ລັດຖະບານ ເນັ້ນປະຕິບັດ 8 ວຽກສຳຄັນ

   ຕອນບ່າຍວັນທີ 8 ກໍລະກົດ 2021 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີປະຕິບັດໜ້າທີ່ໂຄສົກລັດຖະບານຖະແຫຼງຕໍ່ສື່ມວນຊົນເຖິງຜົນກອງປະຊຸມເປີດກວ້າງຄັ້ງທີ 1ປີ 2021 ຂອງລັດຖະບານຊຸດທີ IX.

 ທ່ານ ນາງ ທິບພະກອນ ຈັນທະວົງສາ ຖະແຫຼງວ່າ: ກອງປະຊຸມເປີດກວ້າງຄັ້ງທີ 1 ປີ 2021 ຂອງລັດຖະບານຊຸດ IX ໄດ້ດຳເນີນໃນວັນທີ 6-8 ກໍລະກົດ 2021 ທີ່ຫໍປະຊຸມແຫ່ງຊາດ, ໂດຍຜ່ານລະບົບກອງປະຊຸມທາງໄກເຊື່ອມຕໍ່ກັບອົງການຈັດຕັ້ງອ້ອມຂ້າງສູນກາງ, ບັນດາແຂວງແລະນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ; ມີບັນດາທ່ານສະມາຊິກລັດຖະບານ, ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ ແລະຜູ້ຕາງໜ້າອົງການຈັດຕັ້ງອ້ອມຂ້າງສູນກາງເຂົ້າຮ່ວມ.

   ກອງປະຊຸມຄັ້ງນີ້ເປັນເຫດການໜຶ່ງທີ່ສໍາຄັນ ແລະດໍາເນີນໄປດ້ວຍບັນຍາກາດອັນດີ, ໃນຕະຫຼອດໄລຍະ 3 ວັນ ບັນດາທ່ານສະມາຊິກລັດຖະບານ, ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ, ຫົວໜ້າອົງການຈັດຕັ້ງພັກ, ອົງການທຽບເທົ່າຂັ້ນສູນກາງໄດ້ພ້ອມກັນສຸມທຸກສະຕິປັນຍາເຂົ້າໃນການຄົ້ນຄວ້າປຶກສາຫາລືຢ່າງສ້າງສັນ, ກົງໄປກົງມາດ້ວຍຄວາມຮັບຜິດຊອບສູງຕໍ່ບັນດາຫົວຂໍ້ທີ່ຕິດພັນກັບຫຼາຍບັນຫາສໍາຄັນ ແລະຮີບດ່ວນ ຂອງຊາດເພື່ອສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ ແລະເລິກເຊິ່ງ, ແກ້ໄຂບັນຫາຢ່າງເປັນລະບົບ ແລະ ມີວິທະຍາສາດແນໃສ່ເຮັດໃຫ້ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໂດຍສະເພາະແມ່ນການຜັນຂະຫຍາຍມະຕິກອງປະຊຸມສະໄໝວິສາມັນຄົບຄະນະຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ໃນທ້າຍເດືອນມິຖຸນາ 2021 ທີ່ຜ່ານມານັ້ນໃຫ້ປະສົບຜົນສໍາ ເລັດຕາມຄາດໝາຍ.

  ກອງປະຊຸມໄດ້ຮັບຟັງການລາຍງານ, ຄົ້ນຄວ້າ, ປຶກສາຫາລື ແລະປະກອບຄຳເຫັນໃສ່ 3 ຫົວຂໍ້ທີ່ສຳຄັນຄື: ວາລະທີ 1 ແມ່ນການສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຂອງລັດຖະບານ 6 ເດືອນຕົ້ນປີ ແລະແຜນວຽກຈຸດສຸມ 6 ເດືອນທ້າຍປີ 2021; ວາລະທີ 2 ແມ່ນການສະຫຼຸບຕີລາຄາການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ19 ໃນໄລຍະ 6 ເດືອນຕົ້ນປີ 2021 ແລະ ໄພພິບັດທໍາມະຊາດ: ວາລະທີ 3 ແມ່ນການສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ລາຍຮັບ-ລາຍຈ່າຍງົບປະມານໄລຍະ 6 ເດືອນຕົ້ນປີ ແລະທິດທາງແຜນການ 6 ເດືອນທ້າຍປີ 2021, ການກະກຽມຄວາມພ້ອມໃນການປັບປຸງ,ສ້າງກົດໝາຍ ແລະນິຕິກຳໃນປີ 2021 ແລະການປັບປຸງກົງຈັກການຈັດຕັ້ງ, ປັບປຸງດຳລັດວ່າດ້ວຍພາລະບົດບາດໜ້າທີ່ຂອງກະຊວງ.

    ຫຼັງຈາກນັ້ນເພື່ອເປັນທິດທາງໃຫ້ແກ່ການປະຕິບັດໜ້າອງປະຊຸມໄດ້ສະເໜີໃຫ້ສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະແຜນດໍາເນີນງານຂອງລັດຖະບານປະຈໍາປີ 2021 ໃຫ້ປະສົບຜົນສໍາເລັດຕາມຄາດໝາຍໂດຍສະເພາະແມ່ນການຈັດຕັ້ງປະຕິບັດເນື້ອໃນ 2 ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະການແກ້ໄຂບັນຫາຢາເສບຕິດໃຫ້ເປັນຮູບປະທໍາເປັນກ້າວໆໄປຄຽງຄູ່ກັບການເພີ່ມທະວີການຈັດຕັ້ງປະຕິບັດບັນດາມາດຕະການປ້ອງກັນ, ຄວບຄຸມ ແລະສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19 ໃຫ້ມີປະສິດທິຜົນດີຂຶ້ນ.

   ນອກຈາກທິດຊີ້ນຳເຫຼົ່ານີ້ແລ້ວລັດຖະບານຍັງເນັ້ນການຈັດຕັ້ງປະຕິບັດ 8 ວຽກງານດັ່ງນີ້:

  1. 1. ສືບຕໍ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັກສາສະຖຽນລະພາບທາງດ້ານການເມືອງ ແລະຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມເພື່ອສ້າງສະພາບແວດລ້ອມ ແລະເງື່ອນໄຂໃຫ້ແກ່ການພັດທະນາຢູ່ພາຍໃນປະເທດຢ່າງຕໍ່ເນື່ອງ, ສືບຕໍ່ລາດຕະເວນຕາມຊາຍແດນສຸມໃສ່ປ້ອງກັນເວນຍາມຢູ່ຕາມສະຖານທີ່ຊຸມຊົນຕ່າງໆ ໃຫ້ເປັນປົກກະຕິພ້ອມທັງກຳນົດກົນໄກລະບຽບການ ແລະວິທີການແກ້ໄຂກໍລະນີພົບເຫັນການກະທຳຜິດກົດໝາຍ, ລະບຽບການຕ່າງໆຂອງ ສປປ ລາວ; ສຸມໃສ່ແກ້ໄຂປາກົດການຫຍໍ້ທໍ້ດ້ານສັງຄົມໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວໄປຄຽງຄູ່ກັບການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ເປັນຮູບປະທຳໄວຂຶ້ນ. 
  2. 2. ສືບຕໍ່ຄຸ້ມຄອງເສດຖະກິດມະຫາພາກໃຫ້ໝັ້ນທ່ຽງ, ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໃຫ້ມີທິດຫັນປ່ຽນໃໝ່ທີ່ໜັກແໜ້ນໂດຍສະ ເພາະການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນທີ່ຕິດພັນກັບການປະຕິບັດມາດຕະການຕ່າງໆເຊັ່ນ: ການປະຢັດງົບປະມານ, ການປັບປຸງກົນໄກສົ່ງເສີມການລົງທຶນ, ການຫັນເປັນທັນສະໄໝເພື່ອຕິດຕາມການຈັດເກັບລາຍຮັບ ແລະຄຸ້ມຄອງລາຍຈ່າຍ, ການນໍາເຂົ້າ-ສົ່ງອອກສິນຄ້າ ແລະ ແຮ່ທາດຢູ່ດ່ານຊາຍແດນ ແລະ ອື່ນໆ; ສູ້ຊົນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ ແຫ່ງລັດປີ 2021 ທີ່ສະພາແຫ່ງຊາດຮັບຮອງໃຫ້ໄດ້ຕາມແຜນການ.
  3. 3. ສືບຕໍ່ກະກຽມເນື້ອໃນ ແລະເຂົ້າຮ່ວມກອງປະຊຸມສະໄໝວິສາມັນຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະຈັດຂຶ້ນໃນເດືອນສິງຫາ 2021, ພ້ອມທັງກະກຽມຕອບຂໍ້ຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ.
  4. 4. ສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຂໍ້ຕົກລົງວ່າດ້ວຍລະບຽບການ ແລະ ກົນໄກການເຮັດວຽກຂອງລັດຖະບານ ຊຸດທີ IX, ປັບປຸງກົນໄກການແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນແບບບຸກທະລຸໂດຍສະເພາະໃນການສົ່ງເສີມການລົງທຶນ ແລະ ການຈັດເກັບລາຍຮັບໃຫ້ມີຄວາມສະດວກ, ວ່ອງໄວ, ໂປ່ງໃສ ແລະກວດກາໄດ້; ສືບຕໍ່ຍົກສູງປະສິດທິພາບຂອງການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍໃຫ້ແຂງແຮງ, ຫຼຸດຜ່ອນສີ່ງກີດຂວາງຕ່າງໆ ທີ່ເປັນອຸປະສັກໃຫ້ແກ່ການພັດທະນາຢູ່ປະເທດເຮົາ.
  5. 5. ສືບຕໍ່ຈັດຕັ້ງປະຕິບັດຄໍາສັ່ງເລກ ທີ15/ນຍ ວ່າດ້ວຍການເພີ້ມທະວີມາດຕະການສະກັດກັ້ນ, ຄວບຄຸມຢ່າງເຂັ້ມງວດ ແລະກະກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ແລະນິຕິກໍາຕ່າງໆຂອງພັກ ແລະລັດກໍ່ຄືຂອງຄະນະສະເພາະກິດທີ່ວາງອອກໃຫ້ມີປະສິດທິຜົນ.
  6. 6. ສືບຕໍ່ຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ, ເສີມຂະຫຍາຍສາຍພົວພັນກັບບັນດາປະເທດໃກ້ຄຽງ, ບັນດາປະເທດອາຊຽນ ແລະບັນດາປະເທດ ອື່ນໆລວມທັງອົງການຈັດຕັ້ງສາກົນເພື່ອຍາດແຍ່ງເອົາການຮ່ວມມື, ຊ່ວຍເຫຼືອນັບທັງປະຕິບັດບັນດາຂໍ້ຕົກລົງທີ່ລັດຖະບານໄດ້ເຊັນສັນຍາຮ່ວມມືກັບບັນດາປະ ເທດຕ່າງໆໃຫ້ມີຜົນສໍາເລັດ.
  7. 7. ບັນດາສະມາຊິກລັດຖະບານ, ບັນດາອົງການຈັດຕັ້ງທຽບເທົ່າຂັ້ນສູນກາງ, ເຈົ້າຄອງນະຄອນຫຼວງວຽງຈັນ ແລະບັນດາເຈົ້າແຂວງສືບຕໍ່ເອົາໃຈໃສ່, ບຸກບືນ, ຕິດຕາມຊຸກຍູ້ ແລະກວດກາການຈັດຕັ້ງປະຕິບັດບັນດາວຽກຈຸດສຸມພາຍໃຕ້ຄວາມຮັບຜິດຊອບຂອງຕົນໃຫ້ມີປະສິດທິຜົນເພື່ອພັດທະນາ, ສ້າງຜົນງານ ແລະປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະແຜນງົບປະມານແຫ່ງລັດໃນປີ 2021 ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.
  8. 8. ໃຫ້ບັນດາອົງການຈັດຕັ້ງຂອງພັກ, ອົງການກວດກາແຫ່ງລັດ, ສະພາແຫ່ງຊາດ, ໄອຍະການປະຊາຊົນ, ສານປະຊາຊົນ, ສູນກາງແນວລາວສ້າງຊາດ, ສະ ຫະພັນນັກຮົບເກົ່າ ແລະອົງການຈັດຕັ້ງມະຫາຊົນສືບຕໍ່ຕິດຕາມ, ກວດກາ ແລະປະສານສົມທົບຢ່າງໃກ້ຊິດຕິດແທດກັບລັດຖະບານກໍ່ຄືບັນດາຂະແໜງການ ແລະອົງການປົກຄອງທ້ອງຖິ່ນເພື່ອສ້າງເງື່ອນໄຂ, ຮ່ວມມື ແລະຊຸກຍູ້ໃຫ້ລັດຖະບານປະຕິບັດພາລະບົດບາດ, ໜ້າທີ່ ແລະຂອບເຂດສິດທີ່ໄດ້ກໍານົດໃນກົດໝາຍວ່າດ້ວຍລັດຖະບານໃຫ້ມີປະສິດທິຜົນສູງ.