ງົວ-ຄວາຍ 6 ພັນກວ່າໂຕ ທີ່ຄໍາມ່ວນຕິດພະຍາດຜິວໜັງ

    ການລະບາດຂອງພະຍາດຜິວໜັງອັກເສບຕິດຕໍ່ງົວ-ຄວາຍປະຈຸບັນພາຍໃນແຂວງຄໍາມ່ວນແມ່ນມີການລະບາດຫຼາຍ, ໄວ ແລະແຜ່ລາມອອກເປັນບໍລິເວນກວ້າງຊຶ່ງສະພາບການລະບາດດັ່ງກ່າວແມ່ນໄດ້ເລີ່ມແຕ່ຕົ້ນເດືອນພຶດສະພາ 2021 ເປັນຕົ້ນມາທີ່ເມືອງເຊບັ້ງໄຟມາຮອດປະຈຸບັນນີ້ການລະບາດຂອງພະຍາດໄດ້ແຜ່ລາມກວມ ເອົາ 08 ຕົວເມືອງ, ມີ 140 ບ້ານ ຈໍານວນສັດທີ່ຕິດເຊື້ອທັງໝົດ 6.013 ໂຕ. 

   ທ່ານ ບຸນຈັນ ໄຊປັນຍາ ຫົວໜ້າພະແນກກະສິກໍາ ແລະປ່າໄມ້ປະຈໍາແຂວງຄໍາມ່ວນໄດ້ໃຫ້ສໍາພາດຕໍ່ຜູ້ສື່ຂ່າວທ້ອງຖິ່ນວ່າ: ໃນນັ້ນມີງົວຈໍານວນ 6.005 ໂຕ, ຄວາຍຈໍານວນ 8 ໂຕ ສາມາດປິ່ນປົວດີ ຈໍານວນ 4.276 ໂຕ ໃນນັ້ນມີງົວ ຈໍານວນ 4.274 ໂຕ, ຄວາຍຈໍານວນ 2 ໂຕ,ຈໍານວນສັດທີ່ຕາຍຍ້ອນພະຍາດມີຈໍານວນ 67 ໂຕ , ໃນນັ້ນມີຈໍານວນ 64 ໂຕ, ຄວາຍຈໍານວນ 3 ໂຕ.

   ສ່ວນເມືອງທີ່ກວດພົບວ່າມີຈໍານວນສັດປະເພດງົວຕິດເຊື້ອຫຼາຍກວ່າໝູ່ແມ່ນເມືອງເຊບັ້ງໄຟມີເຖິງ 3.024 ໂຕ, ປິ່ນປົວດີ 2.144 ໂຕ, ຕາຍ 04 ໂຕ, ສໍາລັບເມືອງມະຫາໄຊ ແລະເມືອງຄູນຄໍາແມ່ນຍັງບໍ່ທັນໄດ້ຮັບການລາຍງານເທື່ອ.

  ຕໍ່ກັບສະພາບການດັ່ງກ່າວນີ້ທາງຂະແໜງລ້ຽງສັດ ແລະການປະມົງກໍ່ຄືພະແນກກະສິກໍາ ແລະປ່າໄມ້ແຂວງກໍ່ໄດ້ລາຍງານສະພາບການທີ່ເກີດຂຶ້ນໃຫ້ກັບຫ້ອງວ່າການແຂວງໄດ້ຮັບຮູ້ໃນນາມສາຍຂວາງ ແລະກະຊວງກະສິກໍາ-ປ່າໄມ້ໃນນາມສາຍຕັ້ງຂອງຕົນໄດ້ຮັບຮູ້ເຊັ່ນດຽວກັນ.

  ທ່ານຫົວໜ້າພະແນກກະສິກໍາ ແລະປ່າໄມ້ປະຈໍາແຂວງຄໍາມ່ວນໄດ້ກ່າວຕື່ມວ່າ: ສໍາລັບມາດຕະການຄວບຄຸມ ແລະການເຝົ້າລະວັງທີ່ຈັດຕັ້ງປະຕິບັດຄື: ໄດ້ອອກແຈ້ງ ການຂອງຫົວໜ້າພະແນກກະສິກໍາ ແລະປ່າໄມ້ແຂວງສະບັບເລກທີ 654 /ກປຂ ,ລົງວັນທີ 18 ພຶດສະພາ 2021 ວ່າດ້ວຍການເພີ່ມທະວີການປ້ອງກັນ, ຄວບຄຸມ ແລະສະກັດກັ້ນພະຍາດຜິວໜັງອັກເສບງົວ-ຄວາຍພາຍໃນແຂວງຄຽງຄູ່ກັນນັ້ນຍັງໄດ້ປະຕິບັດຕາມແຈ້ງການຂອງຫົວໜ້າກົມລ້ຽງສັດ ແລະການປະມົງສະບັບເລກທີ 1263 / ກລປ , ລົງວັນທີ 28 ພຶດສະພາ 2021 ວ່າດ້ວຍການຫ້າມນໍາເຂົ້າ, ສົ່ງອອກ ຫຼືສົ່ງຜ່ານຊົ່ວຄາວສັດໃຫຍ່ງົວ-ຄວາຍລະຫວ່າງປະເທດກັບປະເທດໃກ້ຄຽງ, ເອົາໃຈໃສ່ກວດກາການສົ່ງຜ່ານສັດທີ່ຜ່ານແຂວງຢ່າງເຂັ້ມງວດ, ຢຸດການເຄື່ອນຍ້າຍສັດປະເພດງົວ-ຄວາຍ ລະຫວ່າງເມືອງ ຫາ ເມືອງ ແລະ ບ້ານ ຫາ ບ້ານຊົ່ວຄາວ, ເອົາໃຈ ໃສ່ກວດກາ, ຄຸ້ມຄອງການຂ້າສັດ, ຄົວສັດຕາມໂຮງຂ້າສັດນ້ອຍ ແລະບ່ອນຂ້າສັດຍ່ອຍຢ່າງເຂັ້ມງວດບໍ່ໃຫ້ມີການຂ້າສັດຢ່າງຊະຊາຍ, ບ່ອນຂ້າສັດ ຫຼືຄົວສັດຍ່ອຍທີ່ບໍ່ມີເອກະສານອະນຸຍາດສ້າງຕັ້ງແມ່ນສັ່ງຢຸດການເຄື່ອນໄຫວ, ສົມທົບກັບຫ້ອງການກະສິກໍາ ແລະປ່າໄມ້ເມືອງກໍ່ຄືສັດຕະວະແພດເມືອງລົງໂຄສະນາເຜີຍແຜ່ຄວາມຮູ້ໃນການປ້ອງກັນ, ການປິ່ນປົວ, ການນໍາໃຊ້ຢາ, ການສະກັດກັ້ນພະຍາດສັດ ແລະການຮັກສາສຸຂະພາບສັດຂອງຕົນໃຫ້ແຂງແຮງ.

 ປະຈຸບັນທາງພະແນກກະສິກໍາ ແລະປ່າໄມ້ແຂວງໄດ້ສະເໜີຫາສາຍຕັ້ງກໍ່ຄືກົມລ້ຽງສັດ ແລະການປະມົງທີ່ຂຶ້ນກັບກະຊວງກະສິກໍາ ແລະປ່າໄມ້ເພື່ອຊ່ວຍເຫຼືອທາງດ້ານງົບປະມານຈໍານວນໜຶ່ງແລ້ວເພື່ອນໍາໃຊ້ໃນການຈັດຊື້ຢາຂ້າເຊື້ອ, ຢາຕ້ານເຊື້ອ ແລະຢາປິ່ນປົວພະຍາດສັດທີ່ກໍາລັງລະບາດພ້ອມທັງຂໍທິດຊີ້ນໍາ ແລະວິທີການຈັດຕັ້ງປະຕິບັດມາດຕະການ-ການຄວບຄຸມ ແລະສະກັດກັ້ນການລະບາດພະຍາດດັ່ງກ່າວ.

ຂ່າວ: ແດງສະຫວັດ ແສນພານິດ