ໂຮງງານຂ້າສັດ ໄຊອຳພອນ ເນັ້ນມາດຖານການຜະລິດຈຳໜ່າຍ

 ຂ່າວ: ບຸນນິກ

  ໂຮງງານຂ້າສັດ ໄຊອຳພອນ ເປັນໂຮງງານນ້ອງໃໝ່ໃນລາວເນັ້ນສິ່ງສຳຄັນໃນການຜະລິດທີ່ໄດ້ຮັບມາດຖານຈາກທຸກພາກສ່ວນກ່ຽວຂ້ອງກ່ອນອອກຈຳໜ່າຍສູ້ຕະຫຼາດທຸກຄັ້ງຊຶ່ງເຮັດໃຫ້ຜ່ານການບໍລິການມາລູກຄ້າແມ່ນໃຫ້ການຕອບຮັບດີຫຼາຍໂດຍຕະຫຼາດໃຫຍ່ທີ່ຈຳໜ່າຍນະຄອນຫຼວງວຽງຈັນ ແລະບໍລິຄຳໄຊ.

  ທ່ານ ຄຳແວ່ນ ປັນຍາໄຊ ເຈົ້າຂອງໂຮງງານຂ້າສັດ ໄຊອຳພອນ ໃຫ້ສຳພາດນັກຂ່າວໜັງສືພິມເສດຖະກິດ-ສັງຄົມ ໃຫ້ຮູ້ວ່າ: ໂຮງງານແມ່ນເລີ່ມສ້າງຕັ້ງຕົ້ນປີ 2020 ແລະເປີດບໍລິການວັນທີ 1 ມິຖຸນາ 2020 ໄດ້ນຳສັດເຂົ້າມາບໍລິການແມ່ນຈາກຟາມໃຫຍ່ທີ່ໄດ້ຮັບມາດຖານຈາກນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະສະຫວັນນະເຂດ.

  ທາງໂຮງງານແມ່ນເນັ້ນສິ່ງສຳຄັນສຸດໃຫ້ໄດ້ຄວາມມາດຖານ, ຄວາມວ່ອງໄວ້ທັນໃຈໂດຍໂຮງງານຈະມີພະນັກງານວິຊາການກວດກາທັງຫ້ອງການກະສິກຳເມືອງ ແລະຂະແໜງລ້ຽງສັດກວດກາທີ່ມາຂອງສັດທຸກຄັ້ງເຊັ່ນຢັ້ງຢືນສຸຂະພາບ, ວິໄຈເລືອກທຸກລະບົບຂັ້ນຕອນຮອດການເຄື່ອນຍ້າຍຈຳໜ່າຍ.

   ຊຶ່ງໄລຍະຜ່ານມາຖືວ່າທາງໂຮງງານແມ່ນພົບບັນຫາຂໍ້ຫຍຸ້ງຍາກແມ່ນຊ່ວງໄລຍະພະຍາດໂຄວິດເຮັດໃຫ້ທາງໂຮງງານແມ່ນໄດ້ຜະລິດຈຳໜ່າບຊີ້ນຫຼຸດລົງສ່ວນໜຶ່ງ.

   ສຳລັບສະຖານທີ່ໂຮງງານແມ່ນຕັ້ງຢູ່ບ້ານນາສົ້ມມໍ ເມືອງປາກຊັນ ແຂວງບໍລິຄຳໄຊ ຫາກທ່ານໃດຕ້ອງການກໍ່ສາມາດຕິດຕໍ່ສອບຖາມເພິ່ນໄດ້ 020 222 48878-020 56903009.