ລາວສືບຕໍ່ໂຈະນໍາເຂົ້າສັດໃຫຍ່ໃຫ້ແຕ່ແນວພັນເທົ່ານັ້ນ

   ເນື່ອງຈາກວ່າສະພາບການລະບາດຂອງພະຍາດຜິວໜັງອັກເສບຕິດຕໍ່ງົວ-ຄວາຍແມ່ນຍັງສືບຕໍ່ເປັນໄພຂົ່ມຂູ່ຕໍ່ການລ້ຽງສັດຢູ່ປະເທດເຮົາ, ຊຶ່ງຈາກການຕີລາຄາດ້ານລະບາດວິທະຍາພົບວ່າທົ່ວປະເທດມີອັດຕາການຕິດເຊື້ອສະເລ່ຍ 0,7%, ມີອັດຕາການຕາຍສະເລ່ຍ 0,006% ຫຼື ເທົ່າກັບ 1% ຂອງສັດຕິດເຊື້ອທັງໝົດ ແລະອັດຕາການປິ່ນປົວຫາຍດີມາຮອດປະຈຸບັນຫຼາຍກວ່າ 80% ຢ່າງໃດກໍ່ຕາມ, ເພື່ອເປັນການສືບຕໍ່ເຝົ້າລະວັງ ແລະຈໍາກັດພະຍາດບໍ່ໃຫ້ມີການແຜ່ລະບາດກວ້າງອອກ ແລະແກ້ໄຂບັນຫາການຂາດແຄນຊີ້ນງົວ-ຄວາຍ ເພື່ອສະໜອງໃຫ້ແກ່ສັງຄົມ.

   ອີງຕາມແຈ້ງການສືບຕໍ່ຄວບຄຸມການລະບາດພະຍາດຜີວໜັງອັກເສບຕິດຕໍ່ງົວ-ຄວາຍຢູ່ ສປປ ລາວ, ເລກທີ 1576/ ກລປ, ລົງວັນທີ 1 ກໍລະກົດ 2021 ທີ່ມີເນື້ອໃນອັນສໍາຄັນວ່າ: ອະນຸຍາດໃຫ້ມີການເຄື່ອນຍ້າຍສັດປະເພດງົວ-ຄວາຍ ຢູ່ພາຍໃນແຂວງໂດຍສະເພາະລະຫວ່າງບ້ານຕໍ່ບ້ານ ແລະ ເມືອງຕໍ່ເມືອງ ແລະ ແຂວງຕໍ່ແຂວງແຕ່ສັດທີ່ອະນຸຍາດໃຫ້ເຄື່ອນຍ້າຍນັ້ນຕ້ອງຜ່ານການກວດກາສຸຂະພາບຂອງເຈົ້າໜ້າທີ່ສັດຕະວະແພດທີ່ຖືກແຕ່ງຕັ້ງໂດຍອົງການຄຸ້ມຄອງວຽກງານລ້ຽງສັດ ແລະສັດຕະວະແພດໂດຍຕ້ອງມີການຢັ້ງຢືນການກວດສຸຂະພາບສັດ ຫຼືໃບຢັ້ງຢືນການສັກຢາກັນພະຍາດຜີວໜັງອັກເສບຕິດຕໍ່ງົວ-ຄວາຍ ຢ່າງໜ້ອຍ 21 ວັນ;ບໍ່ພົບອາການຕຸ່ມພອງຂອງພະຍາດຜິວໜັງອັກເສບຕິດຕໍ່ງົວ-ຄວາຍ; ບໍ່ພົບອາການໄຂ້ສູງເກີນກວ່າ 40 ອົງສາເຊ.

  ໃນກໍລະນີສົງໄສໃຫ້ຂະແໜງລ້ຽງສັດ ແລະການປະມົງແຂວງ ແລະນະຄອນຫຼວງລາຍງານໂດຍດ່ວນຕໍ່ກົມລ້ຽງສັດ ແລະການປະມົງພ້ອມທັງລົງສົມທົບກັບຫ້ອງການກະສິກໍາ ແລະປ່າໄມ້ເມືອງດໍາເນີນການແຍກປ່ຽວ (ຄັດອອກຈາກຝູງ), ປິ່ນປົວຕາມອາການ ແລະເກັບຕົວຢ່າງສົ່ງໃຫ້ສູນວິໄຈພະຍາດສັດແຫ່ງຊາດເພື່ອກວດກາວິໄຈຫາເຊື້ອພະຍາດ; ຖ້າກວດພົບເຊື້ອພະຍາດແມ່ນໃຫ້ປະຕິບັດຕາມມາດຕະການແຍກປ່ຽວ, ກັກກັນ ແລະປິ່ນປົວໂດຍທັນທີ.

   ໃຫ້ບັນດາດ່ານກວດກາສັດຕະວະແພດສາກົນ, ດ່ານທ້ອງຖິ່ນ ແລະດ່ານປະເພນີສືບຕໍ່ເອົາໃຈໃສ່ໃນການກວດກາຢ່າງເຂັ້ມງວດໂດຍໃຫ້ປະຕິບັດຕາມຂັ້ນຕອນສໍາລັບການນໍາເຂົ້າສັດໃຫຍ່ໃຫ້ອະນຸຍາດສະເພາະສັດທີ່ໃຊ້ເປັນແນວພັນເທົ່ານັ້ນ ແລະໃຫ້ມີໃບຢັ້ງຢືນສຸຂະພາບສັດ ແລະການຢັ້ງຢືນແຫຼ່ງທີ່ມາຂອງສັດຈາກອົງການຂອງລັດຂອງປະເທດສົ່ງອອກ, ໃຫ້ມີໃບຢັ້ງຢືນການສັກຢາກັນພະຍາດຜີວໜັງອັກເສບຕິດຕໍ່ຢ່າງໜ້ອຍ 21 ວັນ, ບໍ່ພົບອາການຕຸ່ມພອງຂອງພະຍາດຜີວໜັງອັກເສບຕິດຕໍ່ງົວຄວາຍ ແລະຕ້ອງບໍ່ພົບອາການໄຂ້ສູງເກີນກວ່າ 40 ອົງສາເຊ.

   ສໍາລັບສັດສົ່ງຜ່ານທຸກໂຕໃຫ້ມີໃບຢັ້ງຢືນສຸຂະພາບສັດ ແລະການຢັ້ງຢືນແຫຼ່ງທີ່ມາຂອງສັດຈາກອົງການຂອງລັດຂອງປະເທດສົ່ງອອກ, ໃຫ້ມີໃບຢັ້ງຢືນການສັກຢາກັນພະຍາດຜີວໜັງອັກເສບຕິດຕໍ່ຢ່າງໜ້ອຍ 21 ວັນ, ບໍ່ພົບອາການຕຸ່ມພອງຂອງພະຍາດຜີວໜັງອັກເສບຕິດຕໍ່ງົວ-ຄວາຍ ແລະ ຕ້ອງບໍ່ພົບອາການໄຂ້ສູງເກີນກວ່າ 40 ອົງສາເຊ.

   ໃນກໍລະນີພົບສັດມີອາການ ແລະສົງໄສແມ່ນບໍ່ອະນຸຍາດໃຫ້ນໍາເຂົ້າ ແລະສົ່ງຜ່ານໂດຍເດັດຂາດ.