ຈີຊູ ໃນຖານະນັກສະແດງມືອາຊີບ ງານດີຫຼາຍ

  ມີງານມາຕະຫຼອດສຳລັບ ສາວ ຈີຊູ ນາງເອກ ສ.ເກົາຫຼີ ໃນ ຖານະນັກສະແດງມືອາຊີບ ໄດ້ປ່ຽນຮູບໂປໄຟໃໝ່ ບອກເລີຍວ່າ ງົດງາມຫຼາຍ.

  ທ້າຍອາທິດທີ່ຜ່ານມາ YG Entertainment ໄດ້ເປີດເຜີຍຮູບພາບ ໂປຣຟາຍຂອງຈີຊູ ສະມາຊິກສາວ ຈາກວົງ BLACKPINK ໃນຖານະນັກສະແດງຜ່ານ YG STAGE ຊຶ່ງເປັນສ່ວນທີ່ເບິ່ງແຍງນັກສະແດງຂອງຄ່າຍ YG, ໃນຮູບພາບ ໂປຣຟາຍໃໝ່ ທີ່ຖືກປ່ອຍອອກມານີ້ ຈີຊູ ມາໃນຊຸດສີຂາວດູດີງົດງາມ ເໝືອນເຄີຍ, ຈີຊູ ກຽມເປີດໂຕໃນຖານະນັກສະແດງເຕັມຕົວກັບ ຜົນງານການສະແດງໃນບົກນັກສະແດງນໍາຄັ້ງທຳອິດໃນເລື່ອງ “Snowdrop” ທາງຊ່ອງ JT BC ຊຶ່ງກຳລັງຖ່າຍທຳຢູ່.