ໃຊ້ທຶນແລ້ວ 522,2 ຕື້ກີບ ພັດທະນາໂຄງການສີທັນດອນ

ໂດຍ: ໂພທິລາດ

   ບໍລິສັດຮ່ວມພັດທະນາສີທັນດອນ ຈໍາກັດ ໄດ້ໃຊ້ງົບປະມານເຂົ້າໃນການກໍ່ສ້າງໂຄງການຕ່າງໆ ທີ່ນອນໃນໂຄງການເຂດພັດທະນາເສດຖະກິດໃໝ່ສີທັນດອນແລ້ວຫຼາຍກວ່າ 51 ລ້ານໂດລາສະຫະລັດ ຫຼືປະມານ 484,5 ຕື້ກີບ ຫວັງສ້າງໃຫ້ເມືອງໂຂງກາຍເປັນແຫຼ່ງທ່ອງທ່ຽວທີ່ທັນສະໄໝຄົບວົງຈອນໃນໄລຍະການກໍ່ສ້າງທີ 1 ແຕ່ປີ 2018-2025 ຈະໃຊ້ງົບປະມານທັງໝົດຢູ່ທີ່ 2,3 ຕື້ໂດລາສະຫະລັດ ໂດຍຜູ້ລົງທຶນໝັ້ນໃຈວ່າຖ້າໂຄງການດັ່ງກ່າວສໍາເລັດລົງຈະນໍາຜົນປະໂຫຍດຫຼາຍຢ່າງແກ່ພໍ່ແມ່ປະຊາຊົນລາວຊາວເມືອງໂຂງ ແຂວງຈໍາປາສັກ.

  ໃນວັນທີ 11 ກໍລະກົດ 2021 ທີ່ຜ່ານມາທ່ານ ວິນເຊັນລີ ປະທານບໍລິສັດຮ່ວມພັດທະນາສີທັນດອນ ຈໍາກັດ, ໄດ້ກ່າວລາຍງານປະຫວັດຄວາມເປັນມາຂອງໂຄງການເຂດພັດທະນາເສດຖະກິດໃໝ່ສີທັນດອນໃນໂອກາດທີ່ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ທ່ານ ປອ. ວິໄລວົງ ບຸດດາຄໍາ ເຈົ້າແຂວງໆຈໍາປາສັກ ພ້ອມດ້ວຍຄະນະລົງເຄື່ອນໄຫວຢ້ຽມຢາມໂຄງການວ່າ: ບໍລິສັດຮ່ວມພັດທະນາສີທັນດອນ ຈໍາກັດແມ່ນບໍລິສັດຜູ້ພັດທະນາ, ຊຶ່ງໄດ້ສ້າງຕັ້ງ ແລະ ລົງທະບຽນແຕ່ປີ 2018, ເປັນໂຄງການເຂດພັດທະນາເສດຖະກິດໃໝ່ສີທັນດອນເພື່ອພັດທະນາກໍ່ສ້າງ ແລະ ດໍາເນີນງານໂຄງການ, ຊຶ່ງມີທຶນຈົດທະບຽນປະມານ 399 ລ້ານໂດລາສະຫະລັດ, ມາຮອດປີ 2021 ການພັດທະນາໂຄງການດັ່ງກ່າວແມ່ນມີຫຼາຍໂຄງການກໍ່ສ້າງໄດ້ສໍາເລັດແລ້ວ ແລະກໍາລັງດໍາເນີນການກໍ່ສ້າງຢູ່ເຮັດໃຫ້ມາຮອດປະຈຸບັນບໍລິສັດໄດ້ລົງທຶນເຂົ້າໃນການກໍ່ສ້າງໄປແລ້ວ 51 ລ້ານກວ່າໂດລາສະຫະລັດ ຫຼືປະມານ 522,2 ຕື້ກີບ, ຂອບເຂດດໍາເນີນທຸລະກິດຂອງບໍລິສັດແມ່ນໄດ້ຮັບອະນຸຍາດຈາກລັດຖະບານລາວ, ມີສູນບັນເທີງຄົບວົງຈອນ 520, ອະສັງຫາລິມະຊັບ, ໂຮງແຮມ, ຮ້ານອາຫານ, ການທ່ອງທ່ຽວ, ການສຶກສາ, ການກໍ່ສ້າງພື້ນຖານໂຄງລ່າງ ແລະອຸດສາຫະກໍາອື່ນໆ.

    ຄວາມຮັບຜິດຊອບຕໍ່ເສດຖະກິດ-ສັງຄົມປະຈຸບັນບໍລິສັດໄດ້ຊ່ວຍເຫຼືອໃຫ້ລັດຖະບານຂັ້ນສູນກາງ, ຂັ້ນແຂວງ ແລະຂັ້ນເມືອງຄື: ມອບເງິນຊ່ວຍເຫຼືອສູນກາງ 3 ລ້ານໂດລາ, ມອບເງິນຊ່ວຍແຂວງຈຳປາສັກ ແລະເມືອງໂຂງ 1 ລ້ານໂດລາ, ຊ່ວຍເຫຼືອເຫດເຂື່ອນແຕກທີ່ແຂວງອັດຕາປື 1 ແສນໂດລາ, ຊ່ວຍເຫຼືອຕ້ານໂຄວິດ 2,7 ຕື້ກີບ, ສ້າງເສັ້ນທາງອ້ອມດອນໂຂງ 12 ລ້ານໂດລາ,ຊ່ວຍສ້າງໂຮງຮຽນປະຖົມຂີ້ນາກ 1,5 ແສນໂດລາ ແລະປະກອບສ່ວນຊ່ວຍເຫຼືອບຸນປະເພນີ, ກອງປະຊຸມ ແລະໄພທຳມະຊາດອື່ນໆອີກຈຳນວນ 636,4 ລ້ານກີບ.