ໂຄງການຮ່ວມປັນຮັກມອບໂຮງຮຽນບ້ານຫ້ວຍຕັ້ງນາຍ ພາຍຫຼັງສ້າງສໍາເລັດ

   ໂຄງການຮ່ວມປັນຮັກ Bet ter together ເປັນໂຄງການທີ່ຂຶ້ນກັບອາສາກູ້ໄພນະຄອນຫຼວງວຽງຈັນ 1624 ໄດ້ສໍາເລັດການຊ່ວຍເຫຼືອກໍ່ສ້າງໂຮງຮຽນຫຼັງໃໝ່ໃຫ້ນັກຮຽນບ້ານຫ້ວຍຕັ້ງນາຍ ເມືອງກາສີ ແຂວງວຽງຈັນ, ໂດຍໄດ້ມີພິທີມອບ-ຮັບ ຢ່າງເປັນທາງການໃນທ້າຍອາທິດຜ່ານມາລວມມູນຄ່າການກໍ່ສ້າງທັງໝົດ 180 ລ້ານກີບ. ທັງນີ້, ກໍ່ເພື່ອປະກອບສ່ວນຊ່ວຍສ້າງພື້ນຖານທາງດ້ານລະບົບການສຶກສາແກ່ນ້ອງນັກຮຽນທີ່ຢູ່ເຂດຫ່າງໄກສອກຫຼີກໃຫ້ມີຄວາມສະດວກສະບາຍຫຼາຍຂຶ້ນ ໂດຍສະເພາະແມ່ນມີອາຄານຮຽນທີ່ແໜ້ນໜາຖາວອນ, ໝັ້ນຄົງ ແລະສິ່ງອຳນວຍຄວາມສະດວກອື່ນໆ.

   ທ່ານ ລຳເງິນ ວົງພະຈັນ ປະທານສະມາຄົມອາສາກູ້ໄພນະ ຄອນຫຼວງວຽງຈັນ 1624 ແລະທ່ານ ນາງ ວົງຈັນ ບົວແພງ ປະທານໂຄງການຮ່ວມປັນຮັກ Bet ter together ໄດ້ໃຫ້ຮູ້ວ່າໂຄງການຮ່ວມປັນຮັກ Better together ເປັນໜຶ່ງໃນໂຄງການຊ່ວຍເຫຼືອສັງຄົມຂອງສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ 1624, ໄດ້ຮັບການສ້າງຕັ້ງຂຶ້ນ ນປີ 2020 ເປັນໂຄງການດ້ານການກຸສົນ, ຊຶ່ງວຽກທຳອິດຂອງໂຄງການແມ່ນໄດ້ຊ່ວຍສ້າງໂຮງຮຽນປະຖົມຢູ່ບ້ານຫ້ວຍຕັ້ງນາຍ ເມືອງກາສີ ແຂວງວຽງຈັນພາຍ ຫຼັງໄດ້ຮັບຊາບຂໍ້ມູນຂອງໂຮງຮຽນປະຖົມແຫ່ງນີ້ວ່າມີຄວາມຫຍຸ້ງຍາກໃນການດຳເນີນການຮຽນ-ການສອນໃນຫຼາຍດ້ານ; ໂຮງຮຽນຫຼັງດັ່ງກ່າວ, ໄດ້ລົງມືກໍ່ສ້າງມາແຕ່ວັນທີ 28 ທັນວາ 2020, ເປັນອາຄານຊັ້ນດຽວຂະໜາດ 8x32 ແມັດ ແລະມີທັງໝົດ 4 ຫ້ອງຮຽນ, ລວມມູນຄ່າການກໍ່ສ້າງທັງໝົດ 180 ລ້ານກີບ, ຊຶ່ງທຶນຊ່ວຍເຫຼືອດັ່ງກ່າວແມ່ນທາງໂຄງການໄດ້ລະດົມຈາກບັນດາຜູ້ໃຈບຸນ ແລະຫົວໜ່ວຍທຸລະກິດໃນສັງຄົມ.

   ໂອກາດນີ້, ທ່ານ ລໍາເງິນ ວົງພະຈັນ ແລະທ່ານ ນາງ ວົງຈັນ ບົວແພງ ໄດ້ໃຫ້ຮູ້ອີກວ່າ: ໃນໜຶ່ງປີຜ່ານ ມາສະມາຄົມອາສາກູ້ໄພ ນະຄອນຫຼວງວຽງຈັນ 1624 ສາ ມາດບັນເທົາສາທາລະນະໄພດ້ານ ອຸຕິບັດເຫດຕາມທ້ອງຖະໜົນຫຼວງ ໄດ້ 3.500 ກໍລະນີ, ໄດ້ຊ່ວຍມ້ຽນ ຄາບສົ່ງສະການຄົນທຸກຍາກອາ ນາຖາ 36 ກໍລະນີ, ຊ່ວຍເບິ່ງແຍງຄົນເຈັບທີ່ເປັນຄອບຄົວທຸກຍາກບໍ່ມີເງິນຈ່າຍຄ່າປິ່ນປົວ 25 ກໍລະນີ (ລວມທັງນະຄອນຫຼວງວຽງຈັນ ແລະຕ່າງແຂວງ), ຊ່ວຍປຸກສ້າງໂຮງຮຽນປະຖົມທີ່ບ້ານຫ້ວຍຕັ້ງນາຍ ເມືອງກາສີ, ແຂວງວຽງຈັນ 1 ຫຼັງ ແລະໃນມໍ່ໆມານີ້, ກໍ່ໄດ້ໄດ້ຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢູ່ແຂວງໄຊຍະບູລີ ແລະໄລຍະການລະບາດຂອງພະຍາດໂຄວິດ-19 ນີ້, ພວກເຮົາໄດ້ມີໜ່ວຍສະເພາະກິດທີ່ເຮັດວຽກປະສານສົມທົບກັບໜ່ວຍງານຂອງພາກລັດໃນການພົ່ນຢາຂ້າເຊື້ອທົ່ວນະຄອນຫຼວງວຽງຈັນ ຈຳນວນ 1.200 ກວ່າຈຸດ ແລະໄດ້ມີການສ້າງໜ່ວຍສະເພາະກິດຮ່ວມກັບໂຮງໝໍ 150 ຕຽງເພື່ອຮັບສົ່ງຄົນຕິດເຊື້ອໂຄວິດ-19 ເຂົ້າໄປປິ່ນປົວທີ່ໂຮງໝໍ.

ໂດຍ: ບຸນນິກ