ປີນີ້ລາວເກັບລາຍຮັບຈະໄດ້ພຽງແຕ່ 86% ຂອງແຜນປີ

    ໃນວັນທີ 9 ກໍລະກົດ 2021 ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ 6 ເດືອນຕົ້ນປີ ແລະຄາດຄະເນໝົດປີ 2021 ຜ່ານລະບົບກອງປະຊຸມທາງໄກ, ໂດຍການເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ມີຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າສະຖາບັນ, ລັດວິສາຫະກິດອ້ອມຂ້າງກະຊວງການເງິນເຂົ້າຮ່ວມ.

   ອີງຕາມການລາຍງານຂອງ ທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນລາຍງານໃນກອງປະຊຸມໃຫ້ຮູ້ວ່າ: ຜ່ານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2021 ນັບແຕ່ວັນທີ 1 ມັງກອນ ຮອດວັນທີ 30 ມິຖຸນາ 2021 ສາມາດປະຕິບັດລາຍຮັບໄດ້ທັງໝົດ 11.052 ຕື້ກີບ ເທົ່າກັບ 40% ຂອງແຜນປີ. ໃນນັ້ນ, ລາຍຮັບພາຍໃນ 9.997 ຕື້ກີບ ເທົ່າກັບ 40% ຂອງແຜນປີຊຶ່ງປະກອບມີລາຍຮັບທີ່ສູນກາງຄຸ້ມຄອງເກັບປະຕິບັດໄດ້ 8.043 ຕື້ກີບ, ເທົ່າກັບ 41% ຂອງແຜນປີ ແລະລາຍຮັບທີ່ທ້ອງຖິ່ນຄຸ້ມຄອງເກັບປະຕິບັດໄດ້ 1.954 ຕື້ກີບ ເທົ່າກັບ35% ຂອງແຜນປີ, ສ່ວນລາຍຮັບຈາກການຊ່ວຍເຫຼືອລ້າປະຕິບັດໄດ້ 1.055 ຕື້ກີບ, ເທົ່າກັບ 44% ຂອງແຜນການປີ.

    ສໍາລັບຄາດຄະເນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດໝົດປີ 2021 ຄາດວ່າຈະສາມາດປະຕິບັດໄດ້ທັງໝົດ 23.683 ຕື້ກີບ, ເທົ່າກັບ 86% ຂອງແຜນປີ, ໃນນັ້ນ: ລາຍຮັບພາຍໃນ ຄາດວ່າຈະປະຕິບັດໄດ້ 21.333 ຕື້ກີບ,ເທົ່າກັບ 85% ຂອງແຜນປີ (ທຽບໃສ່ ປີ 2020 ເພີ່ມຂຶ້ນພຽງ 922 ຕື້ກີບ) ຫຼືຫຼຸດແຜນປະມານ 3.946 ຕື້ກີບ, ໃນນີ້: ຂັ້ນສູນກາງ 3.019 ຕື້ກີບ ແລະຂັ້ນທ້ອງຖິ່ນ 927 ຕື້ກີບ(ລາຍຮັບຈາກການຊ່ວຍເຫຼືອລ້າຄາດຄະເນໄດ້ຕາມແຜນ).

   ອີງຕາມສະພາບການຄາດຄະເນລາຍຮັບທີ່ຈະປະຕິບັດໄດ້ທັງໝົດໃນປີ 2021 ຈະບັນລຸໄດ້ແຕ່ 86% ເຮັດໃຫ້ການຂາດດູນຂອງງົບປະມານເພີ່ມຕື່ມ 3.946 ຕື້ກີບ, ຊຶ່ງຈະເຮັດໃຫ້ການຂາດດູນທັງໝົດເພີ່ມຈາກ 3.955 ຕື້ກີບ (2,17% ຂອງ GDP) ມາເປັນ 7.901 ຕື້ກີບ, ເທົ່າກັບ 4,33% ຂອງ GDP ຕາມມູນຄ່າ GDP 182.603 ຕື້ກີບ (ກໍລະນີຄາດຄະເນການລະດົມແຫຼ່ງດຸນດ່ຽງໄດ້ຕາມແຜນ). ຕາມກົດໝາຍງົບປະມານແຫ່ງລັດມາດຕາ 51 ທີ່ກໍານົດໄວ້ຖ້າລາຍຮັບຄາດ ຄະເນບໍ່ໄດ້ເກີນ 5% ຂອງແຜນການປີລັດຖະບານສາມາດສະເໜີສະພາແຫ່ງຊາດເພື່ອດັດແກ້ງົບປະມານ. 

   ຈາກສະພາບດັ່ງກ່າວຄະນະນໍາກະຊວງການເງິນຈຶ່ງຕັດສິນໃຈຍັງບໍ່ທັນສະເໜີດັດແກ້ງົບປະມານປີ 2021, ຈະສືບຕໍ່ຄົ້ນຄວ້າມາດຕະການເພີ່ມຕາມທີ່ໄດ້ກໍານົດໃນວາລະແຫ່ງຊາດໂດຍສະເພາະແມ່ນການເກັບລາຍຮັບຈາກຂະແໜງບໍ່ແຮ່ ແລະການເກັບກູ້ໜີ້ສິນຕາມ ຜົນການກວດສອບແລ້ວຮອດ 9 ເດືອນ ຈຶ່ງປະເມີນຄືນໃໝ່ ເພື່ອລາຍງານລັດຖະບານໃນການກໍານົດມາດຕະການສຸດທ້າຍວ່າຈະດັດແກ້ງົບປະມານປີ 2021 ຫຼືບໍ່ເພື່ອສະເໜີຕໍ່ກອງປະຊຸມສະພາແຫ່ງຊາດ ຄັ້ງທີ 2 ຊຸດທີ 9 ໃນ ເດືອນຕຸລາ 2021.

    ໂອກາດດັ່ງກ່າວ, ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ໃຫ້ທິດຊີ້ນຳຜ່ານລະບົບກອງປະຊຸມທາງໄກ, ເພື່ອເປັນທິດທາງ ແລະແກ້ໄຂສະພາບຄວາມຫຍຸ້ງຍາກຕ່າງໆ ທີ່ສົ່ງຜົນກະທົບຕໍ່ການຈັດເກັບລາຍຮັບ, ພ້ອມທັງໄດ້ແນະນຳບັນດາກົມ, ບັນດາພະແນກການເງິນແຂວງເອົາໃຈໃສ່ດໍາເນີນການປັບປຸງການຄຸ້ມຄອງໂດຍສະເພາະແມ່ນການຄຸ້ມຄອງການນໍາເຂົ້າການເຄື່ອນຍ້າຍ, ການແຈ້ງລາຍຮັບການນໍາເຂົ້ານໍ້າມັນເຊື້ອໄຟ, ດັດສົມບໍລິສັດຂາອອກ-ຂາເຂົ້າໂດຍສະເພາະແມ່ນການນໍາເຂົ້າເຄື່ອງໃຊ້, ເຄື່ອງອຸປະໂພກ-ບໍລິໂພກ, ວັດສຸດຸກໍ່ສ້າງ ແລະເຄື່ອງໃຊ້ໄຟຟ້າ, ສ້າງ ແລະວາງມາດຕະການໃຫ້ແກ່ບໍລິສັດທີ່ນໍາເຂົ້າສົ່ງອອກສິນຄ້າໃຫ້ເປັນບໍລິສັດຕົວແບບ ແລະດໍາເນີນສ້າງເງື່ອນໄຂໃຫ້ເປັນບໍລິສັດບູລິມະສິດເພື່ອສ້າງແຮງຈຸງໃຈໃຫ້ບໍລິສັດດັ່ງກ່າວເປັນຜູ້ນໍາໜ້າໃນການປະຕິບັດກົດໝາຍ, ການຖືບັນຊີການລາຍງານການເງິນເພື່ອດັດສົມບໍ່ໃຫ້ມີບໍລິສັດຄ້າຂາຍເຖື່ອນ ແລະນໍາເຂົ້າບໍ່ຖືກຕ້ອງ, ການປະຕິບັດນະໂຍບາຍ ແລະມາດຕະການຕ່າງໆ, ປັບປຸງການຄຸ້ມຄອງການສົ່ງອອກແຮ່ທາດ, ການຂຸດຄົ້ນແຮ່ທາດ, ການແຈ້ງມູນຄ່າແຈ້ງຊັບພະຍາກອນທໍາມະຊາດ ແລະ ບັນຫາອື່ນໆເພື່ອຂຸດຄົ້ນແຫຼ່ງລາຍຮັບໃຫ້ໄດ້ຫຼາຍທີ່ສຸດເພື່ອຈະບັນລຸໄດ້ໃນການຈັດຕັ້ງປະຕິບັດການຈັດເກັບລາຍ ຮັບເຂົ້າງົບປະມານ. ທັງນີ້, ກໍ່ເພື່ອເພິ່ມທະວີການເກັບລາຍຮັບ ແລະຄຸ້ມຄອງລາຍຈ່າຍໃນ 6 ເດືອນທ້າຍປີ 2021 ເພື່ອສູ້ຊົນປະຕິບັດລາຍຮັບໃຫ້ໄດ້ຕາມແຜນ ຫຼືຂາດດູນໃນລະດັບທີ່ກົດໝາຍກໍານົດ (ບໍ່ເກີນ5%).