ຂົ້ວປາກະປ໋ອງ ອາຫານທີ່ກິນໄດ້ທັງຄອບຄົວ

 ຂົ້ວປາກະປ໋ອງສູດນີ້ແບບບ້ານໆແທ້ໆ ເປັນເມນູທີ່ກິນໄດ້ທັງຄອບຄົວດ້ວຍລົດຊາດເຄັມໆ ຫວານໆ ນົວໆກິນກັບເຂົ້າຈ້າວຮ້ອນໆຮັບຮອງວ່າຈົນລືມຢ້ານຕຸ້ຍ ແນ່ນອນ.

  ເຄື່ອງປຸງ: ປ໋ອງປາ 2 ປ໋ອງ, ຫອມບົ່ວແດງ 2 ຫົວ, ກະທຽມ 2 ກີບ, ເຜັດດິບ 3 ໜ່ວຍ, ເກືອ ½ ບ່ວງກາເຟ, ແປ້ງນົວ ½ ບ່ວງ ກາເຟ, ນໍ້າຕານ ½ ບ່ວງກາເຟ, ນໍ້າປາ ½ ບ່ວງກາເຟ, ນໍ້າມັນພືດ 1 ບ່ວງແກງ, ຫອມບົ່ວໃບ 1 ບ່ວງແກງ, ຊອຍເປັນຕ່ອນສັ້ນ, ຫອມເປ 1 ບ່ວງແກງ, ຊອຍເປັນຕ່ອນສັ້ນ.

  ວິທີເຮັດ: ຂົ້ວຫອມບົ່ວກະທຽມໝາກເຜັດໃສນໍ້າມັນໃຫ້ເຫຼືອງແລ້ວຍໍາເອົາປ໋ອງປາລົງປຸງເຄື່ອງທັງໝົດລົງແລ້ວຂົ້ວໜ້ອຍໜຶ່ງໃຫ້ເຄື່ອງເຂົ້າກັນແລ້ວຊິມລົດຊາດຫຼັງຈາກນັ້ນໃສ່ຫອມແລ້ວປົງເສີບໄດ້ເລີຍຮັບຮອງວ່າແຊບແນ່ນອນ.

----

ຮຽບຮຽງໂດຍ: ຟ້າ