ຂ່າວແຮງງານລອຍຂ້າມຂອງກັບປະເທດບໍ່ແມ່ນຄວາມຈິງ

ຈາກກໍລະນີມີຄົນເຜີຍແຜ່ຄລິບວິດີໂອວ່າມີແຮງງານລາວປະມານ 3-4 ຄົນ ທີ່ເຮັດວຽກຢູ່ໄທລອຍຂ້າມນໍ້າຂອງເພື່ອກັບຄືນມາລາວຢູ່ເຂດເທສະບານນະຄອນໄກສອນ ພົມວິຫານ, ແຂວງສະຫວັນນະເຂດ ໃນທ້າຍອາທິດຜ່ານມານີ້ເຮັດໃຫ້ເປັນຂ່າວດັງໃນສື່ສັງຄົມອອນລາຍ ແລະສ້າງຄວາມແຕກຕື່ນໃນສັງຄົມເພາະຢ້ານວ່າຈະນໍາເອົາເຊື້ອພະຍາດໂຄວິດ-19 ມາແຜ່ລະບາດໃນລາວ.

   ຕໍ່ເຫດການທີ່ເກີດຂຶ້ນ ພົນຈັດຕະວາ ສີທະວີໄຊ, ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ຄະນະກໍາມະການຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຂວງສະຫວັນນະເຂດ ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວວ່າ: ຂ່າວດັ່ງກ່າວບໍ່ມີມູນຄວາມຈິງແຕ່ຢ່າງໃດເພາະທັນທີທີ່ມີຂ່າວນີ້ເກີດຂຶ້ນຄະນະຮັບຜິດຊອບທີ່ກ່ຽວຂ້ອງໄດ້ໃຊ້ເຮືອໄວລົງໄປກວດກາເບິ່ງຕົວຈິງພົບວ່າ: ສິ່ງທີ່ເຫັນນັ້ນເປັນພຽງກະຕຸກນໍ້າດື່ມໃຫຍ່ 20 ລິດທີ່ປະຊາຊົນໃຊ້ເປັນໂປ່ມມອງເພື່ອຫາປາເທົ່ານັ້ນບໍ່ແມ່ນຄົນລອຍນໍ້າຂ້າມມາແຕ່ຢ່າງໃດ.

  ສ່ວນພັນເອກ ສົມໝາຍ ພົມມະຈັນ, ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດໃຫ້ ສໍາພາດວ່າ: ສໍາລັບຜູ້ເຜີຍແຜ່ຄລິບທີ່ບໍ່ມີມູນຄວາມຈິງໃນຄັ້ງນີ້ກອງບັນຊາການ ປກສ ແຂວງໄດ້ມອບໃຫ້ ປກສ ນະຄອນໄກສອນ ພົມວິຫານ ເພື່ອນໍາຜູ້ກ່ຽວມາສຶກສາອົບຮົມບໍ່ໃຫ້ເຮັດແບບນີ້ອີກຕໍ່ໄປ.

ຂ່າວ: ບຸນຕຽງ ຈັນທະວົງ