ແກ່ນໝາກມີ້ ປະໂຫຍດທາງຢາພຽບ ຄວນກິນຫຼາຍໆ

 ໝາກມີ້ ຫຼາຍຄົນຄືຈະຮູ້ດີ, ເພາະມັນມີກິ່ນຫອມຫວານບາງຄົນກໍ່ບໍມັກກິ່ນຂອງມັນ ຫຼື ບໍ່ມັກກິນເລີຍມື້ນີ້ຂໍບອກເລີຍວ່າ ຕ້ອງຫາມາກິນດ່ວນເພາະຜົນການວິໄຈຂອງນັກວິທະຍາສາດໄດ້ຄົ້ນຄວ້າແລ້ວບອກວ່າ: ໝາກມີ້ມີປະໂຫຍດຕໍ່ຮ່າງກາຍຂອງຄົນເຮົາຢ່າງຫຼວງຫຼາຍເຊັ່ນ:

  • ຊ່ວຍບໍາລຸງນໍ້ານົມຂອງແມ່ລູກອ່ອນໃຫ້ມາດີ ແລະເພີ່ມນໍ້ານົມໃຫ້ຫຼາຍຂຶ້ນ.
  • ຊ່ວຍບໍາລຸງເລັບໃຫ້ສວຍງາມແຂງແຮງ ແລະບໍາລຸງຜົມເຮັດໃຫ້ຜົມດົກດໍາໜາຂຶ້ນ.
  • ຊ່ວຍຢັບຢັ້ງຄວາມແກ່ເຮັດໃຫ້ນານເຖົ້າ, ບໍາລຸງສາຍຕາ, ປະສາດ.
  • ຊ່ວຍກະຕຸ້ນການໄຫຼວຽນຂອງເລືອດ.
  • ຊ່ວຍໃນເລື່ອງຄວາມຕຶງຄຽດໃຫ້ຮູ້ສຶກຜ່ອນຄາຍ.
  • ຫຼຸດຄວາມສ່ຽງຂອງການເປັນໂລກຫົວໃຈ.
  • ຊ່ວຍຄວບຄຸມຄວາມດັນເລືອດ, ສາມາດຕ້ານເບົາຫວານໄດ້.
  • ຊ່ວຍຫຼຸດນໍ້າໜັກຫຼຸດຜ່ອນຄວາມຕຸ້ຍໄດ້ອີກ.
  • ຊ່ວຍປ້ອງກັນແຂ້ວແມງ ແລະສ້າງພູມຄຸມກັນໃຫ້ຮ່າງກາຍເຮົາໄດ້ອີກ.

----

ຮຽບຮຽງໂດຍ: ຟ້າ