ກຽມສຳພັດແຫຼ່ງທ່ອງທ່ຽວ ປາຊິຟິກບຣູ ລີສອດ ໄວ້ໆນີ້

    ຖືເປັນຂ່າວດີສຳລັບສາຍທ່ອງທ່ຽວບໍ່ວ່າຈະເປັນຄອບຄົວເປັນໝູ່ຄູ່ສະຖານທີ່ທ່ອງທ່ຽວ ປາຊິຟິກບຣູ ລີສອດ ເພິ່ນສ້າງພັດທະນາເປັນແບບທຳມະຊາດໂດຍສ້າງບ້ານເທິງຕົ້ນໄມ້,ເຮັດພູເຂົາຈຳລອງ ແລະຈຸດຊົມວິວນັ່ງທິວທັດທຳມະຊາດປະຈຸບັນເພິ່ນກຳລັງເລັ່ງສ້າງບາງຈຸດ ແລະຄາດວ່າຈະສຳເລັດເດືອນຕຸລາທີ່ຈະມາເຖິງນີ້.


   ເມື່ອບໍ່ດົນມານີ້ທາງນັກຂ່າວໜັງສືພິມເສດຖະກິດ-ສັງຄົມກໍ່ໄດ້ຕິດຕໍ່ສຳພາດທ່ານ ພູມຊະນະ ສິຣິວົງສາ ຫຼືເປັນທີ່ຮູ້ຈັກອ້າຍເຈ້ຍຜູ້ກຳກັບນັກສະແດງໃຫ້ຮູ້ວ່າ: ກ່ອນມາສ້າງສະຖານທີ່ຂຶ້ນມາເມື່ອກ່ອນສະຖານທີ່ເປັນສ່ວນເປັນປ່າ ແລະ ຕົກມາຊ່ວງໄລຍະໂຄວິດຕົນເອງບໍ່ໄດ້ໄປທາງໃດເລີຍມາບຸກເບີກ ແລະກໍ່ເບິ່ງເຫັນຄວາມສຳຄັນໂດຍສະເພາະເຫັນວ່າຈຸດດັ່ງກວ່າມີທິວທັດສວຍງາມຕິດແຄມນໍ້າຫຼັງຈາກນັ້ນຕົນເອງກໍ່ໄດ້ປຶກສາທາງຄອບຄົວເຫັນດີຈຶ່ງພາກັນຕັດສິນໃຈສ້າງພັດທະນາລີສອດຂຶ້ນເພື່ອຈະໄດ້ໃຫ້ນັກທ່ອງທ່ຽວມາພັກພ້ອມເພາະສະຖານທີ່ຕິດຢູ່ໃກ້ຕົວເມືອງ.


   ສຳລັບລີສອດແມ່ນຈະພັດທະນາແບບໃຫ້ເປັນທຳມະຊາດໂດຍສ້າງເປັນເຮືອນເທິງຕົ້ນໄມ້, ເຮັດພູເຂົາຈຳລອງທີ່ສຳຄັນເພິ່ນມີລ້ຽງໄກ່,ເປັດ,ປາ ແລະປູກຕົ້ນກ້ວຍ ແລະ ອື່ນໆ ໂດຍເນັ້ນທຸກຢ່າງແບບໃນທຳມະຊາດ ນອກຈາກນີ້ຍັງມີບໍລິການອາຫານຫຼາຍໆຢ່າງຊຶ່ງປະຈຸບັນແມ່ນສ້າງສຳເລັດແລ້ວ 80% ແລະຄາດວ່າຈະກໍ່ສ້າງສຳເລັດຕົ້ນເດືອນຕຸລາ 2021 ສະນັ້ນສາຍທ່ອງທ່ຽວຫ້າມພ້າດສະຖານທີ່ກ້ວາງຂວາງຕິດແຄມນໍ້າຂອງມີທີ່ພັກຫຼາກຫຼາຍສະຕາຍພ້ອມມີກິດຈະກຳໃຫ້ຫຼີ້ນ ແລະພັກຜ່ອນເຕັມທີ່.
 ແນວໃດກໍ່ຕາມຫາກນັກທ່ອງທ່ຽວທ່ານໄດ້ຢາກໄປສຳພັດຕົວຈິ່ງພ້ອມບັນຍາກາກແບບໃໝ່ກໍ່ສາມາດໄປໄດ້ສະຖານທີ່ຕັ້ງຢູ່: ບ້ານຫ້ວຍຫ້ອມ ເມືອງສີໂຄດ ນະຄອນຫຼວງວຽງຈັນ ໄລຍະທາງຫ່າງຈາກສະໜາມບິນວັດໄຕ 20 ນາທີ່ກໍ່ຮອດແລ້ວ(ເສັ້ນທາງໄປ ເມືອງສັງທອງ).