ເຄິ່ງປີຄຳມ່ວນເກັບໄດ້ 332,98 ຕື້ກີບ

 ປີ 2021 ຄຳມ່ວນວາງແຜນຈັດເກັບລາຍຮັບເຂົ້າງົວປະມານທັງໝົດ 756,18 ຕື້ກີບ ຜ່ານໄປ 6 ເດືອນເກັບ ໄດ້ 332,98 ຕື້ກີບ ເທົ່າກັບ 44,03% ຂອງແຜນປີ, ທຽບໃສ່ໄລຍະດຽວກັນຂອງປີ 2020 ເພີ່ມຂຶ້ນ 55,03 ຕື້ກີບ ຫຼືເທົ່າກັບ 19,79% ໃນນັ້ນພູດສູນກາງປະຕິບັດໄດ້ 39, 64% ສ່ວນພູດທ້ອງຖິ່ນປະຕິບັດໄດ້ 50,51%.

   ໃນວັນທີ 22 ມິຖຸນາ 2021 ທີ່ພະແນກການເງິນ ແຂວງຄຳມ່ວນ ໄດ້ຈັດກອງປະຊຸມສະຫຼຸບວຽກງານການຈັດຕັ້ງພັກ ແລະສະຫຼຸບວຽກງານການຈັດເກັບລາຍຮັບ ແລະຄຸ້ມຄອງລາຍຈ່າຍຂຶ້ນມີບັນດາທ່ານໃນຄະນະພັກ, ຄະນະພະແນກ, ບັນດາຫົວໜ້າຫ້ອງການ-ການ ເງິນປະຈໍາເມືອງ, ພ້ອມດ້ວຍສະມາຊິກພັກ, ພະນັກງານພາຍໃນພະແນກເຂົ້າຮ່ວມ.

   ໃນກອງປະຊຸມດັ່ງກ່າວ ທ່ານ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງໆຄຳມ່ວນ, ທັງເປັນຫົວໜ້າພະແນກການເງິນ ແຂວງລາຍງານວ່າ: ສຳລັບລາຍຈ່າຍແຜນໝົດປີ 482,79 ຕື້ກີບ, ປະຕິບັດໄດ້ 187,44 ຕື້ກີບ ເທົ່າກັບ 38,82% ຂອງແຜນການ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາແມ່ນຫຼຸດ ລົງ 11,04 ຕື້ກີບ ຫຼື ເທົ່າ ກັບ 5,89%, ສາມາດເບີກຈ່າຍເງິນເດືອນໃຫ້ພະນັກງານ-ລັດຖະກອນຂັ້ນແຂວງ ແລະຂັ້ນເມືອງໄດ້ເປັນປົກກະຕິ,ສ່ວນເງິນບໍລິຫານ ແລະຮ່ວງອື່ນໆກໍ່ໄດ້ສືບຕໍ່ແກ້ໄຂຕາມເງື່ອນໄຂຄວາມຈໍາເປັນ ແລະຄວາມສາມາດໃນການສະໜອງໄດ້. 

  ພ້ອມດຽວກັນນັ້ນຍັງຍົກໃຫ້ເຫັນບັນຫາດ້ານອ່ອນຂໍ້ຄົງຄ້າງ, ສາເຫດທີ່ພາໃຫ້ມີຈຸດດີ-ຈຸດອ່ອນ ແລະບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມາຕະຫຼອດຮອດທິດທາງແຜນການ 6 ເດືອນທ້າຍ ແລະ ໝົດປີ 2021 ດ້ານລາຍຮັບທັງໝົດຄາດຄະເນຈະໄດ້ 658,45 ຕື້ກີບ ເທົ່າກັບ 87,07% ໃນນັ້ນ, ລາຍຮັບສູນກາງຄາດວ່າຈະໄດ້ 2380,68 ຕື້ກີບ ເທົ່າກັບ 84,48% ແລະລາຍຮັບທ້ອງຖິ່ນ 227,76 ຕື້ ກີບ ເທົ່າກັບ 90,89%, ດ້ານລາຍຈ່າຍຄາດວ່າປະຕິບັດໄດ້ 100%.

   ສຳລັບການຈັດຕັ້ງປະຕິບັດວຽກງານນຳພາຊີ້ນຳຂົງເຂດພັກ-ພະນັກງານ ຊຶ່ງຄະນະພັກພະແນກການເງິນໄດ້ຖືສໍາຄັນວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ-ພະນັກງານ-ລັດຖະກອນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານມີແນວຄິດຫຼັກໝັ້ນການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ການນໍາພາຂອງພັກຕັ້ງໜ້າປະຕິບັດມະຕິຄໍາສັ່ງ, ກົດລະບຽບພັກ, ກົດໝາຍຂອງລັດ ແລະຕ້ານປາກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນເປັນເອກະພາບສູງກັບແນວທາງນະໂຍ ບາຍຂອງພັກ-ລັດປະຕິບັດໜ້າທີ່ວຽກງານທີ່ຖືກມອບໝາຍມີຜົນສໍາເລັດເປັນຢ່າງດີ. ປະຈຸບັນໜ່ວຍພັກພະແນກການເງິນມີສະມາຊິກພັກສົມບູນໝົດ 52 ສະຫາຍ, ຍິງ 19 ສະຫາຍ.