6 ເດືອນ ເຊກອງເກັບລາຍຮັບ 20 ຕື້ກວ່າກີບ

ຂ່າວ: ແກ້ວໄຊຍະວົງ

   ສະພາບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ແຂວງເຊກອງໃນໄລຍະ 6 ເດືອນຜ່ານມາເຫັນວ່າຍັງມີຫຼາຍດ້ານພົບຄວາມຫຍຸ້ງຍາກ ແລະທ້າທາຍສູງ, ບັນຫາລວມແມ່ນຍັງເປັນສະພາບຟືດເຄືອງທາງດ້ານການເງິນ-ງົບ ປະມານ ແລະການແຜ່ລະບາດຂອງພະຍາດໂຄວິດ-19.

    ທ່ານ ສຸກັນ ວໍລະປັນໄຊ ຮອງຫົວໜ້າພະແນກການເງິນແຂວງເຊກອງໃຫ້ສໍາພາດຕໍ່ນັກຂ່າວເມື່ອບໍ່ດົນນີ້ວ່າ: ໃນໄລຍະ 6 ເດືອນຕົ້ນປີ 2021 ແຂວງເຊກອງຈັດເກັບລາຍຮັບເຂົ້າງົບປະມານໄດ້ພຽງ 20,29 ຕື້ກີບເທົ່າກັບ 25,12% ຂອງແຜນການປີ, ຖືວ່າຍັງບໍ່ທັນໄດ້ເຄິ່ງໜຶ່ງຂອງແຜນການທີ່ວາງໄວ້ຊຶ່ງໝົດນີ້ແຂວງໄດ້ຮັບຕົວເລກການຈັດເກັບລາຍຮັບໃຫ້ໄດ້ທັງໝົດ 80,77 ຕື້ກີບ ໃນນັ້ນລາຍຮັບພູດສູນກາງປະບັດໄດ້ 0,27 ຕື້ກີບເທົ່າກັບ 5,15% ແລະລາຍຮັບພູດທ້ອງຖິ່ນປະຕິບັດ ໄດ້ 20,02 ຕື້ກີບເທົ່າ ກັບ 26,49% ໂດຍສາເຫດທີ່ເກັບລາຍຮັບບໍ່ເຖິງຄາດໝາຍແມ່ນຍ້ອນການຄຸ້ມຄອງການເກັບລາຍຮັບຈາກບັນດາຂະແໜງການບໍລິຫານວິຊາ ການ, ພາສີທີ່ດິນ, ລາຍຮັບວິຊາການ, ລາຍຮັບທີ່ຕິດພັນກັບໂຄງການແມ່ນຫຼຸດລົງ, ຄວາມເອົາໃຈໃສ່, ຄວາມກະຕືລືລົ້ນ ແລະຄວາມເປັນເຈົ້າຂອງພະນັກງານທີ່ເຮັດໜ້າທີ່ຈັດເກັບລາຍຮັບໃນແຕ່ລະຂະແໜງການນັບແຕ່ຂັ້ນແຂວງລົງຮອດຂັ້ນເມືອງຍັງບໍ່ທັນດີ ແລະບັນຫາໃຫຍ່ກວ່າໝູ່ແມ່ນສະພາບການແຜ່ລະບາດຂອງພະຍາດໂຄ ວິດ-19 ເຮັດໃຫ້ການເຄື່ອນໄຫວຂອງພາກສ່ວນທຸລະກິດ, ຜູ້ປະກອບການໄດ້ຢຸດສະງັກ, ການຜ່ອນຜັນນະໂຍບາຍຂອງລັດຖະບານໂດຍສະເພາະປະເພດອາກອນຈໍາ ນວນໜຶ່ງຖືກຍົກເວັ້ນເຮັດໃຫ້ການເກັບລາຍຮັບເຂົ້າງົບປະມານບໍ່ໄດ້ຕາມແຜນ ແລະບໍ່ທ່ວງທັນກໍານົດເວລາ.

   ທ່ານ ສຸກັນ ວໍລະປັນໄຊ ຍັງກ່າວຕື່ມວ່າ: ເພື່ອເຮັດໃຫ້ການເກັບລາຍຮັບເຂົ້າງົບປະມານໃນ 6 ເດືອນທ້າຍປີ 2021 ບັນລຸໄດ້ຕາມເປົ້າໝາຍທາງພະແນກການເງິນແຂວງໄດ້ມີທິດແກ້ໄຂໂດຍຈະຫັນທ່າແຮງໃໝ່ຂອງການສ້າງລາຍຮັບ, ຄຽງຄູ່ກັບການສໍາຫຼວດຄືນໃໝ່ຂອງຖານລາຍຮັບໃຫ້ລະອຽດ ແລະ ຊັດເຈນ; ສືບຕໍ່ຂະຫຍາຍ ແລະນໍາໃຊ້ເຄື່ອງມືທັນສະໄໝຢູ່ບັນດາເມືອງທີ່ມີເງື່ອນໄຂ, ອໍານວຍຄວາມສະດວກໃຫ້ທຸລະກິດ, ຜູ້ປະກອບການຫັນມາຊໍາລະພັນທະຕ່າງໆດ້ວຍຕົນເອງຜ່ານລະບົບທະນາຄານຫຼາຍຂຶ້ນ; ພ້ອມທັງເພີ່ມທະວີຢ່າງເຂັ້ມງວດກວ່າເກົ່າຕໍ່ວຽກງານວິໄນການເງິນເພື່ອເຮັດໃຫ້ການເກັບລາຍຮັບບໍ່ມີການຮົ່ວໄຫຼທັງຮັບປະກັນຄວາມໂປ່ງໃສ.