ສຂລ ກະກຽມລະນຶກ 71 ປີ ວັນສື່ມວນຊົນ

  ສະມາຄົມນັກຂ່າວແຫ່ງ ສປປ ລາວ (ສຂລ) ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ (ກະຊວງ ຖວທ) ໄດ້ຈັດຕັ້ງກອງປະຊຸມເພື່ອກະກຽມໃຫ້ແກ່ການລະນຶກວັນສື່ມວນຊົນຄົບຮອບ 71 ປີ (13 ສິງຫາ 1950-13 ສິງຫາ 2021) ທີ່ຫ້ອງການ ສຂລ ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສະຫວັນຄອນ ຣາຊມຸນຕີ  ປະທານ ສຂລ; ພ້ອມນີ້, ກໍ່ມີບັນດາຫົວໜ້າ/ຮອງກົມ ແລະ ທຽບເທົ່າກົມ; ຮອງປະທານ/ຄະນະບໍລິຫານງານ, ເລຂາ ທິການ ສຂລ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

  ກອງປະຊຸມຄັ້ງນີ້ໄດ້ເລັ່ງໃສ່ປຶກສາຫາລື 3 ວຽກສໍາຄັນໃນນີ້ໄດ້ປຶກສາຫາລືການລະນຶກວັນສື່ມວນຊົນຄົບຮອບ 71 ປີ ໂດຍເນື້ອແທ້ແມ່ນການເລົ່າຄືນມູນເຊື້ອແຫ່ງການກໍາເນີດ ແລະເຕີບໃຫຍ່ຂະຫຍາຍຕົວຂອງຖັນແຖວນັກຂ່າວລາວພາຍໃຕ້ການນໍາພາຊີ້ນຳໂດຍກົງຂອງພັກ ແລະລັດຖະບານບົນເສັ້ນທາງ 71 ປີ ໂດຍສະເພາະໃນໜຶ່ງປີຜ່ານມາຊຶ່ງສ່ອງແສງໃຫ້ເຫັນໄດ້ຄວາມໝາຍຄວາມສໍາຄັນ ແລະ ບັນດາຜົນງານເປັນຫຼັກ, ປຶກສາຫາລືການຈັດກິດຈະກຳກ່ຽວກັບການພັດທະນາຄຸນນະພາບດ້ານວິຊາ ການຂອງສື່ມວນຊົນໃນບາງຫົວຂໍ້ລະຫວ່າງ ສຂລ ຮ່ວມກັບວິທະຍຸສາກົນ ແຫ່ງ ປະເທດຈີນ (CRI) ປະຈຳລາວ ເນື່ອງໃນວັນສື່ມວນຊົນ ຄົບຮອບ 71 ປີ ແລະວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນ ຄົບຮອບ 60 ປີ ແລະປຶກສາຫາລືກ່ຽວກັບການປັບປຸງໂຄງຮ່າງການຈັດຕັ້ງຂອງ ສຂລ ເພື່ອກະກຽມໃຫ້ແກ່ກອງປະຊຸມ ສຂລ ໃນຕໍ່ໜ້າ ແລະຫົວ ຂໍ້ອື່ນໆທີ່ຕິດພັນ; ກອງປະຊຸມໄດ້ເນັ້ນໃຫ້ມີການຈັດກິດຈະກໍາທີ່ຕິດພັນກັບ ການພັດທະນາຄຸນນະພາບສື່ມວນຊົນ ຄວບຄູ່ກັບການນໍາໃຊ້ສື່ແບບໃໝ່ໃຫ້ມີຄຸນນະພາບ ແລະໄດ້ຮັບຜົນປະໂຫຍດສູງສຸດໃນຫຼາຍດ້ານບົນພື້ນຖານການຈັດຕັ້ງປະຕິບັດຕາມມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະແກ້ໄຂການລະບາດພະຍາດໂຄວິດ-19 ຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດບົນຈິດໃຈປະຢັດ ແລະລຽບງ່າຍ.

ຂ່າວ: ສຂລ