ອພສ ໄຊທານີ ປະຊຸມສາມັນຄົບຄະນະ

 ເມື່ອບໍ່ດົນຜ່ານມານີ້ອົງການພຸດທະສາສະໜາສັມພັນລາວ (ອພສ) ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສາມັນຄົບຄະນະບໍລິຫານງານປະຈຳການ ອພສ ເມືອງ ປະຈຳເດືອນມິຖຸນາຂຶ້ນທີ່ວັດປ່າສັນຕິສຸກບ້ານດອນໜູນໃຫ້ຄວາມເມດຕາເປັນປະທານໂດຍ ພຣະອາຈານ ມະຫາໂສພາ ສີບຸນເຮືອງ ຮອງເຈົ້າຄະນະ ເມືອງໄຊທານີ.

 ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອປຶກສາຫາລືເຖິງບັນຫາຂໍ້ຄົງຄ້າງຂອງອົງການພຸດທະສາສະໜາສັມພັນລາວເມືອງໄຊທານີໂດຍການໃຫ້ບັນດາກັມມາທິການ ແລະອົງການພຸດທະສາສະໜາສັມພັນລາວເຂດ 11 ເຂດລາຍງານຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະຂໍ້ສະເໜີຕ່າງໆ, ນອກຈາກນັ້ນຍັງໄດ້ພິຈາລະນາວາລະທີ່ສຳຄັນດັ່ງນີ້: 1) ມີຄວາມເຫັນດີໃນການປະດັບປະດາວັດເພື່ອສະແດງຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວປະເທສະໄໝທີ VIII ຂອງອົງການພຸດທະສາສະໜາສັມພັນແຫ່ງ ສປປ ລາວ; 2) ທັມມະໂກດສຽງທັມມີມະຕິຮັບເອົາຕາມຈຳນວນວັດພາຍໃນເຂດຂອງຕົນ ແລະໃບກຽດຕິຄຸນໄດ້ພະຍາຍາມເກັບຄືນເພື່ອຈະມອບສົ່ງໃຫ້ ອພສ ນະຄອນຫຼວງວຽງຈັນເພື່ອຮ່ວມກັນອະນຸໂມທະນາເຂົ້າກອງທຶນທີ່ກຳລັງກໍ່ສ້າງສຳນັກງານປະທານສົງແຫ່ງ ສປປ ລາວ; 3) ມອບໃຫ້ ອພສ ເຂດປະຕິບັດຕາມນະໂຍບາຍການເຂົ້າພັນສາເຊັ່ນ: ຈັດຕາຕະລາງການເຂົ້າອຸໂບສົດສັງຄະກັມໃນແຕ່ລະສິນ, ສັນຫາຜູ້ມີຄວາມສາມາດປັ່ນປະຕິໂມກພາຍໃນເຂດຂອງຕົນ, ການເກັບສະຖິຕິພຣະສົງ-ສາມະເນນພາຍໃນເມືອງ ແລະການເກັບເງິນຫົວວັດ; 4) ມີມະຕິເຫັນດີອຸປະຖັມການສອບເສັງຈົບຊັ້ນ ມ 4 ແລະ ມ7 ທີ່ໂຮງຮຽນ ມສ ສົງດົງໂດກ.

 ສໍາລັບການສອບເສັງຈົບຊັ້ນ ມ4 ແລະມ7 ຂອງນັກສຶກສາສົງແມ່ນຈະຈັດຂຶ້ນໃນວັນທີ 20-23 ກໍລະກົດ 2021, ສ່ວນນັກສຶກສາສົງຊັ້ນ ມ 7 ແມ່ນຈະຈັດຂຶ້ນວັນທີ 27-30 ກໍລະກົດ 2021.