ການສຶກສາເວລາກວດປ່ອຍສິນຄ້າ (TRS) ແມ່ນມີຄວາມສໍາຄັນຕໍ່ຂະແໜງການຢູ່ດ່ານໃນການປັບປຸງການໃຫ້ການບໍລິການທີ່ດີ ແລະສ້າງຜົນປະໂຫຍດອັນສູງສຸດໃຫ້ແກ່ຜູ້ປະກອບການຊຶ່ງຍັງສາມາດວັດລະດັບຄວາມເປັນເອກະພາບກັນໃນການຄຸ້ມຄອງສີນຄ້າເຂົ້າ-ອອກ ປະເທດໄດ້ໃນລະດັບໜຶ່ງເພື່ອການປັບປຸງໃຫ້ດີຂຶ້ນນອກຈາກນັ້ນ, TRS ຍັງເປັນຕົວຊີ້ວັດທີ່ດີໃນການປະເມີນຜົນປະສິດທິພາບ ແລະ ປະສິດທິຜົນຂອງຂະບວນການອອກອະນຸຍາດ ແລະ ການກວດປ່ອຍສິນຄ້າຢູ່ດ່ານຊາຍແດນທີ່ຄຽງຄູ່ໄປກັບລະບົບເອເລັກໂຕຣນິກເພື່ອການເຜີຍແຜ່ຂໍ້ມູນກ່ຽວກັບເວລາທີ່ໃຊ້ໃນການອອກອະນຸຍາດ ແລະ ເວລາກວດປ່ອຍສິນຄ້າຢູ່ດ່ານຊາຍແດນໃຫ້ສັງຄົມຮັບຊາບ ແລະສະໜອງຂໍ້ມູນໃຫ້ແກ່ອົງການຈັດຕັ້ງສາກົນ, ໃນການຊອກຫາບັນຫາທີ່ເປັນອຸປະສັກໃນຂະບວນການອອກອະນຸຍາດ ແລະການກວດປ່ອຍສິນຄ້າເພື່ອເປັນຂໍ້ມູນພື້ນ ຖານໃຫ້ແກ່ການປັບປຸງຂອດຂັ້ນກົນໄກແນໃສ່ຍົກສູງການອໍານວຍຄວາມສະດວກດ້ານການຄ້າຂ້າມແດນ, TRS ຍັງສະແດງໃຫ້ເຫັນວ່າ ສປປ ລາວ ໄດ້ມີຄວາມພະຍາ ຍາມອັນສູງໃນການສະໜອງຂໍ້ມູນຂ່າວສານເຂົ້າໃນພັນທະຕໍ່ສາກົນທີ່ຕົນໄດ້ເປັນພາຄີເພື່ອຍົກສູງຄວາມອາດສາມາດໃຫ້ກ້າວທັນກັບສາກົນ ແລະໄປສູ່ຍຸກສະໄໝທີ່ມີການປ່ຽນແປງໄປນໍາເຕັກໂນໂລຊີທີ່ວ່ອງໄວ.
ວັນທີ 7 ກໍລະກົດ 2021, ທີ່ໂຮງ ແຮມຄາວພຣາຊາ, ນະຄອນຫຼວງວຽງຈັນ, ໃນນາມກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ (ຄອຄສ), ກົມການນໍາເຂົ້າ ແລະສົ່ງອອກ,ກະຊວງອຸດສາຫະກໍາ ແລະການຄ້າໄດ້ຈັດກອງປະຊຸມປຶກສາຫາລືເພື່ອຮັບຮອງເອົາບົດສຶກສາເວລາກວດປ່ອຍສິນຄ້າ (TRS) ຢູ່ ສປປ ລາວ ປະຈໍາປີ 2020~ໂດຍການເປັນປະທານຂອງທ່ານ ນາງ ມະນີວອນ ວົງໄຊ, ຫົວໜ້າກົມການນຳເຂົ້າ ແລະສົ່ງອອກ (ຮອງຫົວໜ້າ ຄອຄສ) ພ້ອມດ້ວຍແຂກທີ່ຖືກເຊີນຈາກຂະແໜງການທີ່ກ່ຽວຂ້ອງ, ຕົວແທນພາກທຸລະກິດ ແລະຜູ້ພັດທະນາລະບົບແຈ້ງພາສີປະຕູດຽວແຫ່ງຊາດ (LNSW).
ຈຸດປະສົງຫຼັກຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອຜ່ານບົດສໍາຫຼວດສຶກສາເວລາກວດປ່ອຍສິນຄ້າ (TRS) ປະຈຳປີ 2020 ແລະຮັບຮອງເອົາຜົນການສໍາຫຼວດດັ່ງກ່າວຢ່າງເປັນທາງການເພື່ອຈະແຈ້ງຕໍ່ກອງເລຂາອາຊຽນທີ່ ສປປ ລາວ ເປັນພາຄີ ແລະເປັນພັນທະທີ່ຕ້ອງແຈ້ງໃຫ້ຮັບຊາບ, ພ້ອມນັ້ນກໍ່ຖືວ່າຜົນສຳຫຼວດໃນຄັ້ງນີ້ແມ່ນເປັນບາດກ້າວອັນສໍາຄັນໃນການເພີ່ມທະວີການພົວພັນ ແລະເຮັດວຽກຮ່ວມກັນຫຼາຍຂຶ້ນຂອງຂະແໜງການກ່ຽວຂ້ອງເພື່ອເປັນການປະກອບສ່ວນໃນການປັບປຸງຕາມທິດຊີ້ນຳເລກທີ່ 02/ນຍ ວ່າດ້ວຍການເອື້ອອຳນວຍຄວາມສະດວກໃນການດຳເນີນທຸລະກິດ ຢູ່ ສປປ ລາວ ໃຫ້ດີ.
ໃນທີ່ປະຊຸມໄດ້ມີການນໍາສະເໜີບົດສຶກສາດັ່ງກ່າວທີ່ໄດ້ສະແດງເຖິງເວລາທີ່ໃຊ້ໃນຂະບວນການອອກອະນຸຍາດຂອງບັນດາຂະແໜງການ ແລະການກວດປ່ອຍສິນຄ້າຢູ່ດ່ານຊາຍແດນ, ຊຶ່ງຂະແໜງການທີ່ເຂົ້າຮ່ວມການສໍາຫຼວດໃນຄັ້ງປະກອບດ້ວຍ: ກົມການນໍາເຂົ້າ-ສົ່ງອອກ ແລະກົມມາດຕະຖານ ແລະວັດແທກ (ກະຊວງອຸດສາຫະກໍາ ແລະການຄ້າ), ກົມຂົນສົ່ງ (ກະຊວງໂຍທາທິການ ແລະຂົນສົ່ງ), ກົມປູກຝັງ ແລະກົມລ້ຽງສັດ ແລະການປະມົງ (ກະຊວງກະສິກໍາ ແລະປ່າໄມ້), ກົມຄຸ້ມຄອງບໍ່ແຮ່ (ກະຊວງບໍ່ແຮ່) ແລະກົມອາຫານ ແລະຢາ (ກະຊວງສາທາ), ສ່ວນດ່ານຊາຍແດນທີ່ໄດ້ລົງສຶກສາເກັບກໍາຂໍ້ມູນປະກອບມີ: ດ່ານບໍ່ເຕັນ, ດ່ານຂົວ 1, ດ່ານຂົວ 2, ດ່ານຂົວ 3, ດ່ານຂົວ 4, ດ່ານນໍ້າເຫຼືອງ, ດ່ານນໍ້າພາວ, ດ່ານນາເພົ້າ, ດ່ານແດນສະຫວັນ ແລະດ່ານວັງເຕົ່າ.
ພ້ອມດຽວກັນນັ້ນ, ກໍ່ໄດ້ມີການນໍາສະເໜີບາງຂໍ້ແນະນໍາໃຫ້ແກ່ຂະແໜງການທີ່ກ່ຽວຂ້ອງເປັນຕົ້ນຂະບວນການອອກອະນຸຍາດພາຍໃນຂະແໜງການຄວນມີມາດ ຕະຖານການບໍລິການຢ່າງຊັດເຈນ ແລະການປັບປຸງຂັ້ນຕອນການກວດປ່ອຍສິນຄ້າຢູ່ດ່ານຊາຍແດນເຊັ່ນ: ຄວນປັບປຸງການບໍລິຫານຄວາມສ່ຽງເປັນວຽກທີ່ຮີບດ່ວນຄວນນໍາໃຊ້ລະບົບອາຊິກຸດາຜ່ານເວັບໄຊ້, ລົບລ້າງແບບພິມໃບແຈ້ງພາສີ,ເອກະສານປະກອບທີ່ເປັນເຈ້ຍ ແລະຫັນມານໍາໃຊ້ລາຍເຊັນເອເລັກໂຕຣນິກ, ລົບລ້າງການລົງທະບຽນການແຈ້ງໂດຍເຈົ້າໜ້າທີ່ພາສີ ແລະຈັດຕັ້ງປະຕິບັດຂັ້ນຕອນການແຈ້ງພາສີລ່ວງໜ້າ, ສ້າງກົນໄກປະສານງານລະຫວ່າງບັນດາຂະແໜງການຂອງລັດທີ່ປະຈໍາການຢູ່ດ່ານຊາຍແດນເພື່ອຍົກສູງປະສິດທິພາບໃນການຄວບຄຸມການນໍາເຂົ້າ ແລະສົ່ງອອກສິນຄ້າ ແລະຜັນຂະຫຍາຍການຈັດຕັ້ງປະຕິບັດລະບົບແຈ້ງພາສີປະຕູດຽວໃຫ້ມີຄວາມເປັນເອກະພາບ ແລະມີປະຕິບັດພາບ.