ກວດຄົ້ນລົດວີໂກ້ ພົບເຮໂຣອິນ 70 ແທ່ງ

    ວັນທີ 6 ກໍລະກົດ 2021, ເວລາປະມານ 16:15 ໂມງ, ເຈົ້າໜ້າທີ່ໜ່ວຍສະເພາະກິດທີ່ປະຈໍາຢູ່ກວດກາກິໂລແມັດທີ 24 ແຂວງອຸດົມໄຊ ໄດ້ສະກັດລົດວີໂກ້ສີປອນ ທີ່ກໍາລັງຂັບຂີ່ມຸ້ງໜ້າມາແຕ່ທາງເມືອງໄຊ-ນາໝໍ້ ໂດຍຊາຍ 2 ຄົນ ດ້ວຍທ່າທີ່ມີພິລຸດສົງໄສຈຶ່ງໄດ້ທໍາການກວດຄົ້ນລົດຄັນດັ່ງກ່າວພົບເຫັນເຮໂຣອິນ 70 ແທ່ງ ເງິນບາດ 3.000 ບາດ, ເງິນກີບ 472.000 ກີບ, ສາຍຄໍສີເຫຼືອງຄ້າຍຄືຄໍາ 1 ເສັ້ນ ແລະໂທລະ ສັບມືຖື 3 ເຄື່ອງ ຈຶ່ງນໍາຕົວພວກກ່ຽວໄປສອບສວນ.

   ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະຕ້ານຢາເສບຕິດຫ້ອງຕໍາຫຼວດ ປກສ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ຜູ້ຖືກຫາທັງສອງຄົນຊື່ທ້າວ ຢາໄຊຢາງ ອາຍຸ 25 ປີ ແລະທ້າວ ດົວຈົງ ອາຍຸ 40 ປີທັງສອງຢູ່ບ້ານຫ້ວຍຊາຍນ້ອຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ, ຜ່ານການສອບສວນເບື້ອງຕົ້ນພວກກ່ຽວສາລະພາບວ່າ: ເຮໂຣອິນ ຈໍານວນ 70 ແທ່ງ ທີ່ເຈົ້າໜ້າທີ່ຢຶດໄດ້ແມ່ນພວກກ່ຽວຮັບຈ້າງຂົນສົ່ງໃຫ້ທ້າວ ຈົວ (ຄົນພະມ້າ) ຈາກເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄປສົ່ງໃຫ້ຄົນຫວຽດນາມ (ບໍ່ຮູ້ຊື່) ຢູ່ເຂດຊາຍແດນລາວ-ຫວຽດນາມ ບ້ານປາງ ຫົກ ເມືອງໃໝ່ ແຂວງຜົ້ງສາລີ ແລະຖ້າໄປຮອດເຂດບ້ານປາງຫົກ ແມ່ນໃຫ້ໂທຫາທ້າວ ຈົວ ເພື່ອໃຫ້ອອກມາຮັບເອົາເຮໂຣອິນ ຈໍານວນດັ່ງກ່າວນໍາພວກກ່ຽວພ້ອມທັງຈ່າຍຄ່າຂົນສົ່ງໃຫ້; ຖ້າຂົນສົ່ງສໍາເລັດແມ່ນຈະໄດ້ຮັບຄ່າຈ້າງ, ໂດຍຄິດໄລ່ເຮໂຣອິນ 1 ແທ່ງ ຕໍ່ເງິນ 1.000 ບາດ, ນອກນັ້ນໄລຍະຜ່ານມາ, ພວກກ່ຽວເຄີຍຂົນສົ່ງເຮໂຣອິນຈາກແຂວງບໍ່ແກ້ວໄປສົ່ງຢູ່ບ້ານປາງຫົກ ມາແລ້ວ 1 ຄັ້ງ ແລະຄັ້ງນີ້ແມ່ນຄັ້ງທີ 2 ຊຶ່ງພວກກ່ຽວໄດ້ນໍາໃຊ້ລົດໂຕໂຍຕ້າ ກະບະວີໂກ້ສີປອນ ໝາຍເລກທະບຽນ ກກ 4708 ອຸດົມໄຊ ໂດຍຮູບການຊຸກເຊື່ອງເຮໂຣອິນໄວ້ຝາປະຕູລົດ.