ຂະແໜງການເງິນ-ການທະນາຄານ ໄດ້ເຂົ້າຮ່ວມສັກວັກຊີນຢ່າງຕັ້ງໜ້າເພື່ອປ້ອງກັນພະຍາດໂຄວິດ-19

  ດ້ວຍຄວາມເປັນຫວ່ງເປັນໄຍຂອງຄະນະພັກ-ຄະນະນໍາທະນາຄານ ແຫ່ງ ສປປ ລາວ (ທຫລ), ກ່ຽວກັບການຕ້ານ ແລະສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19. ໄລຍະຜ່ານມາ, ທຫລ ໄດ້ໃຫ້ທິດຊີ້ນໍາແກ່ບັນດາທະນາຄານທຸລະກິດ, ສະຖາບັນການເງິນ, ສະມາຄົມ,ບໍລິສັດ ແລະທຸລະກິດອື່ນໆ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງ ທຫລ, ຈົ່ງຮີບຮ້ອນໄປລົງທະບຽນສັກວັກຊີນຢູ່ຕາມຈຸດຕ່າງໆ ທີ່ຄະນະສະເພາະກິດແຕ່ລະຂັ້ນໄດ້ຈັດສະຖານທີ່ໄວ້. ມາຮອດປັດຈຸບັນ,ເຫັນວ່າພະນັກງານ-ລັດຖະກອນຂະແໜງການເງິນ-ການທະນາຄານໃນທົ່ວປະເທດໄດ້ສໍາເລັດການສັກວັກຊີນເຂັມທີ 1 ແລະ 2 ແລ້ວເປັນຈໍານວນຫຼາຍ.

    ນັບແຕ່ກາງເດືອນເມສາ 2021 ຜ່ານມາ, ບັນດາຜູ້ບໍລິຫານ ແລະພະນັກງານຂອງທະນາຄານທຸລະກິດ, ສະຖາບັນການເງິນ, ສະມາຄົມ, ບໍລິສັດ ແລະທຸລະກິດຫຼາຍແຫ່ງໄດ້ພາກັນໄປລົງທະບຽນສັກວັກຊີນເຂັມທີ1 ເປັນຈໍານວນຫຼາຍ ແລະມາຮອດເດືອນກໍລະກົດເຫັນວ່າໄດ້ສໍາເລັດການສັກວັກຊີນເຂັມທີ2 ກວມເອົາອັດຕາສ່ວນ 90% ຂຶ້ນໄປ. ສິ່ງດັ່ງກ່າວ, ໄດ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຢ່າງໃກ້ຊິດຕິດແທດຂອງທະນາຄານ ແຫ່ງ ສປປ ລາວ ໃນຖານະເປັນຜູ້ຄຸ້ມຄອງມະຫາພາກທີ່ມີຄວາມເປັນຫ່ວງຕໍ່ສຸຂະພາບຂອງພະນັກງານໃນຂະແໜງການຂອງຕົນຮັບຜິດຊອບ.

   ເມື່ອບໍ່ດົນມານີ້, ຄະນະສະເພາະກິດຂັ້ນສູນກາງເປີດເຜີຍວ່າ: ປັດຈຸບັນ, ທົ່ວປະເທດພວມຢູ່ໃນໄລຍະສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະສະກັດກັ້ນການລະບາດຂອງພະຍາດໂຄວິດ-19; ບົນຈິດໃຈສືບຕໍ່ກະກຽມຄວາມພ້ອມຮອບດ້ານເພື່ອຫຼຸດຜ່ອນໃຫ້ມີຜູ້ຕິດເຊື້ອພະຍາດໂຄວິດ-19 ແລະຜູ້ເສຍຊີວິດໜ້ອຍທີ່ສຸດ. ແຕ່ເຖິງຢ່າງໃດກໍ່ຕາມ, ປະເທດອ້ອມຂ້າງກໍ່ຍັງປະເຊີນໜ້າກັບການລະບາດຮອບໃໝ່ເຮັດໃຫ້ຈໍານວນຜູ້ຕິດເຊື້ອ ແລະຜູ້ເສຍຊີວິດເພີ່ມຂຶ້ນໃນແຕ່ລະວັນ.

    ຍິ່ງໄປກວ່ານັ້ນ, ລາວເຮົາຍັງພົບເຫັນສາຍພັນໃໝ່ທີ່ສາມາດແຜ່ເຊື້ອໄດ້ໄວເປັນຕົ້ນແມ່ນ: “ສາຍພັນເດວຕາ” ຊຶ່ງເປັນກໍລະນີນຳເຂົ້າເທື່ອທໍາອິດຖືວ່າປະເທດເຮົາຍັງມີຄວາມສ່ຽງເນື່ອງຈາກວ່າບາງປະເທດໃກ້ຄຽງທີ່ມີການລະບາດໃນຊຸມຊົນ, ໄດ້ປິດກິດຈະການໃນບາງພື້ນທີ່ເຮັດໃຫ້ແຮງງານລາວເດີນທາງກັບປະເທດຈໍານວນຫຼາຍ.

ຄຽງຄູ່ກັນນັ້ນ, ທຫລ ໄດ້ອອກແຈ້ງການເພີ່ມເຕີມຫຼາຍສະບັບເພື່ອຊ່ວຍເຫຼືອພາກທຸລະກິດ ແລະປະຊາຊົນ,ທັງເປັນການຫຼູດຜ່ອນຜົນກະທົບດ້ານເສດຖະກິດ-ສັງຄົມ; ໂດຍຮຽກຮ້ອງໃຫ້ທຸກຄົນເອົາໃຈໃສ່ປະຕິບັດມາດຕະການທີ່ຄະນະສະເພາະກິດຂັ້ນສູນກາງ, ຂັ້ນແຂວງ ແລະຂັ້ນເມືອງວາງອອກຢ່າງເຂັ້ມງວດ. ດ້ວຍການຍົກສູງສະຕິລະວັງຕົວໃນການປ້ອງກັນ, ບໍ່ປະໝາດ ແລະຕິດຕາມຂໍ້ມູນ-ຂ່າວສານເປັນປະຈໍາ.

     ເຖິງວ່າພວກເຮົາຫຼາຍຄົນໄດ້ສໍາເລັດການສັກວັກຊີນຄົບ 02 ເຂັມແລ້ວກໍ່ຕາມ, ແຕ່ກໍ່ຕ້ອງຮັກສາໄລຍະຫ່າງຢ່າງໜ້ອຍ 1 ແມັດຂຶ້ນໄປ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດໃສ່ສະບູ ຫຼືເຈວລ້າງມື, ເຄັ່ງຄັດຕໍ່ຕົນເອງ ແລະມີຄວາມຮັບຜິດຊອບຕໍ່ສັງຄົມ.