ຫົວພັນປະກາດກົງຈັກການຈັດຕັ້ງ

  ຕອນບ່າຍວັນທີ 22 ມິຖຸນາ 2021, ແຂວງຫົວພັນໄດ້ຈັດພິທີປະກາດກົງຈັກການຈັດຕັ້ງຂອງແຂວງຂຶ້ນຢູ່ຕຶກສຳນັກງານປົກຄອງແຂວງພາຍໃຕ້ການເຂົ້າຮ່ວມຂອງທ່ານ ເພີດ ມາປັນຍາ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານ ແນວຄິດທິດສະດີ ແລະວຽກງານພັກ-ພະນັກງານຂັ້ນແຂວງ, ມີບັນດາທ່ານໃນຄະນະບໍລິຫານງານພັກແຂວງ, ສະພາປະຊາຊົນແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ,ອົງການທຽບເທົ່າ,ກົມກອງອ້ອມຂ້າງແຂວງ,ເມືອງຕະຫຼອດຮອດພະນັກງານວິຊາການພະແນກກ່ຽວຂ້ອງເຂົ້າຮ່ວມນຳ.

ໃນພິທີ, ທ່ານ ນາງ ລ້ອງຄຳ ພອນມີໄຊ, ຫົວໜ້າຄະນະຈັດຕັ້ງແຂວງໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 394/ ນຍ ລົງວັນທີ 16 ມິຖຸນາ 2021 ວ່າດ້ວຍການແຕ່ງຕັ້ງເຈົ້າແຂວງໆຫົວພັນໂດຍໄດ້ແຕ່ງຕັ້ງ ທ່ານ ວັນໄຊ ແພງຊຸມມາ ເປັນເຈົ້າແຂວງຫົວພັນ; ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກສະບັບເລກ ທີ 27/ຄລສພ ແລະ 28/ຄລສພ ວ່າດ້ວຍການອະນຸມັດໃຫ້ພະນັກງານອອກພັກການ-ຮັບອຸດໜູນບຳນານໂດຍໄດ້ຕົກລົງໃຫ້ ທ່ານ ຈຸເຮີ ອະດີດກໍາມະການພັກແຂວງ, ຫົວໜ້າ ພະແນກແຮງງານ ແລະສະຫວັດດີການສັງຄົມແຂວງ ແລະທ່ານ ສະຖຽນ ວັນນະສຸກອະດີດ ກໍາມະການພັກແຂວງ,ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມແຂວງຫົວພັນອອກພັກການ-ຮັບອຸດໜູນບໍານານ.

  ພ້ອມດຽວກັນນັ້ນ, ຜູ້ຕາງໜ້າຄະນະຈັດຕັ້ງແຂວງໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງສະບັບເລກ ທີ788/ຈຂ-ຫພ ແລະ 789/ ຈຂ-ຫພ ວ່າດ້ວຍການແຕ່ງຕັ້ງຮອງເຈົ້າແຂວງໂດຍໄດ້ແຕ່ງຕັ້ງ ທ່ານ ພຸດພັນ ແກ້ວວົງໄຊ ແລະທ່ານ ພອນສຸກ ອີນທະວົງ ເປັນຮອງເຈົ້າແຂວງໆຫົວພັນ; ພ້ອມທັງຜ່ານມະຕິຕົກລົງຂອງຄະນະປະຈຳ ພັກແຂວງວ່າດ້ວຍການບົງຕົວແຕ່ງຕັ້ງເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍພະນັກງານນຳພາ-ຄຸ້ມຄອງໄປປະຈຳການຢູ່ບ່ອນໃໝ່ໂດຍໄດ້ຍົກຍ້າຍ-ບົງຕົວແຕ່ງຕັ້ງ ທ່ານ ພັນຕາ ທອນວົງສາ ກໍາມະການພັກແຂວງ, ເລຂາໜ່ວຍພັກພະແນກການຕ່າງປະເທດແຂວງໄປປະຈໍາການເປັນເລຂາຄະນະພັກຮາກຖານ, ຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມແຂວງ; ແຕ່ງຕັ້ງທ່ານ ບຸນລວຍ ສຸກທິວົງ ຮອງເລຂາໜ່ວຍພັກເປັນເລຂາໜ່ວຍພັກ, ເປັນຫົວໜ້າພະແນກການຕ່າງປະເທດແຂວງຜູ້ໃໝ່; ແຕ່ງຕັ້ງ ທ່ານ ເພັດມະນີພອນ ເລຂາໜ່ວຍພັກວ່າການຫົວໜ້າພະແນກພາຍໃນແຂວງເປັນຫົວໜ້າພະແນກພາຍໃນແຂວງຫົວພັນ; ຍົກຍ້າຍ ທ່ານ ສໍສະຫວັນ ບານຄໍາມີ ຮອງຫົວໜ້າພະແນກກະສີກໍາ ແລະປ່າໄມ້ແຂວງໄປປະຈໍາການຢູ່ພະແນກຊັບພະຍາກອນທໍາມະຊາດ ແລະສິ່ງແວດລອ້ມແຂວງຫົວພັນ ແລະຍົກຍ້າຍ ປອ ສົມສັກ ຈັນມະລີ ຫົວໜ້າຫ້ອງການບໍລິຫານພະແນກກະສີກໍາ ແລະປ່າໄມ້ແຂວງໄປປະຈໍາການຢູ່ສະພາປະຊາຊົນແຂວງຫົວພັນ.

    ໂອກາດນີ້, ທ່ານ ເພີດມາປັນຍາ ຮອງເລຂາພັກແຂວງໄດ້ມີຄຳເຫັນໂອ້ລົມຊຶ່ງທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານ, ຜົນສໍາເລັດທີ່ຜູ້ໄດ້ຮັບອຸດໜູນບໍານານທີ່ໄດ້ປະກອບສ່ວນເຫື່ອແຮງ, ສະຕິປັນຍາເຂົ້າໃນການສ້າງສາພັດທະນາປະເທດຊາດໃນໄລຍະຜ່ານມາ ແລະໄດ້ຍົກໃຫ້ເຫັນຄວາມໝາຍສຳຄັນໃນການປັບປຸງຊັບຊ້ອນບ່ອນປະຈຳການຂອງພະນັກງານນໍາພາຄຸ້ມຄອງໃນຄັ້ງນີ້, ແມ່ນໄປຕາມກົດເກນລະບົບກົງຈັກການຈັດຕັ້ງຂອງພັກ-ລັດ ແລະຕາມຄວາມຮຽກຮ້ອງຕ້ອງການຂອງໜ້າວຽກໃນປະຈຸບັນ, ພ້ອມນັ້ນທ່ານເນັ້ນໜັກໃຫ້ບັນດາທ່ານທີ່ຖືກຊັບຊ້ອນບ່ອນປະຈຳການໃໝ່ຕະຫຼອດຮອດພະນັກງານລັດຖະກອນພະແນກການກ່ຽວຂ້ອງພ້ອມກັນສຸມໃສ່ຄົ້ນຄວ້າແນວທາງນະໂຍບາຍ, ນິຕິກຳຕ່າງໆທີ່ກ່ຽວຂ້ອງໂດຍມີການວາງແຜນການ, ແຜນງານ,ໂຄງການລະອຽດ; ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ໜັກແໜ້ນພ້ອມກັນຕັດສິນໃຈປຸ້ມລຸມເຂົ້າໜ້າວຽກຂອງຕົນໃຫ້ມີຜົນສຳເລັດສູງສຸດ; ຍຶດໝັ້ນຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ ແລະມີການກວດກາເປັນປົກກະຕິ; ທຸກພາກສ່ວນຕ້ອງໄດ້ພ້ອມກັນຊ່ວຍສະໜັບສະໜູນ, ຮ່ວມມືກັບການນຳຂັ້ນຂອງຕົນເຮັດສຳເລັດໜ້າທີ່ສູງສຸດຄືຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ.

ຂ່າວ: ໄອແກ້ວ