ຈໍາປາສັກ ຫາລືວຽກງານຂົງເຂດວັດທະນະທຳ-ສັງຄົມ ແລະບັນດາເຜົ່າ

  ເມື່ອທ້າຍເດືອນມິຖຸນາຜ່ານມານີ້ ທີ່ສະພາປະຊາຊົນແຂວງຈໍາປາສັກ, ຄະນະກຳມະການວັດທະນະທຳ-ສັງຄົມ ແລະບັນດາເຜົ່າຮ່ວມກັບພະແນກການທີ່ກ່ຽວຂ້ອງພາຍໃນແຂວງຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບວຽກງານໃນຂົງເຂດວັດທະນະທຳ-ສັງຄົມ ແລະບັນດາເຜົ່າ.

  ກອງປະຊຸມດັ່ງກ່າວຈັດຂຶ້ນພາຍໃຕ້ການເປັນປະທານ ຂອງທ່ານ ສົມສີ ມະນີນິນ ກຳມະການພັກແຂວງຮອງປະທານສະພາປະຊາຊົນແຂວງຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ແລະບັນດາເຜົ່າ, ມີປະທານ-ຮອງປະທານຄະນະກຳມະການວັດທະນະທຳສັງຄົມ ແລະບັນດາເຜົ່າ, ມີຕາງໜ້າຈາກພະແນກການທີ່ກ່ຽວ ຂ້ອງ ແລະພະນັກງານວິຊາການພາຍໃນຂະແໜງວັດທະນະທຳ-ສັງຄົມເຂົ້າຮ່ວມຢ່າງພ້ອມພຽງ.

  ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອຕີລາຄາການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນ ແລະບັນຫາຂໍ້ຄົງຄ້າງ ແລະແຜນການສືບຕໍ່ຈັດຕັ້ງປະຕິບັດຄາດໝາຍສູ້ຊົນ ປະຈຳປີ 2021 ແລະບັນຫາພົ້ນເດັ່ນທີ່ຕິດພັນກັບພະແນກການໃນຂົງເຂດວຽກງານວັດທະນະທຳ-ສັງຄົມ.

----

ໜັງສືພິມ ເສດຖະກິດ-ສັງຄົມ