ສຳເລັດຫ້ອງການພາກສະໜາມໂຄງການຄູ່ຮ່ວມມືກາກບອນປ່າໄມ້

ຂ່າວ: ສົມພອນ ຂຸນດາວົງ 

   ວັນທີ 6 ເດືອນກໍລະກົດ ຜ່ານມາທີ່ຫ້ອງການກະສິກໍາ ແລະປ່າໄມ້ເມືອງລອງ ແຂວງຫຼວງນໍ້າທາ ໄດ້ຈັດພິທີມອບຮັບຫ້ອງການພາກສະໜາມຂອງໂຄງການຄູ່ຮ່ວມມືກາກບອນປ່າໄມ້ປະຈໍາ ເມືອງລອງ ແຂວງຫຼວງນໍ້າທາ ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ເພັດສົມພອນ ວົງຫາຈັກ ຫົວໜ້າພະແນກບໍລິຫານ ແລະຈັດຕັ້ງ, ກົມປ່າໄມ້ກະຊວງກະສິກໍາ ແລະປ່າໄມ້,ມີທ່ານ ຄໍາເມິງ ແດງມະນີ ຫົວໜ້າຂະແໜງປ່າໄມ້ພະແນກກະສິກໍາ ແລະປ່າໄມ້ແຂວງຫຼວງນໍ້າທາ. ມີພາກສ່ວນທີ່ກ່ຽວຂ້ອງ, ຕາງໜ້າບໍລິສັດຮັບເໝົາຕະຫຼອດຮອດພະນັກງານໂຄງການເຂົ້າຮ່ວມ.

   ໃນພິທີກໍ່ໄດ້ຜ່ານບົດລາຍງານຜົນສໍາເລັດໃນການສ້ອມແປງຕໍ່ເຕີມຫ້ອງການພາກສະໜາມຂອງໂຄງການຄູ່ຮ່ວມມືກາກບອນປ່າໄມ້ປະຈໍາເມືອງລອງຊຶ່ງຫ້ອງການດັ່ງກ່າວຕັ້ງຢູ່ບ້ານນໍ້າໂບ ກຸ່ມ ບ້ານຈົງກາ ໄດ້ເລີ່ມກໍ່ສ້າງສ້ອມແປງມາແຕ່ວັນທີ 13 ມັງກອນ 2021 ມາຮອດປະຈຸບັນສໍາເລັດແລ້ວ 100%,ໂດຍ ແມ່ນບໍລິສັດ ໄຊພະຈັນ ກໍ່ສ້າງຈໍາກັດ ເປັນຜູ້ຮັບເໝົາກໍ່ສ້າງ ມູນຄ່າ 287 ລ້ານ 9 ແສນກວ່າກີບ ໂດຍແມ່ນທຶນຂອງໂຄງການຄູ່ຮ່ວມມືກາກບອນປ່າໄມ້ຈາກນັ້ນ ກໍ່ໄດ້ເຊັນບົດບັນທຶກມອບ-ຮັບລະຫວ່າງທ່ານນາງ ເພັດສົມພອນ ວົງຫາຈັກ ຫົວໜ້າພະແນກບໍລິຫານ ແລະຈັດຕັ້ງກົມປ່າໄມ້ກະຊວງກະສິກໍາ ແລະປ່າໄມ້ທ່ານ ຄໍາເມິງ ແດງມະນິ ຫົວໜ້າຂະແໜງປ່າໄມ້ພະແນກກະສິກໍາ ແລະປ່າໄມ້ແຂວງພ້ອມທັງຕັດແຖບຜ້າເປີດການນໍາໃຊ້ຫ້ອງການດັ່ງກ່າວຢ່າງເປັນທາງການໂດຍຊ່ອງໜ້າຜູ້ເຂົ້າຮ່ວມເປັນສັກຂີພິຍານ.