ້ຢູ່ຄຸກໂພນເຄັງ, ປະທານ ສຸພານຸວົງ ພ້ອມດ້ວຍຜູ້ນຳຂອງແນວລາວຮັກຊາດຄົນອື່ນໆ ກໍ່ຍັງມີຈິດໃຈເຂັ້ມແຂງ ແລະມີຄວາມເຊື່ອໝັ້ນອັນເຕັມປ່ຽນຕໍ່ໄຊຊະນະຈາກນັ້ນຈຶ່ງຊອກຫາວິທີ “ແຫກຄຸກ” ອອກສູ່ເຂດທີ່ໝັ້ນຂອງການປະຕິວັດຢ່າງປອດໄພ,ອັນໄດ້ສ້າງຄວາມມະຫັດສະຈັນໃຫ້ແກ່ສັດຕູ ແລະຄົນທົ່ວໄປເປັນຢ່າງຍິ່ງ.
ດ້ວຍນໍ້າໃຈຮັກຊາດແພງເຊື້ອອັນດູດດື່ມ, ຈິດໃຈຕໍ່ສູ້ອາດຫານກ້າແກ່ນ, ທັດສະນະຫຼັກໝັ້ນອັນໜັກແໜ້ນ ແລະນໍ້າໃຈເສຍສະລະອັນສູງສົ່ງເພື່ອຊາດເພື່ອປະຊາຊົນແມ່ນຄຸນທາດການເມືອງອັນພົ້ນເດັ່ນຂອງປະທານ ສຸພານຸວົງ. ຍ້ອນເປັນ ຜູ້ນຳທີ່ເດີນຕາມເສັ້ນທາງປະຕິວັດຢ່າງສຸດກົກສຸດປາຍ, ຄວາມຮູ້, ຄວາມສາມາດ, ຄຸນນະທຳ ແລະບົດບາດອິດທິພົນຂອງປະທານ ສຸພານຸວົງ ຈຶ່ງໄດ້ກາຍເປັນກຳລັງແຮງຊຸກຍູ້, ປຸກລະດົມ, ດຶງດູດຊັ້ນຄົນຕ່າງໆ ໃນທຸກເຜົ່າທັງຢູ່ພາຍໃນ ແລະຕ່າງປະເທດເຂົ້າຮ່ວມໃນແນວໂຮມຕໍ່ສູ້ກູ້ຊາດ, ກາຍເປັນກ້ອນກຳລັງມະຫາສາມັກຄີຮັກຊາດທີ່ມີກຳລັງແຮງຊະນະເລີດ ແລະເຮັດໃຫ້ຂະບວນການປະຕິວັດປົດປ່ອຍຊາດເຕີບໃຫຍ່ເຂັ້ມແຂງກ້າວຂຶ້ນຢ່າງບໍ່ຢຸດຢັ້ງຈົນໄດ້ຮັບໄຊຊະນະຢ່າງສົມບູນ. ປະທານສຸພານຸວົງ ຍັງເປັນແບບຢ່າງຄຸນສົມບັດສິນທຳປະຕິວັດອັນຜ່ອງໃສກໍ່ຄືການດຳລົງຊີວິດອັນລຽບງ່າຍ,ປະຢັດມັດທະຍັດ,ສັດຊື່ສຸດຈະລິດ ແລະການອຸທິດຕົນເພື່ອພາລະກິດຂອງພັກເພື່ອຄວາມຈະເລີນພັດທະນາຂອງປະເທດຊາດເພື່ອຄວາມສົມບູນພູນສຸກຂອງປະຊາຊົນລາວບັນ ດາເຜົ່າດັ່ງໄດ້ກ່າວມາຂ້າງເທິງແລ້ວວ່າໃຜໆກໍ່ຮູ້ດີວ່າປະທານ ສຸພານຸວົງ ມີເງືອນໄຂ ແລະຄວາມສາມາດພຽງພໍທີ່ຈະດຳລົງຊີວິດຢ່າງມີຄວາມສຸກໆສະບາຍສ່ວນຕົວ ແລະຄອບຄົວ. ແຕ່ເພິ່ນບໍ່ໄດ້ເລືອກເອົາເສັ້ນທາງແບບດຳລົງຊີວິດດັ່ງກ່າວເລີຍ. ເຫົງາພະລັງອັນໃດ ແລະແຮງໃຈອັນໃດພາໃຫ້ປະທານສຸພານຸວົງຕັດສິນໃຈເລືອກເອົາເສັ້ນທາງຕໍ່ສູ້ກູ້ຊາດທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກລຳບາກ ແລະອັນຕະລາຍດັ່ງກ່າວ? ແນ່ນອນວ່າຕ້ອງມີຫຍັງປັດໄຈພາວະວິໄສ ແລະອັດຕະວິໄສຊຶ່ງພວກເຮົາຄວນໄດ້ຄົ້ນຄວ້າຕໍ່ໄປ. ແຕ່ສິ່ງສຳຄັນແມ່ນເລີ່ມຈາກມູນເຊື້ອສືບທອດຈາກບັນພະບູລຸດ,ພະບິດາມານດາ ແລະການພົບປະໂອ້ລົມກັບລຸງໂຮ້,ເຫັນໃນສະພາບຕົວຈິງຢູ່ບັນດາປະເທດຫົວ ເມືອງຂຶ້ນ ແລະຢູ່ອິນດູຈີນ, ຊີວິດການເປັນຢູ່ ແລະອິດສະລະພາບຂອງປະຊາຊົນປະເທດຫົວເມືອງຂຶ້ນດັ່ງນັ້ນຈິດໃຈຮັກຊາດແພງເຊື້ອຂອງຊາຍໜຸ່ມທີ່ພວມເບັ່ງບານແຫ່ງຄວາມໜຸ່ນແໜ້ນທີ່ໄດ້ສະສົມໄວ້ນັ້ນຈຶ່ງໄດ້ມຸ້ງໜ້າອຸທິດຊີວິດແກ່ຂະບວນການຕໍ່ສູກູ້ຊາດຂອງປະຊາຊົນຈົນສຸດກົກສຸດປາຍ,ແບບຢ່າງການດຳລົງຊີວິດຂອງປະທານ ສຸພານຸວົງ ແມ່ນແບບຢ່າງແຫ່ງການຕໍ່ສູ້ເພື່ອຄວາມເປັນເອກະລາດ ແລະຄວາມຈະເລີນວັດທະນາຂອງປະເທດຊາດ. ແມ່ນແບບຢ່າງແຫ່ງການເສຍສະລະຄວາມສຸກສະ ບາຍສ່ວນຕົວເພື່ອອິດສາລະພາບແລະຄວາມຢູ່ດີກິນດີຂອງປະຊາຊົນ, ການດຳລົງຊີວິດຂອງເພິ່ນຍາມໃດກໍ່ສະໜິດຕິດພັນກັບມະຫາຊົນອັນກວ້າງຂວາງ, ຫ່ວງໄຍນຳຄວາມສຸກທຸກປະຊາຊົນ, ຍາມໃດເພິ່ນກໍ່ຕັ້ງຕໍ່ບໍລິສຸດຕໍ່ຜົນປະໂຫຍດຂອງປະຊາຊົນ ແລະເອົາຕົວເຈື່ອຈານເຂົ້າກັບຂະບວນການຕໍ່ສູ້ຂອງປະຊາຊົນມາໂດຍຕະຫຼອດ. ເພິ່ນໄດ້ອຸທິດສະຕິປັນຍາ, ຄວາມຮູ້ຄວາມສາມາດ ແລະກຳລັງຮັກຊາດຂອງງເພິ່ນໃຫ້ແກ່ພາລະກິດຕໍ່ສູ້ປະຕິວັດດ້ວຍຄວາມຕື່ນຕົວສະໝັກໃຈ ແລະບໍລິສຸດໃຈ.
ປະທານສຸພານຸວົງ ແມ່ນນັກຕໍ່ສູ້ທີ່ທໍລະຫົດອົດທົນ ແລະອາດຫານຊານໄຊ, ເພິ່ນບໍ່ເຄີຍຫວາດຫວັ່ນກັບຄວາມຫຍຸ້ງຍາກລຳບາກ ແລະສິ່ງທ້າທາຍທົດສອບໃດໆ ເຖິ່ງຈະສ່ຽງຕໍ່ຊີວິດກໍ່ຕາມ, ເຖິງໄດ້ຮັບບາດເຈັບສາຫັດເຖິ່ງຖືກຄຸ່ມຂັງ ແລະຂູ່ເຂັນບີບບັງຄັບ, ແຕ່ໄຟປະຕິວັດຢູ່ໃນຕົວຂອງເພິ່ນກໍ່ບໍ່ເຄີຍມອດດັບຈັກເທື່ອກົງກັນຂ້າມພັດຮຸ່ງແຈ້ງຂຶ້ນເລື່ອຍໆຢ່າງສະຫວ່າງສະໄຫວ.
ປະທານ ສຸພານຸວົງ ແມ່ນຜູ້ນຳພັກ-ລັດ ທີ່ດີເດັ່ນມີຄວາມເປັນແບບຢ່າງອັນໃສແຈ້ງ, ທັງສະຫຼາດສະຫຼຽວມີໄຫວພິບໃນເວທີຕໍ່ສູ້ການເມືອງ ແລະການຕ່າງປະເທດ, ທັງ ມີຄວາມຈົງຮັກພັກດີຕໍ່ພັກ ແລະເຊື່ອໝັ້ນໝູ່ຂະນະນຳທັງມີຄວາມ ຮັບຜິດຊອບສູງ ແລະເຮັດສຳເລັດ ໜ້າທີ່ໆຖືກມອບໝາຍຢ່າງສົມກຽດ. ເພິ່ນເປັນການນຳຂັ້ນສູງທີ່ມີ ຄວາມຮັກແພງພະນັກງານຂັ້ນລຸ່ມ, ເພິ່ນເປັນປັນຍາຊົນທີ່ມີຄວາມຮູ້ສູງແຕ່ພັດຖະໜອມຖ່ອມຕົນຮໍ່າຮຽນນຳມະຫາຊົນ, ເຊື່ອໝັ້ນຕໍ່ກຳລັງແຮງສັງລວມທີ່ສະນະເລີດຂອງມະຫາຊົນ. ບົດບາດອິດທິພົນຂອງເພິ່ນໄດ້ພົ້ນເດັ່ນໃນຂະບວນການຕໍ່ສູ້ຂອງປະຊາຊົນເຮົາຍ້ອນແນວນັ້ນເພິ່ນຈຶ່ງເປັນຜູ້ນຳໃນດວງໃຈຂອງປະຊາຊົນ ແລະຊື່ສຽງຮຽງນາມຂອງເພິ່ນຈະຄົງຢູ່ໃນຄວາມຊົງຈຳຂອງປະຊາຊົນເຮົາຕະຫຼອດໄປ.
ປະທານ ສຸພານຸວົງ ໄດ້ເປັນແບບຢ່າງແວນແຍງອັນປະເສີດໃຫ້ແກ່ນັກຮົບປະຕິວັດທີ່ມີມານາຈິດປະຕິວັດສະເໝີຕົ້ນສະເໝີປາຍ, ອົງອາດກ້າແກ່ນ, ເດັດຂາດບໍ່ຍອມ ຈຳນົນທີ່ໄດ້ຜ່ານການຝຶກຝົນຫຼໍ່ ຫຼອມໃນແປວໄຟແຫ່ງການຕໍ່ສູ້ປະຕິວັດຂອງປະຊາຊົນເຮົາ, ໃນຖານະເປັນທະຫານສູນກາງແນວລາວອິດສະລະ, ແນວລາວຮັກຊາດ ແລະ ແນວລາວສ້າງຊາດໃນເວລາຕໍ່ມາສະເດັດເຈົ້າສຸພານຸວົງ ໄດ້ກາຍເປັນສັນຍາລັກແຫ່ງຄວາມສາມັກຄີເປັນປຶກແຜ່ນໜຶ່ງດຽວຂອງປະຊາຊົນລາວທຸກເຜົ່າທຸກຄົນທີ່ຮັກຊາດຢູ່ອ້ອມຂ້າງພັກເພື່ອຕໍ່ສູ້ປົດປ່ອຍຊາດ, ຍາດເອົາຄວາມເປັນເອກະລາດ ແລະຜືນແຜ່ນດິນອັນຄົບຖ້ວນມາໃຫ້ປະຊາຊົນລາວບັນດາເຜົ່າ, ປະເທດລາວຕ້ອງແມ່ນຄົນລາວເປັນເຈົ້າຂອງເປັນອຸດົມການປະຈຳໃຈຂອງເພິ່ນຕະຫຼອດມາ.
ພາຍຫຼັງປະເທດຊາດໄດ້ຮັບສະຖາປະນາລະບອບໃໝ່ລະບອບສາທາລະນະລັດປະຊາທິປະໄຕປະຊາຊົນ. ປະທານ ສຸພານຸວົງ ກໍ່ໄດ້ຕັ້ງໜ້າສືບຕໍ່ເສີມຂະຫຍາຍບົດບາດ ຂອງຕົນໃນຖານະປະທານປະເທດ, ປະທານສະພາປະຊາຊົນສູງສຸດ, ປະທານສູງກາງແນວລາວສ້າງຊາດເຂົ້າໃນການເພີ່ມພູນຄູນສຸກສ້າງກ້ອນກຳລັງສາມັກຄີທົ່ວປວງ ຊົນທັງຊາດປະຕິບັດສອງໜ້າທີ່ຍຸດທະສາດແຫ່ງການປົກປັກຮັກສາ ແລະສ້າງສາພັດຖະນາປະເທດຊາດ. ຕະຫຼອດໄລຍະແຫ່ງການເຄື່ອນໄຫວປະຕິວັດອັນຍາວນານ ຂອງຕົນ, ປະທານ ສຸພານຸວົງ ໄດ້ເຮັດໃຫ້ຖານະເຊື້ອກະສັດສູງສັກຂອງຕົນກາຍເປັນທັດສະນະມະຫາຊົນຂອງຜູ້ນຳປະຕິວັດ,ກາຍເປັນຜູ້ນຳທີ່ດີເດັ່ນໄດ້ຮັບຄວາມເຄົາລົບຮັກຈາກທົ່ວປວງຊົນລາວບັນດາເຜົ່າ.