ຄຳມ່ວນ ຊ່ວຍຮ່າຕິງຕ້ານໂຄວິດ

   ວັນທີ 6 ກໍລະກົດ 2021 ທີ່ດ່ານສາກົນນໍ້າພາວ ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄຳມ່ວນພ້ອມຄະນະໄດ້ເດີນທາງໄປມອບເຄື່ອງຊ່ວຍເຫຼືອເພື່ອຮັບໃຊ້ເຂົ້າໃນວຽກງານຕ້ານ ແລະ ປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ແຂວງຮ່າຕິງ ສສ ຫວຽດນາມ ປະກອບມີເງິນຈຳນວນ 20.000 ໂດລາສະຫະລັດ ແລະເຂົ້າສານ 5 ໂຕນ ໂດຍການກ່າວຮັບຂອງທ່ານ ເຈິ່ນ ຕູ ແອັງ ຮອງປະທານຜູ້ປະຈຳການສະພາປະຊາຊົນແຂວງຮ່າຕິງໂດຍມີຄະນະຫ້ອງວ່າການ, ພະແນກການຕ່າງປະ ເທດ, ພະແນກສາທາລະນະສຸກ ແລະພາກສ່ວນກ່ຽວຂ້ອງທັງສອງຝ່າຍຮ່ວມເປັນສັກຂີພິຍານ.

   ທ່ານ ບຸນມີ ພິມມະສອນ ກໍ່ໄດ້ລາຍງານກ່ຽວກັບສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ໃນ ສປປ ລາວ ຊຶ່ງພະຍາດດັ່ງກ່າວແມ່ນໄດ້ແຜ່ຂະຫຍາຍອອກເປັນວົງກວ້າງ ແລະ ແຜ່ລາມອອກໄປຫຼາຍແຂວງໃນທົ່ວປະເທດຶ່ງໄດ້ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ, ມາຮອດປະຈຸບັນຢູ່ ສປປ ລາວ ແມ່ນມີຈຳນວນຜູ້ຕິດເຊື້ອສະສົມແລ້ວ 2 ພັນກວ່າຄົນ ແລະເສຍຊີວິດແລ້ວ 3 ຄົນ, ສຳລັບຢູ່ແຂວງຄຳມ່ວນກໍ່ມີກໍລະນີທີ່ຕິດເຊື້ອແລ້ວ 24 ຄົນ ຊຶ່ງແມ່ນແຮງງານທີ່ເດີນທາງມາຈາກປະເທດໃກ້ຄຽງ, ໃນນັ້ນແມ່ນໄດ້ ປິ່ນປົວຫາຍດີ ແລະອອກຈາກໂຮງໝໍແລ້ວ 6 ຄົນ, ຍັງສືບຕໍ່ປິ່ນປົວ 18 ຄົນ.

    ໂອກາດຽວກັນທ່ານ ເຈິ່ນ ຕູ ແອັງ ກໍ່ໄດ້ສະແດງຄວາມຂອບໃຈມາຍັງການນຳຂອງແຂວງຄຳມ່ວນກໍ່ຄືສະພາປະຊາຊົນ ແລະພໍ່ແມ່ປະຊາຊົນບັນດາເຜົ່າໃນທົ່ວແຂວງຄຳມ່ວນ ທີ່ມີຄວາມເປັນຫ່ວງເປັນໄຍ ແລະໄດ້ປະກອບສ່ວນຊ່ວຍເຫຼືອແຂວງຮ່າຕິງໃນການຕ້ານ ແລະປ້ອງກັນພະຍາດໂຄວິດ-19 ໃນຄັ້ງນີ້ ແລະຫວັງວ່າສອງຊາດ ລາວ-ຫວຽດນາມ ເວົ້າສະເພາະກໍ່ຄືສອງແຂວງຄຳມ່ວນຮ່າຕິງຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະກັນເພື່ອພ້ອມພາກັນຜ່ານຜ່າວິກິດການແຜ່ລະບາດພະຍາດໂຄວິດ-19 ໃນຄັ້ງນີ້ຜ່ານໄປດ້ວຍດີ.