ສະເດັດ ເຈົ້າສຸພານຸວົງ ເຈົ້າຊາຍແດງແຫ່ງແຜ່ນດິນລ້ານຊ້າງປະສູດທີ່ ພະຣາຊະວັງຫຼວງພຣະບາງ ໃນວັນທີ 13 ກໍລະກົດ 1909, ຮັບສຶກສາທີ່ຫຼວງພຣະບາງ, ຈາກນັ້ນກໍ່ສືບຕໍ່ໄປຮຽນທີ່ຮ່າໂນ່ຍ (ໂຮງຮຽນມັດທະຍົມຕອນປາຍອັນແບຊາໂຣ) ແລະເພິ່ນສາມາດອ່ານ ແລະເວົ້າໄດ້ຫຼາຍພາສາ; ໃນເວລາຕໍ່ມາເພິ່ນກໍ່ໄດ້ໄປສຶກສາທີ່ນະຄອນປາຣີ, ປະເທດຝຣັ່ງເສດດ້ານວິສະວະກໍາກໍ່ສ້າງ ແລະຂົວທາງ.
ພາຍຫຼັງການປະຕິວັດຂອງປະເທດຫວຽດນາມໄດ້ຮັບໄຊຊະນະໃນເດືອນສິງຫາ 1945, ສະເດັດເຈົ້າສຸພານຸວົງໄດ້ເດີນທາງໄປພົບທ່ານປະທານ ໂຮ່ຈີ່ມິນ ເປັນຄັ້ງທໍາອິດກ່ຽວກັບການສ້າງຕັ້ງກອງທະຫານປະສົມລາວ-ຫວຽດນາມຂຶ້ນຢູ່ລາວເພື່ອດໍາເນີນການຕໍ່ສູ້ຕ້ານພວກລ່າເມືອງຂື້ນແບບເກົ່າ ແລະຍາດເອົາຄວາມເປັນເອກະລາດ; ພາຍຫຼັງກັບມາເຖິງປະເທດລາວແລ້ວ, ສະເດັດເຈົ້າສຸພານຸວົງໄດ້ກ່າວປາໄສຕໍ່ຊາວເມືອງເຊໂປນ ແຂວງສະຫວັນນະເຂດ ໂດຍມີເນື້ອຄວາມວ່າ: “ແຜ່ນດິນລາວຕ້ອງແມ່ນຄົນລາວເປັນເຈົ້າຂອງ, ສະນັ້ນພວກເຮົາທຸກຄົນຕ້ອງສາມັກຄີກັນ, ໂຮມແຮງກັນຕໍ່ສູ້ກູ້ຊາດອັນແສນຮັກຂອງພວກເຮົາຄືນມາໃຫ້ໄດ້”; ໃນເວລາຕໍ່ມາສະເດັດໄດ້ສືບຕໍ່ເຄື່ອນໄຫວປຸກລະດົມ ແລະ ສ້າງກໍາລັງຢູ່ສະຫວັນນະເຂດ ແລະທ່າແຂກເພື່ອກະກຽມໃຫ້ແກ່ການຢຶດອໍານາດ ແລະ ປະກາດເອກະລາດຊຶ່ງມາຮອດວັນທີ 12 ຕຸລາ 1945 ຢູ່ນະຄອນຫຼວງວຽງຈັນໄດ້ຈັດພິທີປະກາດເອກະລາດຢ່າງເປັນທາງການ, ລັດຖະບານລາວອິດສະຫຼະໄດ້ຮັບການສ້າງຕັ້ງຂຶ້ນໂດຍແມ່ນສະເດັດເຈົ້າສຸພານຸວົງໄດ້ຖືກແຕ່ງຕັ້ງເປັນລັດຖະມົນຕີກະຊວງການຕ່າງປະເທດ ແລະເປັນຜູ້ບັນຊາການສູງສຸດຂອງບັນດາກໍາລັງປະກອບອາວຸດອິດສະຫຼະ.
ສະເດັດ ເຈົ້າສຸພານຸວົງ ໄດ້ເຂົ້າຮ່ວມຂະບວນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າໃນປີ 1946, ອັນພົ້ນເດັ່ນແມ່ນສະເດັດໄດ້ນໍາພາ ແລະ ບັນຊາກອງທະຫານປ້ອງກັນຕົວເມືອງ ແລະປະຊາຊົນເມືອງທ່າແຂກລຸກຂຶ້ນຕໍ່ສູ້ຕີຕ້ານກອງທະຫານຝຣັ່ງ ແລະລູກມືຢ່າງເດັດດ່ຽວ, ໜຽວແໜ້ນ ແລະພິລະອາດຫານໃນວັນທີ 21 ມີນາ 1946, ແຕ່ຍ້ອນພວກສັດຕູມີກໍາລັງພ້ອມອາວຸດຍຸດໂທປະກອນ, ລົດຖັງ, ຍົນທີ່ທັນສະໄໝ, ເວົ້າແລ້ວເຫຼັກຫຼາຍກວ່າຖ່ານບັນດານັກຮົບຮັກຊາດທີ່ຢູ່ໃກ້ຊິດໄດ້ສະເໜີ ໃຫ້ສະເດັດຂ້າມຂອງໄປເມືອງນະຄອນພະນົມ (ລະຄອນ) ປະເທດໄທ ແລະໃນເວລານັ້ນຍົນສັດຕູໄດ້ກວາດຍິງປານຫ່າຝົນລົງໃສ່ລໍາເຮືອຂອງເພິ່ນ ແລະນັກຮົບຮັກຊາດກໍ່ຄືປະຊາຊົນເຮັດໃຫ້ສະເດັດໄດ້ຮັບບາດເຈັບສາຫັດ ແລະໄດ້ປິ່ນປົວຢູ່ປະເທດໄທ.
ຜ່ານຂະບວນວິວັດແຫ່ງຊີ້ນໍານໍາພາ-ບັນຊາ ແລະເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າໃນທົ່ວປະເທດຂອງເພິ່ນພ້ອມດ້ວຍຄະນະນຳສູນກາງລ້ວນແຕ່ໄດ້ຮັບໄຊ ຊະນະເລື້ອຍໆມາ, ການປະຕິວັດ ນັບມື້ນັບເຕີບໃຫຍ່ ແລະເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ໃນວັນທີ 13 ກໍລະກົດ 1950 ກອງປະຊຸມແນວລາວອິດສະຫຼະຊຶ່ງມີຜູ້ແທນເຂົ້າ ຮ່ວມ 150ຄົນ ໄດ້ເປັນເອກະສັນເລືອກຕັ້ງເອົາສະເດັດເຈົ້າສຸພານຸວົງເປັນປະທານຄະນະກໍາມະການສູນກາງແນວລາວອິດສະຫຼະຜູ້ທໍາອິດ ແລະເປັນນາຍົກລັດຖະມົນຕີຂອງລັດຖະບານລາວຕໍ່ຕ້ານ, ຈາກນັ້ນສູນກາງແນວລາວອິດສະຫຼະກໍ່ໄດ້ປ່ຽນຊື່ເປັນ “ສູນກາງແນວລາວຮັກຊາດ”,ສະເດັດເຈົ້າສຸພານຸວົງໄດ້ຮັບເລືອກເປັນປະທານຄະນະກໍາມະການສູນກາງແນວລາວຮັກຊາດ ແລະພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍກໍ່ໄດ້ປ່ຽນຊື່ເປັນ “ສູນກາງແນວລາວສ້າງຊາດ” ທ່ານສຸພານຸວົງ ຍັງໄດ້ເລືອກເປັນປະທານຄະນະກໍາມະການສູນກາງແນວລາວສ້າງຊາດ.
ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ແລະສະຖາປະນາ ສປປ ລາວ ຂຶ້ນ ຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975, ທ່ານສຸພານຸວົງໄດ້ຮັບການແຕ່ງຕັ້ງເປັນປະທານປະເທດແຫ່ງ ສປປ ລາວ ຜູ້ທໍາອິດ ແລະທັງເປັນປະທານສະພາປະຊາຊົນຜູ້ທໍາອິດຂອງຊາດລາວ; ໃນຊີວິດ ແລະການເຄື່ອນໄຫວຂອງທ່ານປະທານສຸພານຸວົງແມ່ນຕິດພັນແໜ້ນກັບຂະບວນການປະຕິວັດຕະຫຼອດມາ, ເວລາໃດເພິ່ນກໍ່ຖືເອົາປະຊາຊົນເປັນກົກ, ມີຄວາມບໍລິສຸດຜຸດຜ່ອງຕໍ່ພັກ, ຕໍ່ໝູ່ຄະນະ, ຕໍ່ປະເທດຊາດ ແລະປະຊາຊົນລາວ, ເພິ່ນເປັນໜຶ່ງໃນບັນດາການນໍາຂັ້ນສູງຂອງພັກຊຶ່ງຍາມໃດໃນທົ່ວພັກ, ທົ່ວກໍາລັງປະກອບອາວຸດ ແລະປະຊາຊົນລາວລ້ວນແຕ່ຊາບຊຶ້ງ ແລະຮໍ່າຮຽນເອົາຊີວິດ ແລະ ການເຄື່ອນໄຫວຂອງເພິ່ນເປັນແວ່ນແຍງ, ເປັນທິດຊີ້ນໍາໂດຍສະເພາະເພິ່ນເປັນປັນຍາຊົນຮັກຊາດອັນດູດດື່ມທີ່ໄດ້ເອົາຊີວິດຕິດພັນກັບພາລະກິດການຕໍ່ສູ້ປົດປ່ອຍຊາດຕັ້ງແຕ່ຫົວທີ ແລະຕະຫຼອດເຄິ່ງສະຕະວັດສະເດັດໄດ້ເລີ່ມຈາກນັກຮັກຊາດທີ່ແທ້ຈິງ ແລະໄດ້ກາຍເປັນນັກປະຕິວັດທີ່ກ້າແກ່ນ, ເປັນໜຶ່ງໃນບັນດາຜູ້ນໍາທີ່ດີເດັ່ນ ແລະເປັນທີ່ເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ ແລະປະຊາຊົນທີ່ຮັກຫອມສັນຕິພາບໃນທົ່ວໂລກ.
ໂດຍ: ຣັດສະໝີ ດວງສັດຈະ